ໃນຕອນເຊົ້າຂອງວັນທີ 05 ສີງຫາ 2017, ໃນເວລາ 9:30 ໂມງ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢູ່ ນະຄອນຫລວງ ມົດສະກູ, ສ. ຣັດເຊຍ ໄດ້ຮ່ວມກັນຈັດງານພົບປະປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ຂື້ນ, ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ຄື ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຫວຽດນາມ ຄົບຮອບ 55 ປີ ແລະ ປີສາມັກຄີມິດຕະພາບລາວ-ຫວຽດນາມ ຄົບຮອບ 40 ປີ.
ງານພົບປະປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວຄັ້ງນີ້ ໄດ້ຈັດຂຶ້ນ ຢູ່ທີ່ສູນການຄ້າ ຮ່າໂນ້ຍ-ມົດສະກູ, ຊຶ່ງເປັນກິດຈະກຳເຄື່ອນໄຫວສໍາຄັນຂອງສອງສະຖານທູດ ລາວ ແລະ ຫວຽດນາມ.
ເປັນກຽດເຂົ້າຮ່ວມໃນງານຄັ້ງນີ້ຝ່າຍສະຖານທູດລາວ, ນໍາໂດຍທ່ານ ທ່ານ ປອ. ສີວຽງເພັດ ເພັດວໍຣະສັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ພ້ອມດ້ວຍພະນັກງານສະຖານທູດ ແລະ ຄອບຄົວ, ລວມທັງ ນັກສຶກສາ ລາວທີ່ກຳລັງສຶກສາຢູ່ ມົດສະກູ, ຝ່າຍສະຖານທູດຫວຽດນາມ, ນໍາໂດຍ ທ່ານ ຫງວນ ທັນ ຊອນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ພ້ອມດ້ວຍພະນັກງານສະຖານທູດ ແລະ ຄອບຄົວ, ລວມທັງນັກສືກສາ ແລະ ນັກທຸລະກິດຫວຽດນາມ ຢູ່ ສະຫະພັນ ຣັດເຊຍ, ລວມທັງໝົດ 100 ກວ່າຄົນ.
ໃນພິທີອັນມີຄວາມໝາຍສຳຄັນນີ້, ທູດລາວເຮົາ ແລະ ທູດຫວຽດນາມ ໄດ້ຂື້ນກ່າວຄໍາເຫັນ ເຊິ່ງໄດ້ຊີ້ໃຫ້ເຫັນເຖິງປະຫວັດສາຍພົວພັນຮ່ວມມື ແລະ ຄວາມໝາຍອັນສຳຄັນຂອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ-ຫວຽດນາມ-ລາວ, ໄດ້ຕີລາຄາສູງ ແລະ ສະແດງຄວາມພູມໃຈທີ່ເຫັນວ່າສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອອັນດີງາມມາຕະຫລອດໄລຍະ 55 ປີຜ່ານມາ ລະຫວ່າງສອງປະເທດ ທີ່ພວມໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວ ແລະ ສືບຕໍ່ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ຍັງໄດ້ຫວນຄືນເຖີງສອງວັນສໍາຄັນປະຫວັດສາດຂອງສອງຊາດລາວ ແລະ ຫວຽດນາມ, ໃນອະດີດແລະຫຼາຍຍຸກຫຼາຍສະໄໝ ປະຊາຊົນສອງຊາດ ແມ່ນມີມູນເຊື້ອປະເພນີ ຄວາມສາມັກຄີ ອັນດີງາມນໍາກັນ, ໃນສັງກາດແຫ່ງຍຸກໃໝ່ ແຫ່ງສາຍພົວພັນຂອງປະຊາຊົນສອງຊາດ ກໍ່ບໍ່ໄດ້ຍຸດຍັ້ງໃນການເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມື ລະຫວ່າງ ສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ, ການສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1962 ໄດ້ເປັນຂີດໝາຍອັນສໍາຄັນເຂົ້າໃນການພັດທະນາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ລາວ ແລະ ຫວຽດນາມ, ທັງເປັນການຊຸກຍູ້ໃຫ້ສອງຊາດໄດ້ພ້ອມຄຽງບ່າ-ຄຽງໄຫຼ່ກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ ອອກຈາກແອກຄອບຄອງຂອງຈັກກະພັດລ່າຫົວເມືອງຂື້ນແບບເກົ່າ ແລະ ແບບໃໝ່, ຈາກນໍ້າໃຈຄວາມສາມັກຄີແບບພິເສດອັນດູດດື່ມຂອງປະຊາຊົນສອງຊາດ, ພາຍໃຕ້ການນໍາຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ຍາດໄດ້ຮັບໄຊຊະນະເໜືອສອງຈັກກະພັດອັນໂຫດຫ້ຽມຮ້າຍກາດ ນັ້ນໄດ້, ອັນໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຂື້ນ. ສາຍພົວພັນມິດຕະພາບລາວ ແລະ ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ນັບແຕ່ມື້ລິເລີ່ມຕົ້ນສ້າງຕັ້ງສາຍພົວພັນການທູດນຳກັນເປັນຕົ້ນມາ, ພ້ອມທັງໄດ້ກ້າວເຂົ້າສູ່ການສ້າງຕັ້ງສາຍພົວພັນມິດຕະພາບແບບພິເສດລາວ ແລະ ຫວຽດນາມ, ອັນເຮັດໃຫ້ພັກ-ລັດຖະ ບານ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໄດ້ພ້ອມກັນສ້າງສາພັດທະນາປະເທດຊາດຂອງຕົນ ກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນ, ຮ່ວມມືກັນຢ່າງຮອບດ້ານ ແລະ ເຂົ້າລວງເລິກເທື່ອລະກ້າວ, ເຮັດໃຫ້ປະຊາຊົນສອງຊາດຮັ່ງມີເຂັ້ມແຂງ, ດໍາລົງຊີວິດຢ່າງສະຫງົບສຸກ ແລະ ຢູ່ດີກິນດີ, ປະເທດຊາດໄດ້ຮັບຜົນສຳເລັດໃນການສ້າງສາພັດທະນາ ຈະເລີນສີວິໄລ ຂື້ນເທື່ອລະກ້າວ.
ງານພົບປະປີສາມັກຄີມິດຕະພາບ ລະຫວ່າງ ສະຖານທູດລາວ ແລະ ຫວຽດນາມ ຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນດີ, ແບບມິດຕະພາບອັນສະໜິດສະໜົມຖານເພື່ອນມິດສະຫາຍຢ່າງແທ້ຈີງ, ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ ແລະ ປິດທ້າຍດ້ວຍການສະແດງສິນລະປະວັນນະຄະດີ ຂອງພະນັກງານສອງສະຖານທູດ ແລະ ນັກສືກສາລາວ-ຫວຽດນາມ, ພ້ອມດ້ວຍການກິນເຂົ້າສາມັກຄີຮ່ວມກັນ.