ໃນຕອນແລງຂອງວັນທິ 29 ມີນາ 2017, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ປະເທດ ຍີ່ປຸ່ນ ແລະ ສູນອາຊຽນ-ຍີ່ປຸ່ນ, ໄດ້ຮ່ວມກັນຈັດງານພົບປະສ້າງເຄືອຄ່າຍປະຈຳປີ 2017 ຂຶ້ນ, ທີ່ ສໍານັກງານຂອງສູນອາຊຽນ-ຍີ່ປຸ່ນ, ທີ່ໂຕກຽວ, ຊຶ່ງປີນີ້ໄດ້ດຳເນີນມາເປັນຄັ້ງທີ 5.
ຈຸດປະສົງຂອງການຈັດງານດັ່ງກ່າວຂຶ້ນ ເພື່ອຊຸກຍູ້ສົ່ງເສີມໃຫ້ນັກລົງທຶນ ແລະ ນັກທ່ອງທ່ຽວ ຈາກປະເທດຍີ່ປຸ່ນ ໃຫ້ໄປທ່ອງທ່ຽວ ແລະ ດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ, ເປັນການພົບປະ ລະຫວ່າງ ສະຖານທູດ ແຫ່ງ ສປປ ລາວ ກັບນັກທຸລະກິດ ແລະ ປະຊາຊົນຍີ່ປຸ່ນ. ນອກຈາກນັ້ນ, ກໍຍັງເປັນການແນະນໍາຕົວຂອງ ທ່ານ ວິໂຣດ ສຸນດາຣາ, ເອກອັກຄະລັດຖະທູດລາວ ຜູ້ໃໝ່ ປະຈໍາ ປະເທດຍີ່ປຸ່ນ, ໃຫ້ບັນດາເຄືອຄ່າຍຊາບ, ຊຶ່ງມີແຂກເຂົ້າຮ່ວມຫຼາຍກວ່າ 250 ກວ່າຄົນ.
ໃນໂອກາດດຽວກັນ ທ່ານ ມາຊາຕາກະ ຟູຈິຕະ, ເລຂາທີການໃຫຍ່ສູນອາຊຽນ-ຍີ່ປຸ່ນ, ກໍໄດ້ກ່າວເນັ້ນເຖິງ ທ່າແຮງ ແລະ ກາລະໂອກາດການລົງທຶນໃນ ສປປ ລາວ ຈະມີທ່ວງທ່າເພີ່ມຂຶ້ນ. ພ້ອມນັ້ນ, ສູນອາຊຽນຍີ່ປຸ່ນ ກໍຈະ ເພີ່ມທະວີການຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືໃນຂົງເຂດຕ່າງໆ ໂດຍສະເພາະໃນຂົງເຂດວຽກງານການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ລະຫວ່າງຍີ່ປຸ່ນ ແລະ ບັນດາສະມາຊິກປະເທດອາຊຽນ ໃຫ້ເຕີບໃຫຍ່ຂະຫຍາຍໂຕຂຶ້ນເລື້ອຍໆ ແລະ ທ່ານຍັງໄດ້ຊົມເຊີຍຕໍ່ ສປປ ລາວ ທີ່ໄດ້ກາຍເປັນປະເທດ ທີ່ໃຜໆກໍ່ຢາກມາທ່ຽວຊົມຈາກທົ່ວໂລກ ແລະ ຍັງໄດ້ກ່າວວ່າສູນອາຊຽນຍີ່ປຸ່ນ ໄດ້ມອບ 2 ລາງວັນ ກ່ຽວກັບ ການທ່ອງທ່ຽວໃຫ້ແກ່ ສປປ ລາວ.
ໃນໂອກາດກ່າວເປີດງານ ທ່ານ ວິໂຣດ ສຸນດາຣາ, ເອກອັກຄະລັດຖະທູດ, ໄດ້ເນັ້ນເຖິງສາຍພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ມີການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ທີ່ໄດ້ຖືກເສີມຂະຫຍາຍ ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ, ອັນໄດ້ເປັນການຊຸກຍູ້ໃຫ້ການລົງທຶນຂອງຍີ່ປຸ່ນ ທີ່ໄປລົງທຶນ ຢູ່ ສປປ ລາວ ເພີ່ມຂຶ້ນ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ກໍໄດ້ມີຈຳນວນຫຼາຍຂຶ້ນເຊັ່ນກັນ. ນອກຈາກນັ້ນ, ທ່ານທູດ ຍັງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດອັນສໍາຄັນ ໃນການພັດທະນາເສດຖະກິດແຫ່ງຊາດຂອງລາວເຮົາ, ເຊິ່ງໄດ້ເປັນກາລະໂອກາດທີ່ດີໃຫ້ແກ່ນັກລົງທຶນ ທີ່ສົນໃຈຈະໄປລົງທຶນ ຢູ່ ສປປ ລາວ ແລະ ຕໍ່ກັບນະໂຍບາຍການລົງທຶນຂອງ ສປປ ລາວ ທ່ານທູດ ກໍໄດ້ອະທິບາຍໃຫ້ນັກລົງທຶນ ໄດ້ມີຄວາມເຂົ້າໃຈ ແລະ ຮັບຊາບ ຕໍ່ນະໂຍບາຍການລົງທຶນໃໝ່ຂອງລັດຖະບານລາວ. ຕໍ່ກັບການທ່ອງທ່ຽວລາວທີ່ນັກທ່ອງທ່ຽວຈາກທົ່ວໂລກກໍາລັງໃຫ້ຄວາມສົນໃຈ, ທ່ານທູດ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເປີດສາຍການບິນໂດຍກົງ ລະຫວ່າງ ສະໜາມບິນ ນາຣິຕະ (ປະເທດຍີ່ປຸ່ນ) ແລະ ວຽງຈັນ (ສປປລາວ) ໃນເວລາອັນໃກ້ນີ້.
ຫລັງຈາກນັ້ນ ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງສະຫວັນນະເຂດ, ກໍໄດ້ກ່າວເຖິງການພັດທະນາຂອງແຂວງສະຫວັນນະເຂດ ແລະ ທ່າແຮງຕ່າງໆຂອງແຂວງ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ແລະ ໄປທ່ອງທ່ຽວຢູ່ແຂວງ, ໂດຍສະເພາະທ່ານເຈົ້າແຂວງ ໄດ້ເນັ້ນເຖິງນະໂຍບາຍຂອງແຂວງ ຕໍ່ກັບການລົງທຶນໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ. ໃນໂອກາດກ່າວຍົກຈອກອວຍພອນເປັນກຽດໂດຍ ທ່ານ ອິຊືໂອະ ຮາຊິໂມໂຕະ, ປະທານສະມາຄົມລາວ-ຍີ່ປຸ່ນ, ອະດີດທູດປະຈຳລາວ, ກໍໄດ້ກ່າວຫວນຄືນ ກ່ຽວກັບ ສາຍພົວພັນການຮ່ວມມືຊ່ວຍເຫຼືອ, ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ແລະ ກິດຈະກໍາການແລກປ່ຽນຕ່າງໆໃນໄລຍະຜ່ານມາ ໂດຍທ່ານເຊື່ອໝັ້ນວ່າ ສາຍພົວພັນຄູ່ຮ່ວມມືຍຸດທະສາດຂອງສອງປະເທດ ຈະເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ.
ງານພົບປະສ້າງເຄືອຄ່າຍກັບນັກທຸລະກິດຍີ່ປຸ່ນໃນປີນີ້ ແມ່ນມີຄວາມຟົດຟື້ນເປັນພິເສດ ແລະ ສ້າງຄວາມສົນໃຈໃຫ້ແຂກເຂົ້າຮ່ວມຫຼາຍກວ່າປີທີ່ຜ່ານມາ ກໍຍ້ອນການໃຫ້ກຽດເຂົ້າຮ່ວມປາຖາກະຖາຂອງທ່ານເຈົ້າແຂວງສະຫວັນນະເຂດ ແລະ ອະດີດທູດຍີ່ປຸ່ນປະຈຳລາວ ຊຶ່ງໄດ້ເຮັດໃຫ້ບັນຍາກາດໃນງານໄດ້ມີຄວາມຟົດຟຶ້ນດີ; ບັນດານັກທຸລະກິດ ແລະ ບັນດາແຂກຜູ້ເຂົ້າຮ່ວມ ກໍໄດ້ມີໂອກາດພົບປະ ແລະ ປຶກສາຫາລືແລກປ່ຽນຂໍ້ມູນຄວາມຄິດເຫັນແບບກົງໄປກົງມາ ລະຫວ່າງ ນັກທຸລະກິດຍີ່ປຸ່ນ ທີ່ໄດ້ໄປລົງທຶນ ຢູ່ ສປປ ລາວ ແລ້ວ ແລະ ນັກທຸລະກິດທີ່ສົນໃຈ ແລະ ກຳລັງສຶກສາຊອກຫາຊ່ອງທາງໃນການໄປດຳເນີນທຸລະກິດ ຢູ່ ສປປ ລາວ. ນອກນັ້ນ, ບັນດາແຂກທີ່ເຂົ້າຮ່ວມງານ ຍັງໄດ້ຊີມອາຫານທີ່ເປັນເອກະລັກຂອງລາວອີກດ້ວຍ.