ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດລາວ ທີ່ ແຄນເບີລາ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 65 ປີ

LaoAus65

ໃນວັນທີ 26 ກຸມພາ 2017, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ແຄນເບີລາ, ໄດ້ມີການຈັດງານລ້ຽງຮັບຮອງ ແລະ ການວາງສະແດງຮູບພາບ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ອົດສະຕຣາລີ ຄົບຮອບ 65 ປີ, ຊຶ່ງເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລັດຖະບານ ສປປ ລາວ ທີ່ມາຢ້ຽມຢາມທັດສະນະສຶກສາ ຢູ່ ອົດສະຕຣາລີ ພາຍໃຕ້ໂຄງການຢ້ຽມຢາມພິເສດຂອງປະເທດນີ້. ພ້ອມກັນນັ້ນ ກໍ່ຍັງມີ ທ່ານ Phillip Green, ຫົວໜ້າກົມອາຊີອາຄະເນ-ແຜນດິນໃຫຍ່, ກະຊວງການຕ່າງປະເທດ ແລະ ການຄ້າ, ໃນນາມຕາງໜ້າລັດຖະບານ ອົດສະຕາລີ, ເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດ ແລະ ສຳນັກງານນາຍົກລັດຖະມົນຕີ, ທູຕານຸທູດ, ນັກທຸລະກິດ, ຜູ້ຕາງໜ້າຄະນະກຳມະການສູນກາງແນວລາວສ້າງຊາດ ສປປ ລາວ ປະຈຳ ອົດສະຕາລີ ພ້ອມດ້ວຍຄົນເຊື້ອຊາດລາວ ແລະ ນັກສຶກສາ ທີ່ກຳລັງສຶກສາຢູ່ ປະເທດ ອົດສະຕຣາລີ ເຂົ້າຮ່ວມຈຳນວນເກືອບ 200 ຄົນ.

ໃນພິທີດັ່ງກ່າວນີ້, ທ່ານ ພົມມາ ຄຳມະນີຈັນ, ເອກອັກຄະລັດຖະທູດ ສປປ ລາວ ໄດ້ຂຶ້ນກ່າວຄຳປາໄສ ໂດຍຊີ້ໃຫ້ເຫັນເຖິງຄວາມໝາຍສຳຄັນຂອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອົດສະຕຣາລີ ຄົບຮອບ 65 ປີ, ຊຶ່ງເປັນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດສຳລັບສອງປະເທດ ແລະ ສາຍພົວພັນມິດຕະພາບຖານເພື່ອນມິດ ແລະ ການຮ່ວມມືອັນຍາວນານແຕ່ບໍ່ຂາດໄລຍະ ລະຫວ່າງສອງປະເທດ.

ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ຍົກໃຫ້ເຫັນເຖິງຜົນຂອງການພົວພັນ ແລະ ຮ່ວມມື ແຕ່ລະດ້ານຕະຫຼອດໄລຍະ 65 ປີ ຜ່ານມາ, ການຮ່ວມມື ລາວ-ອົດສະຕຣາລີ ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ຍ້ອນມີຄວາມເຂົ້າອົກເຂົ້າໃຈອັນດີ ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບການສົ່ງເສີມ ໂດຍຜ່ານການແລກປ່ຽນການຢ້ຽມຢາມ ແລະ ການປຶກສາຫາລື ລະຫວ່າງ ຜູ້ນຳຂັ້ນສູງຂອງສອງປະເທດກໍ່ຄືການຮ່ວມມືສອງຝ່າຍ.

ອັນພົ້ນເດັ່ນ ກໍ່ແມ່ນການຢ້ຽມຢາມຢ່າງເປັນທາງການ ຂອງອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພະນະທ່ານ ຄຳໄຕ ສີພັນດອນ ໃນປີ 1993 ສາມາດເວົ້າໄດ້ວ່າເປັນຂີດໝາຍອັນສຳຄັນ ສຳລັບການພົວພັນ ລະຫວ່າງ ລາວ-ອົດສະຕຣາລີ. ຕໍ່ມາປີ 1994 ອະດີດນາຍົກລັດຖະມົນຕີ ອົດສະຕຣາລີ ພະນະທ່ານ ໂປນຄິດຕິງ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ໃນໂອກາດດຽວກັນນັ້ນ ກໍ່ໄດ້ເຂົ້າຮ່ວມພິທີເປີດຂົວຂ້າມແມ່ນ້ຳຂອງມິດຕະພາບ ລາວ-ໄທ ຊຶ່ງອົດສະຕຣາລີ ຊ່ວຍສ້າງ, ຮ່ວມກັບຄູ່ຮ່ວມຕຳແໜ່ງຂອງ ລາວ-ໄທ. ຂົວແຫ່ງນີ້ ບໍ່ພຽງແຕ່ເປັນສັນຍາລັກທາງປະຫວັດສາດ ແຫ່ງ ມິດຕະພາບ ແລະ ການຮ່ວມມື ລາວ-ອົດສະຕຣາລີ ເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນເຂົ້າໃນການສ້າງການເຊື່ອມໂຍງຢູ່ໃນອະນາພາກພື້ນ ແລະ ພາກພື້ນໃຫ້ປະກົດຜົນເປັນຈິງອີກດ້ວຍ.

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 60 ປີ. ໃນປີ 2012, ພະນະທ່ານ ປານີ ຢ່າທໍ່ຕູ້, ປະທານສະພາແຫ່ງຊາດ ແລະ ພະນະທ່ານ ທອງລຸນ ສີສຸລິດ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍ່ໄດ້ຢ້ຽມຢາມອົດສະຕຣາລີ ຢ່າງເປັນທາງການ. ນອກຈາກນັ້ນ, ພະນະທ່ານ ບຸນປອນ ບຸດຕະນະວົງ, ອະດີດຮອງນາຍົກລັດຖະມົນຕີ ກໍ່ໄດ້ມີໂອກາດມາຢ້ຽມຢາມເຮັດວຽກຢູ່ ອົດສະຕຣາລີ ແລະ ໄດ້ຮ່ວມລົງນາມກັບຄູ່ຮ່ວມຕຳແໜ່ງຝ່າຍອົດສະຕຣາລີ ໃນຂໍ້ສັນຍາວ່າດ້ວຍ ການບໍລິການດ້ານການບິນ ລະຫວ່າງ ສອງປະເທດ ຊຶ່ງເປັນພື້ນຖານໃຫ້ແກ່ການຮ່ວມມືສອງຝ່າຍ ສຳລັບສາຍການບິນທີ່ສາມາດບິນຕົງໄປຍັງ ປະເທດຂອງກັນ ແລະ ກັນ, ອັນເປັນການປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມທາງດ້ານການຄ້າ ແລະ ອຸດສາຫະກຳ ທ່ອງທ່ຽວ ລະຫວ່າງ ລາວ-ອົດສະຕຣາລີ ໃນອະນາຄົດ.

ໂຄງການຮ່ວມມືສອງຝ່າຍ ລະຫວ່າງ ລາວ-ອົດສະຕຣາລີ ຊຶ່ງແມ່ນການເປັນຄູ່ຮ່ວມມືສອງຝ່າຍອັນຍາວນານ, ມີບົດບາດສຳຄັນໃນການສະໜັບສະນູນຊ່ວຍເຫຼືອການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍມີຈຸດສຸມຕົ້ນຕໍເລັ່ງໃສ່ການພັດທະນາດ້ານການສຶກສາ, ຊັບພະຍາກອນມະນຸດ, ການພັດທະນາເສດຖະກິດແບບຍືນຍົງ ແລະ ອື່ນໆ. ທຶນການສຶກສາຂອງລັດຖະບານ ອົດສະຕຣາລີ ໄດ້ເປັນຜົນປະໂຫຍດອັນສຳຄັນແກ່ ສປປ ລາວ. ມາເຖິງປະຈຸບັນ ນັກສຶກສາລາວ ທີ່ຮຽນຈົບຈາກ ອົດສະຕຣາລີ ມີຈຳນວນ 1.200 ຄົນ. ບັນດານັກສຶກສາເຫຼົ່ານີ້ ບໍ່ພຽງແຕ່ເປັນຊັບສົມບັດອັນລ້ຳຄ່າ ສຳລັບການພັດທະນາ ເສດຖະກິດ-ສັງຄົມຂອງລາວ ເທົ່ານັ້ນ ແຕ່ຍັງເປັນຂົວຕໍ່ອັນສຳຄັນ ສຳລັບການສົ່ງເສີມຄວາມເຂົ້າອົກເຂົ້າໃຈກັນ ລະຫວ່າງ ສອງຝ່າຍ ອັນເປັນປັດໃຈອັນສຳຄັນສຳລັບການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ດີຂຶ້ນກວ່າເກົ່າ.

ສຳລັບການຮ່ວມມືສອງຝ່າຍທາງດ້ານເສດຖະກິດ, ໃນໄລຍະທົດສະວັດມໍ່ໆມານີ້ ເຫັນວ່າ ການລົງທຶນຂອງ ອົດສະຕຣາລີ ຢູ່ລາວ ໄດ້ມີການເພີ່ມຂຶ້ນ, ຊຶ່ງມູນຄ່າການລົງທຶນຂອງອົດສະຕຣາລີ ລວມທັງໝົດເຖິງ 150 ລ້ານ ໂດລາ ສະຫະລັດ ແລະ ຈັດຢູ່ໃນອັນດັບຕົ້ນໆຂອງບັນດານັກລົງທຶນຕ່າງປະເທດຢູ່ລາວ. ສຳລັບການຄ້າສອງຝ່າຍ, ໃນໄລຍະຫຼາຍປີມານີ້ ກໍ່ໄດ້ມີການຂະຫຍາຍຕົວຢ່າງສະໝໍ່າສະເໝີ ລວມມູນຄ່າທັງໝົດປະມານ 50 ລ້ານ ໂດລາ ສະຫະລັດ, ໃນປັດຈຸບັນ ອົດສະຕຣາລີ ຖືກຈັດອັນດັບຢູ່ໃນກຸ່ມນັກລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດ ຈຳນວນ 20 ປະເທດຢູ່ລາວ.

ສຳລັບການຄ້າສອງສົ້ນ, ໃນໄລຍະຫຼາຍປີມານີ້ ກໍ່ໄດ້ມີການຂະຫຍາຍຕົວຢ່າງສະໝໍ່າສະເໝີ, ລວມມູນຄ່າທັງໝົດປະມານ 50 ລ້ານ ໂດລາ ສະຫະລັດ, ທັງໝົດເຫຼົ່ານັ້ນ ບໍ່ພຽງແຕ່ເປັນການຢັ້ງຢືນ ເຖິງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການພັດທະນາ ແລະ ການລົງທຶນຢູ່ລາວເທົ່ານັ້ນ ແຕ່ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືອັນຍາວນານ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງ ສອງປະເທດອີກດ້ວຍ.

ການຮ່ວມມື ລະຫວ່າງ ສອງສະພາ ລາວ-ອົດສະຕຣາລີ ກໍ່ໄດ້ຮັບການພັດທະນາ ຕະຫຼອດໄລຍະຫຼາຍທົດສະວັດທີ່ຜ່ານມາ ໂດຍຜ່ານການຢ້ຽມຢາມ ແລະ ການແລກປ່ຽນຂໍ້ມູນຂ່າວສານຕ່າງໆ ໃນຫຼາຍລະດັບທີ່ແຕກຕ່າງກັນ. ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ກໍ່ໄດ້ເພີ່ມຂຶ້ນ. ໃນຊຸມປີທີ່ຜ່ານມາ ພົນລະເມືອງອົດສະຕຣາລີ ຈຳນວນຫຼາຍພັນຄົນ, ລວມທັງພີ່ນ້ອງຄົນເຊື້ອຊາດລາວ ຈກາຊຸມຊົນທີ່ມີຈຳນວນ ປະມານ 15.000 ຄົນ ໄດ້ໄປຢ້ຽມຢາມປະເທດພວກຂ້າພະເຈົ້າ, ອັນເປັນການປະກອບສ່ວນຫຼາຍສົມຄວນ ເຂົ້າໃນການເຄື່ອນໄຫວພັດທະນາດ້ານຕ່າງໆຂອງ ສປປ ລາວ.

ນອກຈາກນັ້ນ, ສອງລັດຖະບານພວກເຮົາ ຍັງໄດ້ໃຫ້ຄວາມສຳຄັນແກ່ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະແມ່ນການຮ່ວມມືຂອບ ສປຊ, ອົງການການຄ້າໂລກ, ອາເຊັມ ແລະ ອາຊຽນ ກ່ຽວກັບ ບັນຫາທີ່ມີຄວາມເປັນຫ່ວງ ແລະ ມີຜົນປະໂຫຍດຮ່ວມກັນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ. ພິເສດ ສປປ ລາວ ໄດ້ເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ທີ່ຜ່ານມາ, ໂດຍສະເພາະແມ່ນກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ທຸກໆສອງປີ ຄັ້ງທຳອິດ ຢູ່ ນະຄອນຫຼວງວຽງຈັນ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະສາມາດເດີນທາງມາຢ້ຽມຢາມ ອົດສະຕຣາລີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 2, ຊຶ່ງຈະຈັດຂຶ້ນໃນຕົ້ນປີໜ້າ ທີ່ນະຄອນຊິດນີ, ລັດນິວຊາວແວວ.

ນອກຈາກພິທີທາງການແລ້ວ, ເພື່ອຫວນຄືນເຖິງການພົວພັນ ແລະ ຮ່ວມມືຂອງສອງປະເທດ, ສະຖານທຸດ ໄດ້ຮ່ວມກັບກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ໄດ້ຈັດພິທີການວາງສະແດງຮູບພາບ ກ່ຽວກັບ ເຫດການເຄື່ອນໄຫວຂອງຜູ້ນຳທັງສອງປະເທດ ລາວ-ອົດສະຕຣາລີ ໃນໄລຍະ 65 ປີ ຜ່ານມາ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ທ່ານ Philip Green, ຫົວໜ້າກົມອາຊີ ປາຊີຟິກ-ແຜນດິນໃຫຍ່ ກະຊວງການຕ່າງປະເທດ ແລະ ການຄ້າ, ຕາງໜ້າລັດຖະບານ ອົດສະຕຣາລີ, ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງ ຈາກ ກະຊວງການຕ່າງປະເທດ ແລະ ການຄ້າ ເຂົ້າຮ່ວມ.

ໃນຕອນທ້າຍ ທ່ານເອກອັກຄະລັດຖະທູດ ພົມມາ ຄຳມະນີຈັນ ໄດ້ສະແດງຄວາມຂອບໃຈຢ່າງສຸດໃຈ ຈາກລັດຖະບານ ສປປ ລາວ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແກ່ ສປປ ລາວ ຕະຫຼອດໄລຍະ 65 ປີ ຜ່ານມາ. ພິທີດັ່ງກ່າວ, ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ ແລະ ມ່ວນຊື່ນຄືກຄື້ນ ແຕ່ຕົ້ນຕະຫຼອດປາຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490389
ມື້ນີ້155
ມື້ວານ261
ອາທິດນີ້1588
ເດືອນນີ້3782