ໃນວັນທີ 23 ກຸມພາ 2017, ທ່ານ ຄໍາອິນ ຄິດຈະເດດ, ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ຫ້ອງການ ສະຫະປະຊາຊາດ ທີ່ ເຊີແນວ, ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ໂຣແບກໂຕ ອາເຊເວໂດ, ຜູ້ອໍານວຍການໃຫຍ່ ອົງການການຄ້າໂລກ, ເພື່ອເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການການຄ້າໂລກ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ຜູ້ອໍານວຍການໃຫຍ່ ອົງການການຄ້າໂລກ ທີ່ໄດ້ໃຫ້ການຕ້ອນຮັບໃນການຍື່ນສານຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈຕໍ່ອົງການການຄ້າໂລກ ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ ສປປ ລາວ ໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ທ່ານທູດ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ເຖິງ ທ່ານຜູ້ອໍານວຍການໃຫຍ່ ອົງການການຄ້າໂລກ; ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງ ທີ່ທ່ານໄດ້ນໍາພາອົງການການຄ້າໂລກ ໃນສະໄໝຜ່ານມາ ແລະ ໄດ້ຖືກໄວ້ວາງໃຈຈາກສະມາຊິກ ຖືກເລືອກຕັ້ງໃຫ້ເປັນຜູ້ອໍານວຍການໃຫຍ່ ເປັນຄັ້ງທີສອງ.
ທັງສອງທ່ານ ໄດ້ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບ ສະພາບການພັດທະນາການຄ້າ ແລະ ເສດຖະກິດຂອງພາກພື້ນ ແລະສາກົນ. ທ່ານເອກະອັກຄະລັດຖະທູດ ໄດ້ເນັ້ນເຖິງຄວາມສຳຄັນຂອງ ສປປ ລາວ ຕໍ່ອົງການການຄ້າໂລກ ແລະ ເຫັນວ່າ ອົງການດັ່ງກ່າວ ແມ່ນເປັນອົງການທີ່ສຳຄັນໃນການປົກປ້ອງສິດຜົນປະໂຫຍດຂອງປະເທດສະມາຊິກ; ສະເໜີໃຫ້ອົງການ WTO ສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການຕ່າງໆ ໃຫ້ແກ່ປະເທດດ້ອຍພັດທະນາ ເຊິ່ງລວມທັງ ສປປ ລາວ ເພາະວ່າປະເທດສະມາຊິກ ມີລະດັບ ແລະ ເງື່ອນໄຂແຕກຕ່າງກັນ ເຊິ່ງມີທັງ ປະເທດຮັ່ງມີ-ທຸກຍາກ-ໃຫຍ່-ນ້ອຍ ແລະ ມີລະດັບການພັດທະນາແຕກຕ່າງກັນ. ສປປ ລາວ ເປັນປະເທດນ້ອຍ ແລະ ດ້ອຍພັດທະນາ ມີຄວາມຈຳກັດໃນການແຂ່ງຂັນເມື່ອທຽບກັບປະເທດໃຫຍ່; ສະນັ້ນ, ສະເໜີໃຫ້ WTO ມີວິທີການ ເພື່ອເຮັດໃຫ້ປະເທດສະມາຊິກທັງໝົດ ໂດຍສະເພາະແມ່ນປະເທດນ້ອຍ ໄດ້ຮັບຜົນປະໂຫຍດ ຈາກການເຂົ້າເປັນສະມາຊິກ WTO. ທ່ານ ທູດເຊື່ອໝັ້ນວ່າ ພາຍໃຕ້ການນໍາຂອງ ທ່ານ ອາເຊເວໂດ ໃນຖານະຜູ້ອໍານວຍການໃຫຍ່ອົງການການຄ້າໂລກ ສະໄໝທີສອງນີ້ ຈະໄດ້ຮັບໝາກຜົນອັນຍິ່ງໃຫຍ່ກວ່າເກົ່າ ໂດຍສະເພາະການກະກຽມກອງປະຊຸມລັດຖະມົນຕີ ຄັ້ງທີ 11, ທີ່ ບູໂນສ ໄອເຣສ, ປະເທດອາກຊັງຕິນ ໃນທ້າຍປີນີ້.
ທ່ານຜູ້ອຳນວຍການໃຫຍ່ WTO ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ເຫັນດີຕໍ່ຄໍາສະເໜີ ຂອງທ່ານທູດ ຊຶ່ງເພິ່ນໄດ້ເນັ້ນວ່າ ໃນໄລຍະຜ່ານມາ ທາງອົງການ ກໍ່ໄດ້ເອົາໃຈໃສ່ເປັນພິເສດຕໍ່ປະເທດສະມາຊິກ ທີ່ເປັນປະເທດດ້ອຍພັດທະນາ ໃນການຊ່ວຍເຫຼືອຫຼາຍຮູບແບບ, ແຕ່ສໍາຄັນແມ່ນໃຫ້ປະເທດສະມາຊິກ ສະເໜີຄວາມຕ້ອງການການຊ່ວຍເຫຼືອຂອງຕົນແນວໃດຕໍ່ອົງການ, ເພິ່ນຍິນດີເປີດຮັບຂໍ້ສະເໜີຂອງປະເທດສະມາຊິກທຸກເວລາ ເພາະວ່າ ສິ່ງທີ່ຕ້ອງການແມ່ນປະເທດກ່ຽວຂ້ອງຍ່ອມຮູ້ດີ ແລະ ເປັນເຈົ້າການໃນການສະເໜີ. ທ່ານຜູ້ອຳນວຍການໃຫຍ່ WTO ຍັງໄດ້ຊົມເຊີຍຕໍ່ການພັດທະນາຂອງ ສປປ ລາວ ວ່າມີລະດັບຈັ່ງຫວະການພັດທະນາເສດຖະກິດ-ສັງຄົມ ລວມທັງດ້ານການຄ້າໄດ້ດີ ແລະ ໝັ້ນຄົງ. ສປປ ລາວ ເປັນເທດທີ່ມີທີ່ຕັ້ງຍຸດທະສາດ ແລະ ເໝາະສົມແກ່ການເຊື່ອມໂຍງເສດຖະກິດກັບບັນດາປະເທດໃນພາກພື້ນ ແລະ ມີຄວາມອາດສາມາດທີ່ຈະກາຍເປັນສູນກາງ (Hub) ແຫ່ງການໃຫ້ບໍລິການຂອງພາກພື້ນໄດ້ໃນອະນາຄົດ.