ໃນວັນທີ 14 ມັງກອນ 2017, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ຮ່ວມກັບຫ້ອງການທີ່ປຶກສາທູດຝ່າຍທະຫານ ໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20 ມັງກອນ 1949 - 20 ມັງກອນ 2017) ໂດຍມີ ພະນະທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພັນລະຍາ ເປັນກຽດເຂົ້າຮ່ວມຊົມການແຂ່ງຂັນ ພ້ອມດ້ວຍພະນັກງານສະຖານທູດລາວ, ຫ້ອງການທີ່ປຶກສາທູດຝ່າຍທະຫານ ແລະ ນັກສຶກສາລາວເຂົ້າຮ່ວມທັງໝົດ ຈໍານວນ 75 ຄົນ, ການແຂ່ງຂັນແມ່ນໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຄວາມສາມັກຄີອັນແໜ້ນແຟ້ນ ແລະ ໃນວັນທີ 18 ມັງກອນ 2017, ຢູ່ຫ້ອງການທີ່ປຶກສາທູດຝ່າຍຫານ ແຫ່ງ ສປປ ລາວ ທ່ານ ພົນຕີ ພາດ ວິປົນໂສເພຍ, ຫົວໜ້າກົມພົວພັນຕ່າງປະເທດ, ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ກໍໄດ້ເຂົ້າອວຍພອນ ທ່ານ ພັນເອກ ໂສວັດ ວັນຕິສຸກ, ທີ່ປຶກສາທູດຝ່າຍທະຫານ ແຫ່ງ ສປປ ລາວ ແລະ ຄະນະ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ລາວ-ກໍາປູເຈຍ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.