ໃນຕອນບ່າຍວັນທີ 25 ທັນວາ 2016, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ໄດ້ຈັດປາຖະກະຖາເລົ່າມູນເຊື້ອ ວັນຊາດ 02 ທັນວາ ຄົບຮອບ 41 ປີ ( 02 ທັນວາ 1975 – 02 ທັນວາ 2016), ໃຫ້ກຽດເຜີຍແຜ່ໂດຍ ທ່ານ ໄພລາມ ອຸດົມຄໍາ, ອຸປະທູດຊົ່ວຄາວ, ມີພະນັກງານສະຖານທູດ ພ້ອມດ້ວຍນັກສຶກສາລາວ ທີ່ສຶກສາຢູ່ ກໍາປູເຈຍ ເຂົ້້າຮ່ວມ 70 ຄົນ.
ທ່ານອຸປະທູດຊົ່ວຄາວ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດສາດ ອັນພິລະອາດຫານຂອງທ່ານຜູ້ນໍາພັກ-ລັດ ກໍຄືບັນດາພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ພ້ອມກັນເປັນຈິດໜຶ່ງໃຈດຽວກັນ ລຸກຂຶ້ນຕໍ່ສູ້ກູ້ຊາດບໍ່ຍອມຈໍານົນແກ່ພວກລາເມືອງຂຶ້ນທັງເກົ່າ ແລະ ໃໝ່ ໃຫ້ຫຼຸດພົ້ນອອກຈາກແອກປົກຄອງຂອງສັກດີນາຕ່າງດ້າວ ບົນເສັ້ນທາງແຫ່ງການຕໍ່ສູ້ອັນຍາວນານ ລະອິດລະອ້ຽວ ຂ້ຽວຂາດຍຸ້ງຍາກສັບສົນແຕ່ເດັດຂາດມີໄຊ ພາຍໃຕ້ການນໍາພາຂອງພັກ ທີ່ສະຫຼາດສ່ອງໃສ, ສາມາດຕີເອົາຊະນະສັດຕູ ໃນແຕ່ລະໄລຍະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975.
ຕະຫຼອດໄລຍະ 41 ປີ ຜ່ານມາ ປະຊາຊົນລາວບັນດາເຜົ່າ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງສາມັກຄີກັນ ພາຍໃຕ້ການນໍາພາຂອງພັກ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງເຮັດໃຫ້ ສປປ ລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ, ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໄດ້ມີຜົນສໍາເລັດ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ທ່ານອຸປະທູດຊົ່ວຄາວ ໄດ້ຍົກໃຫ້ເຫັນຜົນສໍາເລັດໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ທີ່ ນະຄອນຫຼວງວຽງຈັນ ເຮັດໃຫ້ບົດບາດຂອງ ສປປ ລາວ ນັບມື້ນັບພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.