ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມລະດັບສູງ ສຳລັບພາກພື້ນອາຊີ ແລະ ເອີຣົບ ເພື່ອທົບທວນທ້າຍສະໄໝ ການຈັດຕັ້ງປະຕິບັດແຜນດໍາເນີນງານ ວຽນນາ ສໍາລັບປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ສົກປີ 2014-2024

 

20230823 DFM Phoxay VPoA 01

 

ໃນວັນທີ 22-23 ສິງຫາ 2023 ທີ່ ສໍານັກງານຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊິຟິກ (UNESCAP), ບາງກອກ, ປະເທດໄທ, ຄະນະຜູ້ແທນ ສປປ ລາວ ທີ່ປະກອບດ້ວຍ ກະຊວງການຕ່າງປະເທດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ສຳລັບພາກພື້ນ ອາຊີ ແລະ ເອີຣົບ ເພື່ອທົບທວນທ້າຍສະໄໝ ການຈັດຕັ້ງປະຕິບັດແຜນດໍາເນີນງານ ວຽນນາ (VPoA) ສໍາລັບປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ສົກປີ 2014-2024, ໂດຍສະເພາະຄວາມຄືບຫນ້າ, ຜົນສໍາເລັດ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດ 6 ຂົງເຂດບູລິມະສິດ ຄື: (1) ນະໂຍບາຍພື້ນຖານ ກ່ຽວກັບ ຂົນສົ່ງຜ່ານແດນ; (2) ການພັດທະນາ ແລະ ບູລະນະຮັກສາພື້ນຖານໂຄງລ່າງ; (3) ການຄ້າສາກົນ ແລະ ການອໍານວຍຄວາມສະດວກດ້ານການຄ້າ; (4) ການເຊື່ອມໂຍງ ແລະ ຮ່ວມມືພາກພື້ນ; (5) ການຫັນປ່ຽນໂຄງສ້າງດ້ານເສດຖະກິດ; (6) ເຄື່ອງມືການຈັດຕັ້ງປະຕິບັດ ລວມເຖິງການແລກປ່ຽນບົດຮຽນ ແລະ ວິທີທາງທີ່ດີ ໃນການຮັບມືກັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ບັນດາວິກິດການອື່ນໆ ທີ່ພວມເກີດຂຶ້ນໃນປັດຈຸບັນ.

ອ່ານເພີ່ມເຕີມ... 

ທ່ານ ທອງຜ່ານ ສະຫວັນເພັດ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

 

20230801 ASEANSOM BALI 02

 

ໃນວັນທີ 1 ສິງຫາ 2023 ທີ່ ບາຫຼີ, ອິນໂດເນເຊຍ,  ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ.

ອ່ານເພີ່ມເຕີມ... 

ລັດຖະບານ ສປປ ລາວ ມອບຫລຽນກາມິດຕະພາບ ໃຫ້ແກ່ ຜູ້ຕາງໜ້າອົງການອາຫານໂລກ (WFP) ປະຈຳ ສປປ ລາວ

  

  

 20230726 DFM PX WFP 1

     

ໃນວັນທີ 26 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ, ໄດ້ມີການຈັດພິທີປະດັບຫລຽນກາມິດຕະພາບໃຫ້ແກ່ ທ່ານ ຢານ ເດລບາເຣີ (Jan Delbaere), ຜູ້ຕາງໜ້າອົງການອາຫານໂລກ (WFP) ປະຈຳ ສປປ ລາວ ເພື່ອເປັນການຍ້ອງຍໍຜົນງານຂອງຜູ້ກ່ຽວ ທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງສາພັດທະນາຂອງ ສປປ ລາວ ພາຍຫລັງທີ່ຜູ້ກ່ຽວສິ້ນສຸດການປະຕິບັດໜ້າທີ່ ຢູ່ ສປປ ລາວ ນັບແຕ່ປີ 2018 ເປັນຕົ້ນມາ. ໃນພິທີດັ່ງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ໃນການປະດັບຫລຽນດັ່ງກ່າວ ໂດຍມີພະນັກງານຂັ້ນສູງ ຈາກບັນດາກະຊວງຂະແໜງການກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490724
ມື້ນີ້44
ມື້ວານ233
ອາທິດນີ້249
ເດືອນນີ້4117