ໃນຕອນເຊົ້າຂອງວັນທີ 06 ມີນາ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວປາໄສໃນພາກອະພິປາຍທົ່ວໄປ ຂອງກອງປະຊຸມລະດັບສູງ ອົງການສະຫະປະຊາຊາດວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ ນະຄອນຫຼວງໂດຮາ, ປະເທດກາຕາ, ເຊິ່ງເນື້ອໃນບາງຕອນ ທ່ານໄດ້ກ່າວວ່າ ການຈັດຕັ້ງປະຕິບັດແຜນດໍາເນີນງານ ອິສຕັນບູ ສໍາລັບປະເທດດ້ອຍພັດທະນາ ໃນທົດສະຫວັດທີ່ຜ່ານມາ ໄດ້ມີຄວາມຄືບໜ້າ ແຕ່ຍັງບໍ່ທັນສົມດຸນເທື່ອ ໂດຍສະເພາະບັນດາປະເທດດ້ອຍພັດທະນາ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງຫຼາຍກວ່າປະເທດອື່ນໆ ຈາກການລະບາດຂອງພະຍາດໂຄວິດ-19 ກໍຄືວິກິດການດ້ານຕ່າງໆ ເຊິ່ງໄດ້ຊ້ຳເຕີມຄວາມບອບບາງທາງດ້ານໂຄງສ້າງ, ຂີດຄວາມສາມາດດ້ານການຜະລິດທີ່ຈຳກັດ ແລະ ຄວາມທຸກຍາກທີ່ມີຢູ່ແລ້ວຕື່ມອີກ. ການຮັບຮອງເອົາແຜນດໍາເນີນງານ ໂດຮາ ວ່າດ້ວຍປະເທດດ້ອຍພັດທະນາ ແມ່ນເປັນຂີດໝາຍທີ່ສຳຄັນ ສຳລັບວົງຄະນາຍາດສາກົນໃນການຊ່ວຍເຫຼືອປະເທດດ້ອຍພັດທະນາໃຫ້ຟື້ນຟູໂດຍໄວຈາກຜົນກະທົບຂອງພະຍາດໂຄວິດ-19, ສ້າງຄວາມເຂັ້ມແຂງທົນທານຕໍ່ກັບວິກິດການທີ່ອາດຈະເກີດຂຶ້ນໃນອະນາຄົດ, ລຶບລ້າງຄວາມທຸກຍາກ ແລະ ບັນລຸການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ.
ໃນວັນເສົາ ທີ 04 ກຸມພາ 2023 ທີ່ ຫໍປະຊຸມແຫ່ງຊາດກາຕາ, ນະຄອນຫຼວງໂດຮາ, ປະເທດກາຕາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳບັນດາປະເທດດ້ອຍພັດທະນາ ໂດຍມີ ທ່ານ ລາຊາລັສ ແມ້ກຄາທີ ຊັກແວລາ (H.E. Mr. Lazarus McCarthy Chakwera), ປະທານາທິບໍດີ ແຫ່ງ ສາທາລະນະລັດມາລາວີ (Republic of Malawi) ໃນນາມປະທານກຸ່ມປະເທດດ້ອຍພັດທະນາ, ໄດ້ເປັນປະທານກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງມີທ່ານ ແຊກ ໂມຮາເມັດ ບິນ ອັບດຸນລາມັນ ອານທານີ (H.E. Sheikh Mohammed bin Abdulrahman Al-Thani), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງລັດກາຕາ ແລະ ທ່ານ ແອນໂຕນິໂອ ກູເຕເລສ (Antonio Guterres), ເລຂາທິການໃຫ່ຍອົງການ ສປຊ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສໃນພາກເປິດກອງປະຊຸມດັ່ງກ່າວ. ຫຼັງຈາກນັ້ນ, ບັນດາຫົວໜ້າຄະນະຜູ້ແທນລະດັບປະມຸກລັດ, ຫົວໜ້າລັດຖະບານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ຂອງບັນດາປະເທດດ້ອຍພັດທະນາ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ເພື່ອແລກປ່ຽນທັດສະນະ ແລະ ວິໄສທັດກ່ຽວກັບການແກ້ໄຂບັນດາສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ການພັດທະນາ ແລະ ຄວາມພະຍາຍາມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ກໍຄືການສະແດງຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດແຜນດຳເນີນ ໂດຮາ ສຳລັບປະເທດດ້ອຍພັດທະນາ (Doha Programme of Action-DPoA) ສົກປີ 2022 – 2031.
ໃນຕອນເຊົ້າຂອງວັນທີ 01 ມີນາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ກຸ່ມທະນາຄານໃນຕ່າງປະເທດ ແລະ ສປປ ລາວ (BRED Group) ຈາກ ສາທາລະນະລັດ ຝຣັ່ງ, ນໍາໂດຍ ທ່ານ ໂອລີວີເອ ແຄລນ (Olivier KLEIN), ຜູ້ບໍລິຫານໃຫຍ່ ຂອງກຸ່ມທະນາຄານ ດັ່ງກ່າວ.