ຖະແຫຼງການຮ່ວມ
ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ
ລັດຖະບານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ
ພະນົມເປັນ, ວັນທີ 12 ກັນຍາ 2019
ລັດຖະບານ ແຫ່ງ ສປປ ລາວ ໄດ້ຕິດຕາມສະພາບການປະທ້ວງຢູ່ເຂດປົກຄອງພິເສດຮົງກົງ, ສປ ຈີນ ຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງຕໍ່ເຫດການປະທ້ວງດັ່ງກ່າວ, ຊຶ່ງເປັນການສ້າງຄວາມບໍ່ສະຫງົບຕໍ່ສະຖຽນລະພາບທາງສັງຄົມຂອງເກາະຮົງກົງ.
ລັດຖະບານ ສປປ ລາວ ເວລາໃດກໍ່ຢືດໝັ້ນນະໂຍບາຍຈີນດຽວ ແລະ ຮັບຮູ້ ຮົງກົງ ແມ່ນເຂດປົກຄອງພິເສດຂອງ ສປ ຈີນ ຕາມລະບົບ “ຈີນດຽວ ສອງລະບອບ”.
ສປປ ລາວ ຫວັງຢ່າງຍິ່ງວ່າ ເຫດການດັ່ງກ່າວ ຈະໄດ້ຮັບການແກ້ໄຂໂດຍລັດຖະບານເຂດປົກຄອງພິເສດຮົງກົງໂດຍສັນຕິວິທີ ເພື່ອເຮັດໃຫ້ສະພາບການກັບຄືນສູ່ປົກກະຕິ.
--------------------------------------------------------------------------------------------
1. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ດຳເນີນການຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຢ່າງເປັນທາງການ ແຕ່ວັນທີ 24 ຫາວັນທີ 25 ກຸມພາ 2019.