ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ແຫ່ງ ສະມາພັນທະລັດ ສະວິດ ຄົບຮອບ 732 ປີ ແລະ ສະແດງຄວາມຊົມເຊີຍ ຕໍ່ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ສະວິດ ຄົບຮອບ 60 ປີ

 

ນະຄອນຫຼວງວຽງຈັນ, ວັນທີ 1 ສິງຫາ 2023

 

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ ຄົບຮອບ 732 ປີ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ປະຊາຊົນ ສະວິດ ເພື່ອນມິດ ທຸກຖ້ວນໜ້າ.

 

ພິເສດປີນີ້ ແມ່ນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ, ຂ້າພະເຈົ້າ  ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່​​ເຫັນ​ວ່າ ​ໃນ​ຕະ​ຫຼອດ 60 ປີ ​ທີ່​ຜ່ານ​ມາ​, ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີ ລະຫວ່າງ ສອງປະເທດ​ພວກ​ເຮົາສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ. ການຊ່ວຍເຫຼືອອັນລ້ຳຄ່າຂອງ ສະວິດ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໂດຍສະເພາະ ໃນຂົງເຂດ ອາຊີວະສຶກສາ, ການພັດທະນາຊົນນະບົດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງປ່າໄມ້ ແລະ ທີ່ດິນ.

 

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

 

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມ ສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ ແລະ ປະຊາຊົນ ສະວິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.       

 

ດ້ວຍຄວາມນັບຖືຢ່າງສູງ,

 

ທອງລຸນ ສີສຸລິດ

 

ພະນະທ່ານ ອາແລັງ ແບກເຊ

ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ

​ທີ່ ນະຄອນຫຼວງ ເບີນ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486311
ມື້ນີ້7
ມື້ວານ220
ອາທິດນີ້1347
ເດືອນນີ້5616