ນະຄອນຫຼວງວຽງຈັນ, ວັນທີ 13 ມິຖຸນາ 2023
ພະນະທ່ານ,
ຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ພະນະທ່ານ ຊີລວີໂອ ແບລຸສ໌ໂຄນີ, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອີຕາລີ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 12 ມິຖຸນາ 2023.
ໃນນາມ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ຄອບຄົວ ຂອງ ພະນະທ່ານ ຊີລວີໂອ ແບລຸສ໌ໂຄນີ, ລັດຖະບານ ແລະ ປະຊາຊົນ ອີຕາລີ ທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານ ຂອງ ພະນະທ່ານ ຊີລວີໂອ ແບລຸສ໌ໂຄນີ ຈົ່ງໄປສູ່ສຸຂະຕິ.
ດ້ວຍຄວາມນັບຖືຢ່າງສູງ,
ສອນໄຊ ສີພັນດອນ
ພະນະທ່ານ ນາງ ຈໍເຈຍ ເມໂລນີ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອີຕາລີ
ທີ່ ນະຄອນຫຼວງໂຣມ