ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍຂອງ ການນຳຂັ້ນສູງ ແຫ່ງ ສປປ ລາວ ເຖິງ ບັນດາການນຳ ແຫ່ງ ສ.ກູບາ

 

ນະຄອນຫຼວງວຽງຈັນ, ວັນທີ 20 ເມສາ 2023

ສະຫາຍ ທີ່ຮັກແພງ,

      ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ສົ່ງ​ຄຳ​ຊົມເຊີຍຢ່າງຈິງໃຈມາຍັງ ສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບການ ເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ອີກສະໄໝໜຶ່ງ.

      ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ສະຫາຍ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ໃນການສ້າງສາພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງ ປະຊາຊົນກູບາ ອ້າຍນ້ອງ.

       ໃນໂອກາດນີ້, ຂ້າພະເຈົ້າ ຢືນຢັນຄືນຄວາມໝາຍໝັ້ນ ທີ່ຈະເຮັດວຽກຢ່າງໃກ້ສິດ ຮ່ວມກັບ ສະຫາຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີຖານສະຫາຍອ້າຍນ້ອງ ແລະ ການພົວພັນຮ່ວມມືທີ່ມີໝາກຜົນ ລະຫວ່າງ ສອງປະເທດພວກເຮົາ, ໂດຍສະເພາະ ແມ່ນສືບຕໍ່ຜັນຂະຫຍາຍໝາກຜົນການພົບປະຜ່ານ ວີດີໂອທາງໄກ ລະຫວ່າງ ຂ້າພະເຈົ້າ ແລະ ສະຫາຍ ໃນປີ 2022 ທີ່ຜ່ານມາ ໃຫ້ປະກົດຜົນ ເປັນຈິງ.

           

       ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນ ມີກຽດຂອງສະຫາຍ.

                  

       ດ້ວຍຄວາມນັບຖືຢ່າງສູງ.

ທອງລຸນ ສີສຸລິດ

ສະຫາຍ ມີເກນ ດີເອັດສ-ກາແນນ ແບຣມູເດັດສ

ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ

ທີ່ ນະຄອນຫຼວງລາຮາວານ

--------------------------------------------------------------------------------------------------------------------------------

 

ນະຄອນຫຼວງວຽງຈັນ, ວັນທີ 20 ເມສາ 2023

 

ສະຫາຍທີ່ຮັກແພງ,

 

      ໃນນາມຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງສະຫາຍ ໃນໂອກາດທີ່ສະຫາຍ ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ  ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ອີກສະໄໝໜຶ່ງ.

 

     ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງສະຫາຍ, ລັດຖະບານ ແລະ ປະຊາຊົນກູບາ ຈະສືບຕໍ່ຍາດ ໄດ້ຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມ ສົມບູນພູນສຸກຂອງ ປະຊາຊົນກູບາ.

 

     ຂ້າພະເຈົ້າ ມີຄວາມຍິນດີທີ່ຈະໄດ້ເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວ ພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີຖານອ້າຍນ້ອງ ແລະ ການຮ່ວມມືທີ່ມີໝາກຜົນລະຫວ່າງ ສອງປະເທດ ພວກເຮົາ.

 

     ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດມາຍັງສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດທຸກປະການໃນໜ້າທີ່ຮັບຜິດຊອບອັນສູງສົ່ງຂອງສະຫາຍ.

 

     ດ້ວຍຄວາມນັບຖືຢ່າງສູງ 

 

ສອນໄຊ ສີພັນດອນ

 

 

ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ

ທີ່ ນະຄອນຫຼວງລາຮາວານ

----------------------------------------------------------------------------------------------------------------------------------

 

ນະຄອນຫຼວງວຽງຈັນ, ວັນທີ 20 ເມສາ 2023

 

ສະຫາຍທີ່ຮັກແພງ,

 

      ຂ້າພະເຈົ້າ ມີຄວາມປິຕິຍິນດີຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດຖານມິດຕະພາບຖານອ້າຍນ້ອງມາຍັງສະຫາຍ ເນື່ອງໃນໂອກາດທີ່ສະຫາຍ ໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ອີກສະໄໝໜຶ່ງ.

 

     ຂ້າພະເຈົ້າ ຫວັງວ່າຈະໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອຮັດແໜ້ນສາຍພົວພັນມິດຕະ ພາບຖານອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ລະຫວ່າງ ສອງລັດຖະບານ ກໍ່ຄື ສອງກະຊວງການຕ່າງປະເທດຂອງພວກເຮົາ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ ລາວ ແລະ ກູບາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນລະດັບພາກພື້ນ ແລະ ສາກົນ.

 

       ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດທຸກປະການໃນໜ້າທີ່ຂອງຕົນ.

 

     ດ້ວຍຄວາມນັບຖືຢ່າງສູງ,

 

 

ສະເຫຼີມໄຊ ກົມມະສິດ

 

 

ສະຫາຍ ບຣູໂນ ໂຣດຣີເກັຊ໌ ປາຣີຢາ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ

ທີ່ ນະຄອນຫຼວງລາຮາວານ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483873
ມື້ນີ້180
ມື້ວານ215
ອາທິດນີ້311
ເດືອນນີ້3178