ນະຄອນຫຼວງວຽງຈັນ, 19 ເມສາ 2023
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ເນປານ.
ຂ້າພະເຈົ້າ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແລ້ວນັ້ນ ລະຫວ່າງ ສປປ ລາວ ແລະ ເນປານ ຕະຫຼອດໄລຍະຜ່ານມາ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ກໍຄື ສອງກະຊວງການຕ່າງປະເທດພວກເຮົາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດອັນສູງສົ່ງຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ນາຣາຢັນ ປຣາຊາດ ໂຊດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ເນປານ
ທີ່ ກັດມານດຸ