ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍຈາກບັນດາການນຳຂັ້ນສູງ ແຫ່ງ ສປປ ລາວ ສົ່ງເຖິງຄູ່ຮ່ວມແຕ່ງຝ່າຍ ສປ ຈີນ

 

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

​​         ເຖິງ​: ສະຫາຍ ສີ ຈິ້​ນຜິ​ງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານ​ປະ​ເທດ ​ ແຫ່ງ​ ສາ​ທາ​ລະນະ​ລັດ ປະຊາຊົນ​ຈີນ

ທີ່ ນະຄອນຫຼວງປັກກິ່ງ

ສະ​ຫາຍ ທີ່​ນັບຖື ​ແລະ ຮັກ​ແພງ,

 

ນື່ອງ​ໃນ​ໂອກາດ​ທີ່​ສະຫາຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ ຈາກກອງ​ປະຊຸ​ມຄົບ​ຄະນະ​ຄັ້ງ​ທີ 1 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະ​ເທດ ຈີນ ສະ​ໄໝ​ທີ XIV ​ ໃຫ້​ດຳລົງ​ຕໍາ​ແໜ່ງ​ເປັນ​ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ ອີກວາລະໜຶ່ງ, ຕາງໜ້າ​ໃຫ້​ ລັດຖະບານ ​ແລະ ປະ​ຊາ​ຊົນລາວ ກໍ່​ຄື ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍ​ຖື​ເປັນ​ກຽດ​ສົ່ງ​ຄໍາຊົມ​ເຊີຍອັນອົບອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງສະຫາຍ.

 

ການ​ທີ່ ສະຫາຍໄດ້ຮັບເລືອກຕັ້ງ ​ໃຫ້ດຳລົງ​ຕຳ​ແໜ່ງ​ອັນ​ສູງ​ສົ່ງອີກໜຶ່ງສະໄໝ ​ເປັນ​ການ ສະແດງ​ເຖິງ​ຄວາມ​ໄວ້ເນື້ອເຊື່ອໃຈ ແລະ ການ​ຕີ​ລາຄາ​ສູງ​ ຂອງພັກ, ລັດ ​ແລະ ປະຊາ​ຊົນ​ຈີນ ຕໍ່ບົດບາດ ແລະ ຄວາມປີຊາສາມາດໃນການຊີ້ນຳນຳພາ ທີ່ເຕັມໄປດ້ວຍປະສົບການອັນອຸດົມສົມບູນ ແລະ ຜົນງານອັນໂດດເດັ່ນ ຂອງ ສະຫາຍ ໃນພາລະກິດສ້າງສາພັດທະນາ ປະເທດຈີນ ຕາມ​ທິດ​ທາງ​ ແລະ ສີສັນພິເສດ ຂອງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ວາງ​ອອກ.

 

ຂ້າພະ​ເຈົ້າ ​ເຊື່ອ​ໝັ້ນຢ່າງ​ໜັກແໜ້ນວ່າ ​ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ ທີ່ມີສະຫາຍເປັນແກນກາງນັ້ນ ຈະເຮັດໃຫ້ພາລະກິດສ້າງສາປະເທດຈີນ ເຕັມໄປດ້ວຍທັດສະນະໃໝ່,  ແນວຄິດໃໝ່ ແລະ ຍຸດທະສາດໃໝ່​ ເພື່ອປົກຄອງລັດ-ບໍລິຫານປະເທດ ໃຫ້ມີຄວາມເຂັ້ມແຂງຮອບດ້ານ, ເຊິ່ງຈະເຮັດໃຫ້ພາລະກິດສ້າງສາສັງຄົມນິຍົມແບບສີສັນພິເສດຂອງຈີນນັ້ນ ປະສົບຜົນສຳເລັດຢ່າງໃຫຍ່ຫລວງ, ຮອບດ້ານ, ມີລັກສະນະປະຫວັດສາດ ແລະ ກາຍເປັນພື້ນຖານອັນໜັກແໜ້ນ ເພື່ອບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງ ແລະ ຄວາມຝັນຂອງຈີນ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ຢ່າງຮອບດ້ານ, ສ້າງສາປະເທດຈີີນ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີກົມກຽວປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ໃຫ້ປະກົດຜົນເປັນຈິງ.

 

ຂໍ​ອວຍ​ພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງ​ໄດ້​ຮັບ​ການເສີມ​ຂະຫຍາຍໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ  ກໍ່ຄື ​ເພື່ອພາລະກິດ​ສັນຕິພາບ, ມິດຕະພາບ ແລະ ການ​ພັດທະນາແບບຍືນຍົງ​ຢູ່ໃນ​ພາກ​ພື້ນ ແລະ ​ໃນ​ໂລກ.

 

ອວຍພອນ​ໃຫ້ ສະ​ຫາຍ ຈົ່ງ​ມີພະລານາໄມ​​ສົມບູນ, ມີ​ຄວາມ​ຜາ​ສຸກ ແລະ ປະສົບ​ຜົນສຳ​ເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ​ ໃນພາລະກິດອັນສູງສົ່ງ ແລະ ມີ​ກຽດ​ສະຫງ່າ ​ຂອງ​ສະຫາຍ.

ດ້ວຍຄວາມນັບຖືຢ່າງສູງ,

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 10 ມີນາ 2023

         

ທອງລຸນ ສີສຸລິດ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

---------------------------------------------------------------------------------------------------------------------------------------------------------------------

 

ເຖິງ: ສະຫາຍ ຫານ ເຈີ້ງ, ຮອງ​ປະທານ​ປະ​ເທດ ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ

ທີ່ ນະຄອນຫຼວງປັກ​ກິ່ງ

        ສະຫາຍ​ ຫານ ເຈິ້ງ ທີ່​ນັບຖື ແລະ ຮັກ​ແພງ,

 

         ​ເນື່ອງ​ໃນ​ໂອກາດ​ທີ່ ສະຫາຍ ​ໄດ້​ຮັບ​ການ​ເລືອກ​ຕັ້ງຈາກກອງ​ປະຊຸ​ມຄົບ​ຄະນະ​ຄັ້ງ​ທີ 1 ຂອງ​ສະ ພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະ​ເທດ ຈີນ ສະ​ໄໝ​ທີ XIV ​ໃຫ້​ດຳລົງ​ຕຳ​ແໜ່​ງ ​ເປັນ​ຮອງ​ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ, ຕາງໜ້າ​ໃຫ້​ລັດຖະບານ ​ແລະ ປະ​ຊາ​ຊົນ​ລາວ ກໍ່ຄື ​ໃນ​ນາມ​ສ່ວນຕົວ, ຂ້າພະ​ເຈົ້າ ຂໍ​ສົ່ງ​ຄວາມ​ຊົມ​ເຊີຍຢ່າງສຸດອົກສຸດໃຈ​ມາ​ຍັງ​ສະຫາຍ.

 

ສະຫາຍ ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ​ອັນ​ສູງ​ສົ່ງ​ນີ້ ​ເປັນການສະ​ແດງ​ເຖິງ​ຄວາມ​ໄວ້​ເນື້ອເຊື່ອໃຈ ​ແລະ ການ​ຕີ​ລາຄາ​ສູງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຈີນ ທີ່ມີຕໍ່​ບົດບາດ ແລະ ຜົນງານຂອງ ສະຫາຍ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ​ພາລະກິດສ້າງສາພັດທະນາປະເທດຂອງ ສປ ຈີນ ຕະ ຫຼອດໄລຍະທີ່ຜ່ານມາ.

 

ຂ້າພະເຈົ້າເຊື່ອໝັ້ນຢ່າງສູງວ່າ, ດ້ວຍປະສົບການ, ຄວາມຮູ້ຄວາມສາມາດຂອງສະຫາຍ ສົມທົບກັບບົດຮຽນ ແລະ ພຶດຕິກໍາຕົວຈິງຂອງການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ ອັນມີ ສະຫາຍເລຂາທິທິການໃຫຍ່ ສີ ຈີ້ນຜິງ ເປັນແກນນຳ ແລະ ສະຫາຍນັ້ນ, ລັດຖະບານກໍ່ຄື ປະຊາຊົນຈີນ ອ້າຍນ້ອງ ຈະບັນລຸບັນດາເປົ້າໝາຍທີ່ວາງໄວ້ດ້ວຍຜົນສຳເລັດຢ່າງໃຫຍ່ຫລວງ ແລະ ຮອບດ້ານ.

 

ຂ້າພະເຈົ້າມີຄວາມຍິນດີ ທີ່ຈະສືບຕໍ່ເຮັດວຽກຮ່ວມກັບສະຫາຍເພື່ອຊຸກຍູ້ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ຈົ່ໃຫ້ຂະຫຍາຍຕົວ ແລະ ປະກົດຜົນເປັນຈິງ.

 

ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນສູງສົ່ງຂອງສະຫາຍ.

 

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 10  ມີນາ 2023

                                         

ບຸນທອງ ຈິດມະນີ

ຮອງປະທານປະ​ເທດ

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

-------------------------------------------------------------------------------------------------------------------------------------------------------------------------

 

ເຖິງ: ສະຫາຍ ຫານ ເຈີ້ງ, ຮອງ​ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ

ທີ່ ນະຄອນຫຼວງປັກ​ກິ່ງ

       ສະຫາຍ​ ຫານ ເຈີ້ງ ທີ່ນັບຖື ແລະ ຮັກແພງ,

 

ເນື່ອງ​ໃນ​ໂອກາດ​ທີ່ ສະຫາຍ ​ໄດ້​ຮັບ​ການ​ເລືອກ​ຕັ້ງຈາກກອງ​ປະຊຸ​ມຄົບ​ຄະນະ​ຄັ້ງ​ທີ 1 ຂອງ​ສະ ພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະ​ເທດ ຈີນ ສະ​ໄໝ​ທີ XIV ​ໃຫ້​ດຳລົງ​ຕຳ​ແໜ່​ງ ​ເປັນ​ຮອງ​ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ, ຕາງໜ້າ​ໃຫ້​ລັດຖະບານ ​ແລະ ປະ​ຊາ​ຊົນ​ລາວ ກໍ່ຄື ​ໃນ​ນາມ​ສ່ວນຕົວ, ຂ້າພະ​ເຈົ້າ ຂໍ​ສົ່ງ​ຄວາມ​ຊົມ​ເຊີຍຢ່າງສຸດອົກສຸດໃຈ​ມາ​ຍັງ​ສະຫາຍ.

 

ການທີ່ ສະຫາຍ ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ​ອັນ​ສູງ​ສົ່ງ​ນີ້ ​ເປັນການສະ​ແດງ​ເຖິງ​ຄວາມ​ໄວ້​ເນື້ອເຊື່ອໃຈ ​ແລະ ການ​ຕີ​ລາຄາ​ສູງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຈີນ ທີ່ມີຕໍ່​ບົດບາດ ແລະ ຜົນງານຂອງ ສະຫາຍ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ​ພາລະກິດສ້າງສາພັດທະນາປະເທດຂອງ ສປ ຈີນ ຕະຫຼອດໄລຍະທີ່ຜ່ານມາ. 

 

ຂ້າພະເຈົ້າເຊື່ອໝັ້ນຢ່າງສຸງວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ ອັນມີ ສະຫາຍ ເລຂາທິທິການໃຫຍ່ ສີ ຈີ້ນຜິງ ເປັນແກນນຳ ແລະ ສະຫາຍ, ລັດຖະບານກໍ່ຄື ປະຊາຊົນຈີນ ອ້າຍນ້ອງ ຈະບັນລຸບັນດາເປົ້າໝາຍທີ່ວາງໄວ້ດ້ວຍຜົນສຳເລັດຢ່າງໃຫຍ່ຫລວງ ແລະ ຮອບດ້ານ.    ນໍາພາ ສປ ຈີນ ໃຫ້ມີບົດບາດອັນສູງເດັ່ນຂຶ້ນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.

 

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ຈົ່ງໄດ້ຮັບການຂະຫຍາຍຕົວສູງຂື້ນເລື້ອຍໆ.

 

ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນສູງສົ່ງຂອງສະຫາຍ.     

    

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 10 ມີນາ 2023

 

ປານີ ຢ່າທໍ່ຕູ້

ຮອງປະທານປະ​ເທດ

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

---------------------------------------------------------------------------------------------------------------------------------------------------------------------

ເຖິງ: ສະຫາຍ, ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ

ທີ່ ນະຄອນຫຼວງ​ປັກ​ກິ່ງ

ສະຫາຍ ນາຍົກ ທີ່ນັບຖື ແລະ ຮັກ​ແພງ ​,

 

​​ເນື່ອງໃນ​ໂອກາດ​ທີ່ ສະຫາຍ ​ໄດ້ຮັບການເລືອກຕັ້ງ​ໃຫ້​ດຳລົງ​ຕໍາ​ແໜ່ງ​​ເປັນນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ, ຕາງໜ້າ​ໃຫ້​ລັດຖະບານ ​ແລ​ະ ປະຊາ​ຊົນ​ລາວ ກໍ່ຄື​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄໍາ​ຊົມ​ເຊີຍ ອັນ​ອົບອຸ່ນ​​ມາ​ຍັງ​ສະຫາຍ.

 

ການທີ່ ສະຫາຍ ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ​ອັນ​ສູງ​ສົ່ງ ​ແລະ ສຳຄັນ​ຍິ່ງໃນຄັ້ງນີ້ ແມ່ນສະແດງເຖິງຄວາມໄວ້ວາງໃຈ ຂອງພັກ, ລັດ ແລະ ປະຊາຊົນຈີນ ຕໍ່ຄວາມຮູ້, ຄວາມສາມາດ ແລະ ຜົນງານອັນໂດດເດັ່ນ ຂອງ​ສະຫາຍ​ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າ​ໃນ​ພາ​ລະ​ກິດສ້າງສາປະເທດຊາດ ເດີນຕາມທິດ​ສັງຄົມ​ນິຍົມຕາມສີສັນພິເສດຂອງຈີນຕະຫຼອດໄລຍະທີ່ຜ່ານມາ​.

 

ຂ້າພະ​ເຈົ້າ ​ເຊື່ອ​ໝັ້ນ​ຢ່າງ​ໜັກ​​ແໜ້ນ​ວ່າ, ສປ ຈີນ ​ໂດຍ​ມີ​ສະຫາຍ​ເປັນ​ນາຍົກລັດຖະມົນຕີ ຈະ​ສືບ​ຕໍ່​ນຳພາ​ລັດຖະບານ ແລະ ປະຊາຊົນ​ຈີນ  ຍາດໄດ້ໄຊຊະນະ ແລະ ຜົນສໍາເລັດອັນໃຫຍ່ຫຼວງ ໃນການບັນລຸທຸກພາລະກິດ ຂອງພັກ-ລັດຢ່າງຮອບດ້ານ ແລະ ເຮັດໃຫ້ ສປ ຈີນ ນັບມື້ນັບມີບົດບາດພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນ​ເຂົ້າ​​ໃນ​ພາ​ລະ​ກິດ​ເສີມ​ສ້າງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ສົ່ງ​ເສີມການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ​ ​ແລ​ະ ​ໃນ​ໂລກ.

 

ຂໍ​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລ​ະ ​ຄູ່​ຮ່ວມ​ມືຍຸດ​ທະ​ສາດຮອບດ້ານ ໝັ້ນຄົງ ຍາວນານ ​ທີ່​ມີ​ປະສິດທິ​ຜົນ ລະຫວ່າງ ສປປ ລາວ ​​ແລະ ສປ ຈີນ ກໍຄື ລະຫວ່າງ ປະຊາຊົນ​ສອງ​ຊາດ​ພວກ​ເຮົາ ຈົ່ງ​ໄດ້​ຮັບ​ການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປ. ​

 

ຂໍ​ອວຍພອນ​ໃຫ້ ສະຫາຍ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​​ແຂງ ​ແລ​ະ ປະສົບ​ຜົນສຳ​ເລັດ​ໃໝ່​ໃຫຍ່​ຫຼວງ​​ກວ່າເກົ່າໃນ​ພາລະກິດ​ອັນ​ສູງ​ສົ່ງ​ຂອງ​ສະຫາຍ.

 

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 10 ມີນາ 2023

 

ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີ ​

ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

--------------------------------------------------------------------------------------------------------------------------------------------------------------

 

ເຖິງ: ສະຫາຍ ສີນ ກາງ, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ

        ທີ່ ນະຄອນຫຼວງ​ປັກ​ກິ່ງ

       ສະ​ຫາຍ​ ທີ່​ຮັກ​ແພງ,   

   ​

ເນື່ອງ​ໃນ​ໂອກາດ​ທີ່ ສະຫາຍ​ໄດ້​ຮັບ​ການ​ເລືອກຕັ້ງໃຫ້​ດຳລົງ​ຕຳ​ແໜ່ງ​​ເປັນທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງ ສາ​ທາ​ລະນະ​ລັດ ປະຊາຊົນ​ຈີນ, ຂ້າພະ​ເຈົ້າ ຂໍ​ສົ່ງ​ຄໍາ​ຊົມ​ເຊີຍຢ່າງ​ຈິງໃຈ​ມາ​ຍັງ​ສະຫາຍ.

 

ການ​ທີ່ ສະຫາຍ​ ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​​ໃຫ້​ດຳ​ລົງ​ຕໍາ​ແໜ່ງ​ທີ່​ມີ​ຄວາມສຳຄັນ​ນີ້ ​ເປັນ​ການສ​ະ​ແດງ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຕີ​ລາຄາ​ສູງ​ຂອງພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ ຕໍ່​ບົດບາດ ​ແລະ ການ​ປະກອບສ່ວນ​ອັນ​ສຳຄັນ​ຂອງ ສະຫາຍ ​ເຂົ້າ​ໃນ​ພາລະກິດ​ສ້າງສາພັດທະນາປະເທດຈີນ ​ເພື່ອເຮັດ​ໃຫ້ ສປ ຈີນ ກາຍ​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄໝ ​ແລະ ມັ່ງ​ຄັ່ງ​​ເຂັ້ມ​ແຂງ, ມີ​ບົດບາດ​ນັບ​ມື້​ນັບ​ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ.

 

ຂ້າພະ​ເຈົ້າ​ມີ​ຄວາມຍິນດີ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ສືບຕໍ່ເຮັດວຽກຮ່ວມກັບ ສະຫາຍ ​ເພື່ອ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ​ແລະ ສປ ຈີນ​, ​ໂດຍ​ສະ​ເພາະ​ແມ່ນການ​ຮ່ວມ​ມືທີ່​ມີ​ປະສິດທິ​ຜົນ ລະຫວ່າງ ສອງກະຊວງການ​ຕ່າ​ງປະ​ເທດພວກເຮົາ ​ໃຫ້​ມີ​ການ​ຂະ​ຫຍາ​ຍຕົວຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງປະຊາຊົນສອງຊາດ     ລາວ-ຈີນ ແລະ ເພື່ອສັນຕິ​ພາບ ​ແລ​ະ ການ​ພັດທະນາຂອງພາກພື້ນ ແລະ ສາກົນ.

 

ຂໍ​ອວຍພອນ​​ໃຫ້ ສະຫາຍ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນ​ສຳ​ເລັດ​ໃໝ່​ໃຫຍ່ຫຼວງ​ກວ່າ​​ເກົ່າ ​ໃນ​ພາລະກິດ​ອັນ​ສູງ​ສົ່ງ​ຂອງ​ສະຫາຍ​.

 

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 12 ມີນາ 2023

 

ສະເຫຼີມໄຊ ກົມມະສິດ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483876
ມື້ນີ້0
ມື້ວານ183
ອາທິດນີ້314
ເດືອນນີ້3181