ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ແຫ່ງ ລາຊະອານາຈັກ ລຸກຊຳບວກ ຈາກບັນດາການນຳລາວ

ນະຄອນຫຼວງ​ວຽງຈັນ, ວັນ​ທີ 20 ມິຖຸນາ 2016

ເຈົ້າ​ຊາຍ ແກ​ຣນ ດ​ຣຸກ ເຮັນ​ຣີ ແຫ່ງ ລາ​ຊະ​ອາ​ນາ​ຈັກ ລຸກ​ຊຳ​ບວກ

ລຸກ​ຊຳ​ບວກ

            ເຈົ້າ​ຊາຍ,

​ເນື່ອງ​ໃນ​ໂອກ​າດວັນຊາດ​ແຫ່ງ ລາ​ຊະ​ອາ​ນາ​ຈັກ ລຸກ​ຊຳ​ບວກ, ຕາງໜ້າ​ໃຫ້​ປະຊາຊົນ​ລາວ ​ແລະ​ ໃນ​ນາມສ່ວນ​ຕົວ,ຂ້າພະ​ເຈົ້າຂໍ​ຖື​ເປັນກຽດສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​​ພະ​ອົງ ​ແລະ ຜ່ານພະ​ອົງ​ໄປ​ຍັງ​ປະຊາຊົນ​ລຸກ​ຊຳ​ບວກ​ທຸກ​ຖ້ວນໜ້າຈົ່ງ​ມີ​ພະ​ລາ​ນະ​ໄມ​ສົມບູນ ​ແລະ ຄວາມວັດ​ທະ​ນະ​ຖາ​ວອນ.

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າສາຍ​ພົວພັນ​ມິດຕະພາບ​ແລະການ​ຮ່ວມ​ມື​​ອັນ​ດີ ​ລະຫວ່າງ ສາທາລະ​ນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ​ ແລະ ລາ​ຊະ​ອາ​ນາ​ຈັກ ລຸກ​ຊຳ​ບວກຈະ​ສືບຕໍ່​ໄດ້​ຮັບ​ການເສີມ​ຂະ​ຫ​ຍາຍຢ່າງ​ບໍ່ຢຸດ​ຢັ້ງ   ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາກໍ​ຄື​ຄວາມ​ວັດ​ທະນາ​ຖາວອນ​ຂອງ​ສອງ​ປະ​ເທດ​ພວກ​ເຮົາ.

                                                                       

                          ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

                                                                                           ບຸນ​ຍັງ ວໍ​ລະ​ຈິດ

                                                                                                       ປະທານ​ປະ​ເທດ

                                    ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ


 

ພະນະ​ທ່ານ ຊາ​ວີ​ເອ ​ເບ​ແຕນ

 

ນາຍົກລັດຖະມົນຕີ​ ​ແຫ່ງ ລາຊະ​ອານາ​ຈັກ ​ລຸກ​ຊຳ​ບວກ

 

ລຸກ​ຊຳ​ບວກ

 

ພະນະ​ທ່ານ,

 

ເນື່ອງ​ໃນໂອກາດວັນຊາດແຫ່ງ ລາຊະອານາຈັກ​ລຸກ​ຊຳ​ບວກ, ຕາງໜ້າ​ໃຫ້ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາ​ຍັງ ພະນະ​ທ່ານ ແລະ ຜ່ານພະນະ​ທ່ານໄປຍັງລັດຖະບານ ແຫ່ງ ລາຊະອານາຈັກ​ ລຸກ​ຊຳ​ບວກ      ຈົ່ງມີຄວາມຜາສຸກ ແລະ ວັດທະນະຖາວອນ​.

 

ຂ້າພະເຈົ້າຫວັງ​ຢ່າງ​ຍິ່ງ​ວ່າ ສາຍພົວພັນມິດຕະພາບແລະ ການຮ່ວມມືອັນ​ດີລະຫວ່າງສອງປະເທດພວກເຮົາໄດ້ຮັບການຮັດ​ແໜ້ນ​ໃນ​ຊຸມ​ປີ​ຕໍ່​ໜ້າເພື່ອຜົນປະໂຫຍດລວມຂອງປະຊາຊົນທັງສອງຊາດພວກເຮົາ ກໍ​ຄື​ສັນຕິພາບ​ໂລກ ​ແລະ ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ.

 

                       

 

                                        ດ້ວຍຄວາມນັບຖືຢ່າງສູງ,

 

                                                                      ທອງ​ລຸນ ສີ​ສຸ​ລິດ

 

                                                                             ນາ​ຍົກ​ລັດ​ຖະ​ມົນ​ຕີ

 

                                                                     ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ


 

ພະນະ​ທ່ານ ຊັງ ອາສ໌ບອນ

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ

​ແຫ່ງ ລາຊະ​ອານາ​ຈັກ ​ລຸກ​ຊຳ​ບວກ

ລຸກ​ຊຳ​ບວກ

ພະນະ​ທ່ານ,

ເນື່ອງ​ໃນໂອກາດວັນຊາດແຫ່ງ ລາຊະອານາຈັກ ​ລຸກ​ຊຳ​ບວກ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນຈິງ​​ໃຈ ແລະ ພອນໄຊອັນປະເສີດ ມາ​ຍັງພະນະ​ທ່ານຈົ່ງ​ມີ​ພະ​ລາ​ນະໄມ​ສົ​ມບູນ ​ແລະ ປະສົບ​ຜົນສຳ​ເລັດທຸກ​ປະການ​   ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງພະນະ​ທ່ານ.

ຂ້າພະເຈົ້າ​ເຊື່ອ​ໝັ້ນວ່າ ສາຍພົວພັນມິດຕະພາບແລະການຮ່ວມມືອັນດີທີ່​ມີ​ມາລະຫວ່າງສອງປະເທດພວກເຮົາໄດ້ຮັບການສືບ​ຕໍ່​ຮັດ​ແໜ້ນ ​ແລະ ເສີມຂະຫຍາຍ​ໃຫ້​​ເກີດ​ດອກອອກ​ຜົນ​ຍິ່ງໆ​ຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນ​​ສອງຊາດພວກເຮົາ ກໍ​ຄື​​ເພື່ອສັນຕິພາບ​ ​ແລະ ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ.

                                                  ດ້ວຍຄວາມນັບຖືຢ່າງສູງ,

                                                                           ສະ​ເຫຼີ​ມ​ໄຊ ກົມມະ​ສິດ

                                                                           ລັດຖະມົນ​ຕີ​ກະຊວງ​ການ​ຕ່າງ​ປະ​​ເທດ

                                                                      ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489258
ມື້ນີ້101
ມື້ວານ231
ອາທິດນີ້457
ເດືອນນີ້2651