ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພາບເອີຣົບ ສົ່ງສານອວຍພອນເຖິງການນຳຂັ້ນສູງຂອງ ສປປ ລາວ

 

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ,

 

ໃນນາມສະຫະພາບເອີຣົບ, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຕໍ່ພະນະທ່ານ ເນື່ອງໃນໂອກາດທີ່ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພວກຂ້າພະເຈົ້າ ຂໍອວຍພອນໃຫ້ພະນະທ່ານ ຈົ່ງປະສົບຜົນສຳເລັດທຸກຢ່າງໃນໜ້າທີ່ວຽກງານຂອງພະນະທ່ານ ລວມທັງການເປັນປະທານອາຊຽນຂອງ ສປປ ລາວ ໃນປີນີ້.

ສະຫະພາບເອີຣົບ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ປະຕິບັດບາດກ້າວຮ່ວມກັນທີ່ສຳຄັນ ເພື່ອກ້າວໄປສູ່ສະພາບທີ່ສຸກງອມຂອງການເປັນຄູ່ຮ່ວມມືຮອບດ້ານ, ລວມໄປເຖິງການພົບປະຂອງຄະນະກຳມາທິການຮ່ວມຢ່າງເປັນປົກກະຕິຂອງພວກເຮົາ ແລະ ການປຶກສາຫາລືດ້ານສິດທິມະນຸດປະຈຳປີ. ສະຫະພາບເອີຣົບ ມີຄວາມມຸ້ງໝັ້ນທີ່ຈະມີການພົວພັນກັບອາຊຽນໃນລະດັບສູງ ແລະ ເຮັດວຽກຮ່ວມກັບກອງເລຂາອາຊຽນຢ່າງໃກ້ຊິດ, ໂດຍຮ່ວມກັບປະເທດສະມາຊິກອາຊຽນ ແລະ ໃນໂອກາດການເປັນປະທານອາຊຽນຂອງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ ເພື່ອບັນລຸຈຸດໝາຍນີ້.

ພວກເຮົາຫວັງວ່າ ສາຍພົວພັນ ລະຫວ່າງ ເຮົາຈະໄດ້ຮັບການພັດທະນາໃຫ້ດີຍິ່ງຂຶ້ນບົນພື້ນຖານມິດຕະພາບ ແລະ ຄວາມໄວ້ວາງໃຈ ລະຫວ່າງ ປະຊາຊົນ ສະຫະພາບເອີຣົບ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

                                                               

ທ່ານ ໂດນອລ໌ ຕຸສ໌

ປະທານສະພາເອີຣົບ                                                                    

 

ທ່ານ ຊັງ ໂກຣດເດິ ຈຸງເກີ

ປະທານຄະນະກຳມາທິການເອີຣົບ

ບຣຸກແຊນ, 10 ພຶດສະພາ 2016

 

 

 

 

 

ພະນະທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ,

 

ໃນນາມສະຫະພາບເອີຣົບ, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຕໍ່ ພະນະທ່ານ ເນື່ອງໃນໂອກາດທີ່ຖືກເລືອກຕັ້ງຈາກສະພາແຫ່ງຊາດ ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ພວກເຮົາໄດ້ຮັບການຊຸກຍູ້ສົ່ງເສີມຈາກການພັດທະນາສາຍພົວພັນຂອງພວກເຮົາໃນໄລຍະປີທີ່ຜ່ານມາ, ໂດຍຜ່ານການຮ່ວມມືດ້ານການເມືອງໄປສູ່ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ນັບທັງການຮ່ວມມືເພື່ອການພັດທະນາ.

ພວກຂ້າພະເຈົ້າ ຫວັງວ່າຈະໄດ້ເຮັດວຽກຮ່ວມກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ລະຫວ່າງ ສະຫະພາບເອີຣົບ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືກັບອາຊຽນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ພວກຂ້າພະເຈົ້າ ຂໍອວຍພອນໃຫ້ພະນະທ່ານ ຈົ່ງປະສົບຜົນສຳເລັດໃນໜ້າທີ່ອັນສຳຄັນຂອງພະນະທ່ານ.

 

 

 

 

ທ່ານ ໂດນອລ໌ ຕຸສ໌

ປະທານສະພາເອີຣົບ  

                                                                  

ທ່ານ ຊັງ ໂກຣດເດິ ຈຸງເກີ

ປະທານຄະນະກຳມາທິການເອີຣົບ

ບຣຸກແຊນ, 10 ພຶດສະພາ 2016

 

 

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີ ກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ,

 

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພາຍໃຕ້ການນຳຂອງທ່ານ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ສປປ ລາວ ແລະ ສະຫະພາບເອີຣົບ ຈະມີສ່ວນຮ່ວມໃນການພິຈະລະນາບັນຫາສາກົນທີ່ສອງຝ່າຍມີຄວາມສົນໃຈ ແລະ ປະສົບຜົນສຳເລັດຍິ່ງຂຶ້ນ ໃນການເປັນຄູ່ຮ່ວມມື ແລະ ການຮ່ວມມືຂອງພວກເຮົາ.

ໃນຖານະທີ່ເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງລາວ, ສະຫະພາບເອີຣົບ ຈະສືບຕໍ່ໃຫ້ການສະໜັບສະໜູນ ເພື່ອແກ້ໄຂສິ່ງທ້າທາຍໃນການພັດທະນາ ໂດຍສຸມໃສ່ບັນດາແຜນງານດ້ານລະບຽບກົດໝາຍ, ການສຶກສາ ແລະ ໂພຊະນາການ. ໃນຮູບແບບຂອງແຜນງານຮ່ວມ, ການຊ່ວຍເຫຼືອເພື່ອການພັດທະນາຂອງສະຫະພາບເອຣົບສຳລັບສົກປີ 2016-2020 ລວມທັງຂອງບັນດາປະເທດສະມາຊິກຈະມີມູນຄ່າເຖິງເຄີ່ງຕື້ເອີໂຣ. ນອກຈາກນີ້, ພວກເຮົາຍັງໃຫ້ຄວາມສຳຄັນ ຢ່າງຍິ່ງໃນການສືບຕໍ່ປຶກສາຫາລືບັນຫາສຳຄັນທີ່ກ່ຽວພັນ ເຖິງ ສິດທິມະນຸດ ແລະ ການປົກຄອງ.

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຕໍ່ກັບການເປັນປະທານອາຊຽນໃນປີ 2016. ສະຫະພາບເອີຣົບເປັນຜູ້ໃຫ້ການສະໜັບສະໜູນຢ່າງແຂງແຮງຕໍ່ຄວາມເປັນແກນກາງ, ການເຊື່ອມຈອດ ແລະ ການເຊື່ອມໂຍງຂອງອາຊຽນ. ພວກເຮົາເຫັນດີເຫັນພ້ອມນຳວິໄສທັດ ອາຊຽນ ສຳລັບປີ 2025 ເພື່ອຮ່ວມກັນ ສ້າງພາກພື້ນໃຫ້ມີສັນຕິພາບ, ເສລີພາບ ແລະ ຄວາມວັດທະນາຖາວອນ ສຳລັບປະຊາຊົນອາຊຽນ. ສະຫະພາບເອີຣົບ ໄດ້ຕັດສິນໃຈເຮັດວຽກຮ່ວມກັບອາຊຽນ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມມືຍຸດທະສາດ ແລະ ມີຄວາມເຊື່ອໝັ້ນຕໍ່ການສະໜັບສະໜູນຂອງປະທານສຳລັບພັນທະຂອງສະຫະພາບເອີຣົບຕໍ່ອາຊຽນໃນການເຮັດວຽກຮ່ວມກັນ ລວມທັງກອງປະຊຸມສຸດຍອດອາຊີຕາເວັນອອກ.

ຂ້າພະເຈົ້າ ຂໍອວຍພອນໃຫ້ທານ ຈົ່ງປະສົບຜົນສຳເລັດໃນໜ້າທີ່ຮັບຜິດຊອບໃໝ່.

 

ດ້ວຍຄວາມນັບຖື,

ເຟເດຣິກາ ໂມເກຮີນີ.

ບຣຸກແຊນ, 17 ພຶດສະພາ 2016

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489076
ມື້ນີ້150
ມື້ວານ203
ອາທິດນີ້275
ເດືອນນີ້2469