ໃນຕອນເຊົ້າຂອງວັນທີ 20 ທັນວາ 2021, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວຫນ້າກົມເສດຖະກິດ, ຫົວຫນ້າເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (ໃນຮູບແບບກອງປະຊຸມທາງໄກ), ພາຍໃຕ້ການເປັນປະທານຂອງ ທ່ານ ກາໂນະ ທາເກຮີໂຣະ, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມອາຊີຕາເວັນອອກສຽງໃຕ້ ແລະ ຕາເວັນຕົກສຽງໃຕ້. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລືທົບທວນຄືນຄວາມຄືບຫນ້າຂອງການຮ່ວມມືໃນໄລຍະຜ່ານມາ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານ ພາຍໃຕ້ຍຸດທະສາດໂຕກຽວ 2018 (Tokyo Strategy 2018) ແລະ ແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງຈະໄດ້ມີການປັບປຸງຍຸດທະສາດໂຕກຽວສະບັບໃຫມ່ ແລະ ການກະກຽມໃຫ້ແກ່ການເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 ທີ່ມີແຜນຈະຈັດຂື້ນໃນປີ 2022, ທີ່ ປະເທດຍີ່ປຸ່ນ. ກອງປະຊຸມຄັ້ງນີ້ ສປປ ລາວ ໄດ້ສະເໜີໃຫ້ບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ໂດຍສຸມໃສ່ການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ 19, ການແລກປ່ຽນຂໍ້ມູນຂ່າວສານໂດຍສະເພາະໃນຂະແໜງສາທາລະນະສຸກ, ການສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນຂົງເຂດເສດຖະກິດ ເພື່ອສົ່ງເສີມບັນດາຫົວໜ່ວຍທຸລະກິດ ທັງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະຫນາດກາງໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ. ພ້ອມດຽວກັນນັ້ນ, ໃນວັນດຽວກັນ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ກໍ່ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມເວທີສໍາມະນາເປົ້າຫມາຍການພັດທະນາແບບຍືນຍົງແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 1 (The First Mekong-Japan SDGs Forum), ຈຸດປະສົງແມ່ນເພື່ອສຸມໃສ່ດຳເນີນການຈັດຕັ້ງປະຕິບັດຂໍ້ລິເລີ່ມເປົ້າຫມາຍການພັດທະນາແບບຍືນຍົງ (SDGsInitiative) ຮອດປີ 2030 ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ເພື່ອວາງແຜນກ້າວໄປສູ່ການພັດທະນາສີຂຽວໃນພາກພື້ນແມ່ນໍ້າຂອງໃນອະນາຄົດ.