ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຄົນໃໝ່

20210602Lao2VN1

 

20210602Lao2VN2

 

ວັນທີ 01 ມິຖຸນາ 2021, ທີ່ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມຄະນະ, ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍນາງເຈືອງທິມາຍ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ, ​ ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.

 

ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ​ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ກໍໄດ້​ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ແລະ ສະ​ແດງ​ຄວມຊົມ​ເຊີຍຢ່າງຈິງໃຈຕໍ່ ສະຫາຍ ນາງ ເຈືອງທິມາຍ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ​​, ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມຄົນໃໝ່, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນແລະ ໄວ້ວາງໃຈຂອງກົມການເມືອງສູນກາງພັກກອມມູນິດຫວຽດນາມ ຕໍ່ກັບຄວາມສາມາດ, ບົດບາດໃນການຊີ້ນໍາ-​ນໍາພາ, ການປະກອບສ່ວນຢ່າງຫ້າວຫັນ ແລະ ມີປະສິດທິຜົນຂອງສະຫາຍໃນໄລຍະຜ່ານມາ.

 

ສະຫາຍ ນາງເຈືອງທິມາຍ, ​ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ພ້ອມຄະນະທີ່ໄດ້ມາອວຍພອນເຊິ່ງເປັນປະເທດທຳອິດ ໃນໄລຍະທີ່ສະຫາຍມາຮັບຕຳແໜ່ງໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ, ສອງຄະນະຈັດຕັ້ງສູນກາງພັກແລປະຊາຊົນສອງຊາດຫວຽດນາມ-ລາວໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

 

ພ້ອມດຽວກັນນັ້ນ, ສະຫາຍ ນາງເຈືອງທິມາຍ ​ກໍຍັງໄດ້ຝາກຄວາມ​ຂອບໃຈ ແລະ ຢື້ຢາມຖາມຂ່າວຜ່ານສະຫາຍເອກອັກຄະລັດຖະທູດໄປຍັງ ສະຫາຍນາງ ສີລືເດດມູນສອນ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ​ ລວມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວແລະ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຂອງສປປ ລາວ.

 

ໃນໂອກາດດັ່ງກ່າວ,​ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ກໍໄດ້ຕາງໜ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ 19 ເປັນຕົ້ນແມ່ນ ຊ່ຽວຊານ, ເງິນສົດແລະອຸປະກອນການແພດ ຈາກພັກ, ລັດຖະບານ ແລະ ພາກສ່ວນຕ່າງໆ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອຢ່າງ​ມິດ​ຈິດ​ມິດ​ໃຈ ແລະ ກໍໄດ້ ໃຫ້ຄໍາໝັ້ນສັນຍາວ່າ ​ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486103
ມື້ນີ້19
ມື້ວານ215
ອາທິດນີ້1139
ເດືອນນີ້5408