ໃນວັນທີ 25 ພຶດສະພາ 2021, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີມອບຮັບໜ້າກາກອະນາໄມ N95 ຈາກອົງກອນກອງທຶນການກຸສົນແຂວງກວາງຕຸງ, ສປ ຈີນ, ຕາງໜ້າກ່າວມອບໃນຄັ້ງນີ້ໂດຍຜູ້ຕາງໜ້າຈາກວັດຕົງຫົວ ກວາງຕຸງ, ສປ ຈີນ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ,ມີບັນດາຮອງກົມ, ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການມອບຮັບໜ້າກາກອານາໄມໃນຄັ້ງນີ້ ມີຈຳນວນ 100.000 ອັນ, ມອບໃຫ້ກະຊວງການຕ່າງປະເທດ ຈຳນວນ 40.000 ອັນ, ມອບໃຫ້ສູນກາງແນວລາວສ້າງຊາດ ຈຳນວນ 30.000 ອັນແລະ ມອບໃຫ້ສູນກາງອົງການພຸດທະສາສະໜາສຳພັນລາວ ຈຳນວນ 30.000 ອັນ