ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ

 

SengphetMeetVietweb

 

ໃນວັນທີ 18 ມິຖຸນາ 2020, ທີ່ ຫ້ອງ​ວ່າການ​ຄະນະ​ພັກນະຄອນຫຼວງ​ຮ່າ​ໂນ້ຍ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ​ເວື​ອງດິ່ງ​ເຫ​ວ່, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ນະຄອນຫຼວງ​ຮ່າ​ໂນ້ຍ ເນື່ອງໃນໂອກາດດຳລົງຕໍ່າແໜ່ງເປັນເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ.

 

ກ່າວ​ຕ້ອນຮັບ, ສະຫາຍ ​ເວື​ອງດິ່ງ​ເຫ​ວ່ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່​ການ​ມາ​ດຳລົງ​ຕຳ​ແໜ່​ງ​ເປັນເອກອັກຄະລັດຖະທູດຂອງ​ ທ່ານ ແສງເພັດ ຮຸ່ງບຸນຍວງ ​ແລະ ​ໄດ້​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ສະພາບ​ການ​ເມືອງ, ​ເສດຖະກິດ, ສັງຄົມ ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ ໂດຍຍົກ​ໃຫ້​ເຫັນ​​ບັນດາ​ຜົນສຳ​ເລັດ ​ແລະ ​ໄຊຊະນະ​ທີ່​ຍາດ​ມາ​ໄດ້​ທີ່​ຜ່ານ​ມາ​ອັນ​ພົ້ນ​ເດັ່ນ​ແມ່ນ​ໃນແຕ່ລະ​ປີນະຄອນຫຼວງຮ່າໂນ້ຍ​ໄດ້ປະກອບສ່ວນ 18% ເຂົ້າງົບປະມານແຫ່ງລັດ ປະມານ 16% ຂອງ GDP, ​ໃນ​ນັ້ນລາຍ​ຮັບຂອງຮ່າໂນ້ຍປະມານ 45 ຕື້​ໂດ​ລາສະຫະລັດ, ລາຍໄດ້ສະເລ່ຍຕໍ່ຫົວຄົນແມ່ນ 5,200 ​ໂດ​ລາ​ສະຫະລັດ. ​ໃນ​ໄລຍະ​ລະບາດ​ພະຍາດ​ໂຄ​ວິດ-19, ​ເຖິງ​ຈະ​ໄດ​ຮັບ​ຜົນ​ກະທົບ​ໜັກໜ່ວງ​ແຕ່​ຈັງຫວະ​ເຕີບ​ໂຕ GDP ກໍ່​ບັນລຸ​ໄດ້ 3,4% ​ແລະ ພວມ​ສູ້​ຊົນ​ໃຫ້​ກວມ 1/3 GDP ຂອງ​ທົ່ວ​ປະ​ເທດ ​ແລະ ​ໃຫ້​ບັນລຸ​ຄາດໝາຍ​ເກັບ​ລາຍ​ຮັບ​ງົບປະມານ​ໃຫ້​ໄດ້ 280 ຕື້​ດົງ (14 ຕື້​ໂດ​ລາ​ສະຫະລັດ).

ສະຫາຍ​ເລຂາ​ຄະນະ​ພັກ​ນະຄອນຫຼວງ​ຮ່າ​ໂນ້ຍ ພ້ອມ​ແລ້ວຈະອຳນວຍຄວາມສະດວກໃຫ້ ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເປັນຢ່າງດີໃນໄລຍະທີ່ມາດຳລົງຕໍ່າແໜ່ງ ແລະ ປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ເພື່ອເປັນຂົວຕໍ່ໃຫ້ແກ່ການ​ເພີ່ມ​ທະວີ​ສາຍພົວພັນມິດຕະພາບອັນ​ຍິ່ງ​ໃຫຍ່​ຄວາມ​ສາມັກຄີ​ພິ​ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ, ພິ​ເສດ​ແມ່ນ​ນະຄອນຫຼວງ​ຮ່າ​ໂນ້ຍກັບ​ນະຄອນຫຼວງ​ວຽງ​ຈັນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆ​ຂຶ້ນ.

ພ້ອມ​ດຽວ​ກັນ​ນັ້ນ ສະຫາຍ ​ເວື​ອງດິ່ງ​ເຫ​ວ່ ຍັງ​ໄດ້​ຕີ​ລາຄາ​ສູງ ​ແລະ ຊົມ​ເຊີຍທີ່​ລັດຖະບານ​ລາວ​ ໄດ້​ມີມາດຕະການ​ເຂັ້ມ​ງວດປ້ອງ​ກັນແກ້ໄຂຄວບຄຸມພະຍາດ​ລະບາດ​ໂຄ​ວິດ-19, ໂດຍ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ ​ທັງ​ຢູ່ສູນ​ກາງ ​ແລະ ທ້ອງ​ຖິນ​ ​ແລະ ປະຊາຊົນໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ແລະ ບັນລຸໄດ້ຜົນສຳ​ເລັດ​ອັນ​ຈົບງາມ.

​ໃນ​ໂອກາດ​ນີ້​ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ກໍ່ໄດ້ກ່າວສະແດງຄວາມຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່​ຜົນງານ​ອັນ​ໃຫຍ່​ຫຼວງ, ຮອບດ້ານ, ​ເລິກ​ເຊິ່ງທີ່​ນະຄອນຫຼວງ​ຮ່າ​ໂນ້ຍຍາດ​ມາ​ໄດ້, ຂອບໃຈມາຍັງການ​ນຳພັກ​, ລັດ ​ແລະ ປະຊາຊົນ​ຫວຽດນາມ​ ທີ່ຍາມ​ໃດ​ກໍ່​ໄດ້​​ໃຫ້ການຊ່ວຍ​ເຫຼືອ​ພາລະກິດ​ປະຕິ​ວັດ​ຂອງປະຊາຊົນລາວ ​ຕະຫຼອດ​ມາ, ​ຊຶ່ງ​ໃນ​ນັ້ນ​ກໍ່​ຄື​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ນັບ​ແຕ່​ສະ​ໄໝ​ຕໍ່ສູ້​ກູ້​ຊາດ​ມາ​ຮອດ​ປະຈຸ​ບັນ ​ແລະ ຈະພະຍາຍາມສຸດຄວາມສາມາດຂອງຕົນ​ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ກາ​ນ ຮ່ວມ​ມື​ຮອບດ້ານ​ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ພິ​ເສດ​ແມ່ນ​ສອງນະຄອນຫຼວງ​ວຽງ​ຈັນ ກັບ ນະຄອນຫຼວງ​ຮ່າ​ໂນ້ຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485877
ມື້ນີ້8
ມື້ວານ168
ອາທິດນີ້913
ເດືອນນີ້5182