ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ IV ຂອງຫນ່ວຍພັກ ສະຖານທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງມົດສະກູ, ສ. ຣັດເຊຍ

20200321LaoEmbRussia1

 

20200321LaoEmbRussia2

 

20200321LaoEmbRussia3

 

ໃນວັນທີ 21 ມີນາ 2020, ເວລາ 13:30ໂມງ ຕາມເວລາທ້ອງຖິ່ນ, ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຫນ່ວຍພັກ ສະຖານທູດ ແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍ ໂດຍປະຕິບັດຕາມມະຕິຕົກລົງ ຂອງຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະບັບເລກທີ 377/ຄພ.ຕປທ., ​ລັງວັນທີ 16 ມີນາ 2020. ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມໃຫຍ່ຄັ້ງນີ້ ມີສະຫາຍ ປອ. ສີວຽງເພັດ ເພັດວໍຣະສັກ,ເລຂາຄະນະຫນ່ວຍພັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ, ມີຄະນະຫນ່ວຍພັກ, ສະມາຊິກພັກສົມບູນ ທີ່ມາຈາກສະຖານທູດລາວ ທີ່ມົດສະກູ ແລະ ສະມາຊິກພັກສົມບູນ ແລະ ສຳຮອງ ທີ່ເປັນນັກສຶກສາລາວ ໃນນະຄອນຫລວງມົດສະກູ, ມີຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ເຊັ່ນ: ສະຫະພັນກໍາມະບານ, ສະຫະພັນແມ່ຍິງ ແລະ ຊາວໜຸ່ມປະຊາຊົນປະຕິວັດລາວຂອງສະຖານທູດເຂົ້່າຮ່ວມທັງໝົດ 16 ສະຫາຍ, ຍິງ 3 ສະຫາຍ,ໃນນັ້ນ ມີຜູ້ແທນສົມບູນ ຂອງກອງປະຊຸມໃຫຍ່ ທັງຫມົດ 12 ສະຫາຍ,ຍິງ 1 ສະຫາຍ.

 

ຜ່ານການດໍາເນີນກອງປະຊຸມໃຫຍ່ເປັນເວລາເຄິ່ງວັນ, ກອງປະຊຸມໄດ້ມີຜົນສຳເລັດ ແລະ ຕົກລົງເຫັນດີເປັນເອກະພາບກັນຮັບຮອງເອົາບົດລາຍງານການເມືອງ ຂອງໜ່ວຍພັກສະຖານທູດ ທີ່ມົດສະກູ, ຊື່ງໄດ້ຍົກໃຫ້ເຫັນຜົນງານ, ບົດຮຽນທີ່ຖອດຖອນໄດ້, ຈຸດດີ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂ. ພ້ອມກັນນັ້ນ, ກອງປະຊຸມໃຫຍ່ ຍັງໄດ້ເຫັນດີເປັນເອກະພາບ ຮັບຮອງເອົາທິດທາງແຜນການເຄື່ອນໄຫວ ຂອງໜ່ວຍພັກໃນຕໍ່ໜ້າ. ໃນບົດລາຍງານການເມືອງ ຍັງໄດ້ສັງເກດຕີລາຄາຢ່າງເລິກເຊິ່ງຕໍ່ການຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກ ແລະ ການເຄື່ອນໄຫວຂອງໜ່ວຍພັກ ສະຖານທູດໃນໄລຍະຜ່ານມາ ເປັນຕົ້ນ: ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານ ໃຫ້ມີຄວາມເຊືອໜັ້ນຕໍ່ການນໍາພາຂອງພັກ ແລະ ໃຫ້ມີຄວາມໜັກແໜ້ນ,ມີຄວາມຕັ້ງໜ້າບຸກບືນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກດ້ວຍຄວາມຮັບຜິດຊອບສູງ ແລະ ປະສົບຜົນສຳເລັດໃນດ້ານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ ແລະ ການເອົາໃຈໃສ່ຊີ້ນໍາ-ນໍາພາຕໍ່ອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ. ພ້ອມກັນນັ້ນ, ກໍ່ຍັງໄດ້ຮັບຮອງເອົາບົດລາຍງານ ການສໍາຫລວດການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກຊຸດເກົ່າ ແລະ ໄດ້ຕີລາຄາສູງຕໍ່ການປະກອບສ່ວນ ຂອງຄະນະຫນ່ວຍພັກ ແລະ ສະມາຊິກພັກທັງຫມົດ ໃນໄລຍະຊຸມປີຜ່ານມາ ເຫັນວ່າມີຜົນງານໃນຫລາຍດ້ານເລື້ອຍໆມາ. ພ້ອມທັງໄດ້ຍົກໃຫ້ເຫັນຄວາມສາມັກຄີ ແລະ ຄວາມເປັນເອກະພາບກັນພາຍໃນໜ່ວຍພັກ ເຮັດສຳເລັດຫນ້າທີ່ການເມືອງຂອງຕົນ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ແລະ ກອງປະຊຸມໃຫຍ່ຄັ້ງທີ IVຂອງຫນ່ວຍພັກສະຖານທູດ ແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍໄດ້ຕົກລົງເຫັນດີ ເປັນເອກະພາບເລືອກເອົາບັນດາສະຫາຍດັ່ງລຸ່ມນີ້ເປັນຄະນະຫນ່ວຍພັກຊຸດໃຫມ່ ຄື :

 

  1. ສະຫາຍ ປອ. ສີວຽງເພັດ ເພັດວໍຣະສັກ ເປັນເລຂາຫນ່ວຍພັກ.
  2. ສະຫາຍ ພັອ. ບຸນຍົງ ພັນດານຸວົງ, ທີ່ປຶກສາຝ່າຍປ້ອງກັນຊາດ ເປັນຮອງເລຂາຫນ່ວຍພັກ.
  3. ສະຫາຍ ລຽນທອງ ສຸພານີ, ທີ່ປຶກສາຝ່າຍເສດຖະກິດ-ການຄ້າ ເປັນກຳມະການກວດກາຫນ່ວຍພັກ.

 

ໃນກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ ສີວຽງເພັດ ເພັດວໍຣະສັກ, ເລຂາໜ່ວຍພັກ, ​ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍ, ຊຶ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດທີ່ຫນ່ວຍພັກສະຖານທູດຍາດມາໄດ້ ໃນໄລຍະຜ່ານມາ. ສະຫາຍ ຍັງໄດ້ເນັ້ນຫນັກໃຫ້ເອົາໃຈໃສ່ໃນການຍົກສູງຄຸນນະພາບ ທາງດ້ານວຽກງານການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານ, ເພີ້ມທະວີກໍ່ສ້າງພັກໃຫ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ຫນັກແຫນ້ນ, ເຊີດຊູຄວາມເປັນແບບຢ່າງນຳຫນ້າ ຂອງສະມາຊິກພັກໃຫ້ພະນັກງານ, ປັບປຸງວິທີການນຳພາ ຂອງໜ່ວຍພັກ, ການເຄື່ອນໄຫວ ຂອງຫນ່ວຍພັກຕາມ 5 ຫລັກການ ຂອງພັກ, ການເຮັດສຳເລັດ 5 ຫນ້າທີ່ ຂອງພັກ ແລະ ການເອົາໃຈໃສ່ປະຕິບັດ 4 ຫລັກການ ໃນການເຄື່ອນໄຫວດຳເນີນຊີວິດ ຂອງໜ່ວຍພັກ ໃນແຕ່ລະເດືອນ ແລະ ອື່ນໆອີກ. ການໂອ້ລົມຄັ້ງນີ້ ຍັງເປັນເຂັມຊີ້ທິດເຍືອງທາງ ແລະ ມີຄຸນຄ່າສູງ ໃຫ້ແກ່ຄະນະໜ່ວຍພັກ, ສະມາຊິກພັກສະຖານທູດ ແລະ ນັກສຶກສາລາວ ທີ່ມົດສະກູ ໃນການຈັດຕັ້ງປະຕິບັດຫນ້າທີ່ການເມືອງ ຂອງຕົນ, ທິດທາງການເຄື່ອນໄຫວໃນຕໍ່ຫນ້າຂອງໜ່ວຍພັກ ແລະ ການສ້າງຂະບວນການຕ່າງໆ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຂອງຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ທີ່ຈະໄຂຂຶ້ນໃນຕໍ່ໜ້າ. ກອງປະຊຸມໃຫຍ່ໄດ້ປິດລົງໃນເວລາ 17:00 ໂມງ ຂອງວັນດຽວກັນ ດ້ວຍຜົນສໍາເລັດອັນຈົບງາມ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488106
ມື້ນີ້53
ມື້ວານ163
ອາທິດນີ້468
ເດືອນນີ້1499