ໃນວັນທີ 18-19 ກໍລະກົດ 2019, ທີ່ ແຂວງຄໍາມ່ວນ, ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ໃນນາມກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບ ການຈັດຕັ້ງປະຕິບັດ ປພຍ, ບັນດາເອກະສານນິຕິກໍາ ກ່ຽວກັບ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ຢູ່ ສປປ ລາວ ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງບັນດາແຂວງພາກກາງ. ກອງປະຊຸມດັ່ງກ່າວ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ວົງເພັດ ຈິດປັນຍາ, ຫົວໜ້າຫ້ອງວ່າການປົກຄອງແຂວງຄໍາມ່ວນ ແລະ ທ່ານ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ປພຍ ແຫ່ງຊາດ, ຊຶ່ງມີຜູ້ຕາງໜ້າຈາກ ພະແນກການຕ່າງໆຂອງແຂວງ ແລະ ເມືອງອ້ອມຂ້າງ ຈາກບັນດາ 05 ແຂວງພາກກາງ ຊຶ່ງລວມມີ: ແຂວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ເຂົ້າຮ່ວມຫຼາຍກ່ວາ 200 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈທີ່ເລິກເຊິ່ງໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດ ກ່ຽວກັບບົດບາດຄວາມສຳຄັນໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນລະດັບສູນກາງ ແລະ ທ້ອງຖິ່ນ. ໃນກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກບັນດາແຂວງພາກກາງ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກງານການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ຊຶ່ງຖືເອົາວຽກງານລຶບລ້າງຄວາມທຸກຍາກເປັນບູລິມະສິດຕົ້ນຕໍ ໂດຍສຸມໃສ່ການພັດທະນາແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ ເວົ້າລວມ, ເວົ້າສະເພາະ ແມ່ນເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ(SDG 18) ວ່າດ້ວຍ“ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ”; ແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດ ປພຍ, ໂຄສະນາ ແລະ ເຜີຍແຜ່ ປພຍ ທົ່ວປະເທດ ແລະ ທິດທາງໃນການສືບຕໍ່ການເຊື່ອມສານ ປພຍ ຮອດປີ 2030 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນຕໍ່ໜ້າ. ໃນໂອກາດດຽວກັນ, ກອງປະຊຸມໄດ້ມີການປຶກສາຫາລືກ່ຽວກັບການສ້າງຄວາມກຽມພ້ອມໃນການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ພ້ອມດ້ວຍທິດທາງແຜນການໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການເຜີຍແຜ່ ດຳລັດ 013/ນຍ ແລະ ຂໍ້ແນະນຳ 1064/ຕປທ.ຈສກ ວ່າດ້ວຍ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ພ້ອມດ້ວຍລະບຽບການອື່ນໆທີ່ກ່ຽວຂ້ອງ, ເພື່ອຊຸກຍູ້ເຮັດໃຫ້ການປະກອບສ່ວນຂອງ ອສບລ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ບູລິມະສິດດ້ານການພັດທະນາຂອງ ສປປ ລາວ ໂດຍສະເພາະ ຢູ່ທ້ອງຖິ່ນ. ໃນໂອກາດນີ້, ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີຮ່າງແນວຄິດເບື້ອງຕົ້ນ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021 - 2025), ຄວາມສຳຄັນຂອງວຽກງານສະຖິຕິ ເພື່ອຕອບສະໜອງຕໍ່ການສ້າງນະໂຍບາຍດ້ານການພັດທະນາທີ່ສອດຄ່ອງ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ.
ກອງປະຊຸມສຳມະນາຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ທັງປະກອບສ່ວນສົ່ງເສີມ ແລະ ຊຸກຍູ້ການມີສ່ວນຮ່ວມຂອງທ້ອງຖິ່ນໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ທີ່ຕິດພັນໂດຍກົງກັບວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ອົງການສະຫະປະຊາຊາດ, ພ້ອມທັງເປັນການສ້າງຄວາມເປັນເອກະພາບກັນ, ຮັບປະກັນການປະກອບສ່ວນ ຂອງປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິຜົນສູງກວ່າເກົ່າ ໂດຍອີງຕາມສະພາບຈຸດພິເສດດ້ານການພັດທະນາ ຂອງ ສປປ ລາວ.