ໃນວັນທີ 29 ສິງຫາ 2018, ທີ່ ທຳນຽບລັດຖະບານ, ນະຄອນຫລວງ ແວວລິງຕັນ, ທ່ານ ສີສະຫວາດ ອິນພະຈັນ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ນາງ ດາມ ແພັດຊີ ເຣດດີ, ຜູ້ສໍາເລັດລາຊະການ ແຫ່ງ ນີວຊີແລນ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ນີວຊີແລນ, ໂດຍມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງແຄນເບີຣາ.
ໃນໂອກາດນີ້, ພະນະທ່ານ ນາງ ດາມ ແພັດຊີ ເຣດດີ, ຜູ້ສຳເລັດຣາຊະການ ແຫ່ງ ນີວຊີແລນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍທ່ານ ສີສະຫວາດ ອິນພະຈັນ ທີ່ໄດ້ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ນີວຊີແລນ. ທ່ານທູດລາວ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ພະນະທ່ານ ນາງ ດາມ ແພັດຊີ ເຣດດີ, ຜູ້ສໍາເລັດລາຊະການ ແຫ່ງ ນີວຊີແລນ ແລະ ສະແດງຄວາມຂອບໃຈຢ່າງຈິໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ການຈັດພິທີຍື່ນສານຕາຕັ້ງ ແລະ ຈັດງານລ້ຽງຮັບຮອງ ໃຫ້ແກ່ບັນດາທູດຕ່າງປະເທດໃນຄັ້ງນີ້.
ພ້ອມກັນນີ້, ທ່ານທູດ ສີສະຫວາດ ອິນພະຈັນ ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືທີ່ມີຫມາກຜົນຂອງສອງປະເທດ ໃນກອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະແມ່ນ ໃນກອບອາຊຽນ. ໃນໂອກາດນີ້, ທ່ານທູດກໍໄດ້ຕາງຫນ້າ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ກໍ່ຄືປະຊາຊົນນີວຊີແລນ ທີ່ໄດ້ໃຫ້ການຊ່ວຍເຫລືອສະຫນັບສະຫນູນ ສປປ ລາວ ໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫລືອໃນຊຸມປີຕໍ່ຫນ້າ. ທ່ານທູດ ສີສະຫວາດ ອິນພະຈັນ ໄດ້ສະແດງຄວາມຂອບໃຈ ນີວຊີແລນ ຕໍ່ການຊ່ວຍເຫຼືອບັນເທົາທຸກໄພພິບັດນ້ຳຖ້ວມ ທີ່ ສປປ ລາວ ໃນເດືອນກໍລະກົດ 2018. ພະນະທ່ານ ນາງ ດາມ ແພດສີ ເຣດດີ, ຜູ້ສໍາເລັດລາຊະການ ໄດ້ກ່າວວ່າ ສາຍພົວພັນສອງຝ່າຍ ນີວຊີແລນ-ສປປ ລາວ ເປັນສາຍພົວພັນທີ່ອົບອຸ່ນ ແລະ ມີຫມາກຜົນ ແລະ ເຊື່ອຫມັ້ນວ່າ ສາຍພົວພັນສອງຝ່າຍ ຈະສືບຕໍ່ຮັດແຫນ້ນ ແລະ ຂະຫຍາຍຕົວ ໃນອະນາຄົດ. ນີວຊີແລນ ໃຫ້ຄວາມສຳຄັນຢ່າງຍິ່ງ ຕໍ່ການຮ່ວມມືກັບ ອາຊຽນ ແລະ ຖື ສປປ ລາວ ເປັນຄູ່ຮ່ວມມື ແລະ ເພື່ອນມິດທີ່ສຳຄັນ ໃນອາຊຽນ.