ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມ ຄັ້ງທີ 27 ຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ

 aichr 27

    ໃນວັນທີ 13-17 ພຶດສະພາ 2018, ຄະນະຜູ້ແທນລາວນຳໂດຍທ່ານ ພູໂຂງ ສີສຸລາດ, ຜູ້ຕາງໜ້າ ສປປ ລາວ ປະຈຳ ຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 27 ຂອງຄະນະກຳມາທິການລະຫວ່າງ ລັດຖະ ບານອາຊຽນວ່າດ້ວຍສິດທິມະນຸດ (AICHR) ຊຶ່ງຈັດຂື້ນທີ່ກອງເລຂາອາຊຽນ, ນະຄອນຫຼວງຈາກາກຕາ, ປະເທດອິນໂດເນເຊຍ ພາຍໃຕ້ການເປັນປະທານຂອງສິງກະໂປ ໃນນາມປະທານອາຊຽນ ສຳລັບປີ 2018, ມີຜູ້ຕາງໜ້າຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ຈາກ ບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະກຳມາທິການ ໄດ້ປຶກສາຫາລືບັນດາແຜນກິດຈະກໍາຂອງຕົນ ເປັນຕົ້ນແມ່ນ ການກະກຽມການພົບປະກັບລັດຖະມົນຕີຕ່າງປະເທດອາຊຽນ, ບົດລາຍງານ ປະຈຳປີ 2018 ແລະ ແຜນກິດຈະກຳບູລິມະສິດສຳລັບປີ 2019 ເພື່ອນຳສະເໜີຕໍ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51 ທີ່ຈະຈັດຂຶ້ນໃນຕົ້ນເດືອນ ສິງຫາ 2018 ຢູ່ ສິງກະໂປ. ກອງປະຊຸມ ຍັງໄດ້ຮັບຮອງລະບຽບການ ກ່ຽວກັບ ການດໍາເນີນວຽກງານ ແລະ ງົບປະມານຂອງຄະນະກຳມາທິການ.

ສຳລັບ ການຈັດຕັ້ງປະຕິບັດແຜນກິດຈະກໍາບຸລິມະສິດຂອງຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ໃນໄລຍະຮອດທ້າຍປີ 2018, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງ ແຜນກິດຈະກໍາ ຊຶ່ງລວມມີ: ການຈັດໂຕ້ວາທີ ກ່ຽວກັບ ສິດທິມະນຸດຊາວໜຸ່ມອາຊຽນ; ການຝຶກອົບຮົມດ້ານສິດທິມະນຸດ, ສິດຂອງຜູ້ຖືກຫາໃນຄະດີອາຍາ, ສິດໃນການໄດ້ຮັບນຳດື່ມທີ່ສະອາດປອດໄພ ແລະ ສຸຂະອະນາໄມໃນອາຊຽນ, ສິດທິໃນການພັດທະນາພາຍໃຕ້ມາດຕາທີ 35 ຂອງຖະແຫຼງການສິດທິມະນຸດອາຊຽນ, ສິດທິມະນຸດຂອງແມ່ຍິງ ແລະ ເດັກນ້ອຍ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສົ່ງເສີມແມ່ຍິງຜ່ານເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

 

ໃນກອງປະຊຸມ, ສປປ ລາວ ໄດ້ແຈ້ງຄວາມຄືບໜ້າຂອງ ການສຶກສາຄົ້ນຄວ້າ ກ່ຽວກັບ ສິດທິດ້ານການສຶກສາ ແລະ ສິດທິໃນການດໍາລົງຊີວິດໃນສັນຕິພາບ ຊຶ່ງ ສປປ ລາວ ເປັນຜູ້ນຳພາຈັດຕັ້ງປະຕິບັດ. ກອງປະຊຸມ ຍັງໄດ້ເຫັນດີຮັບຮອງເອົາຂໍ້ສະເໜີຂອງ ສປປ ລາວ ກ່ຽວກັບການຈັດກອງປະຊຸມສໍາມະນາ ກ່ຽວກັບ ສິດທິມະນຸດ ແລະ ການລຶບລ້າງຄວາມທຸກຍາກ ໃນຂອບເປົ້າໝາຍການພັດທະນາແບບຍຶນຍົງ ແລະ ຖະແຫລງການສິດທິມະນຸດອາຊຽນ ໃນປີ 2019.

 

ໃນລະຫວ່າງການດຳເນີນກອງປະຊຸມຄັ້ງທີ 27 ນີ້, ຄະນະກຳມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດໄດ້ພົບປະກັບເລຂາທິການໃຫຍ່ອາຊຽນແລະຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳອາຊຽນເພື່ອແລກປ່ຽນຄວາມຄິດເຫັນ ກ່ຽວກັບ ການສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນຜ່ານການປະຕິບັດພາລະບົດບາດຢ່າງມີປະສິດທິພາບ ແລະ ປະສິດທິຜົນຂອງຄະນະກຳມາທິການອາຊຽນວ່າດ້ວຍສິດທິມະນຸດ.ນອກນີ້ຍັງໄດ້ພົບປະກັບຄູ່ຮ່ວມມືພາຍນອກເຊັ່ນ:ອົງການສະຫະປະຊາຊາດ, ອົດສະຕາລີ,ການາດາແລະ ອາເມລິກາເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນວຽກງງານການສົ່ງເສີມສິດທິມະນຸດ. ບັນດາຄູ່ຮ່ວມມືພາຍນອກ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງອາຊຽນໃນການສົ່ງເສີມສິດທິມະນຸດຕິດພັນກັບການສ້າງປະຊາຄົມອາຊຽນ ບົນພື້ນຖານຖະແຫຼງການອາຊຽນ ວ່າດ້ວຍ ສິດທິມະນຸດ. ບັນດາຜູ້ຕາງໜ້າ ຄະນະກຳມະການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດໄດ້ເນັ້ນໜັກລັກສະນະຈຸດພິເສດຂອງອາຊຽນ ກໍຄື ຂອງແຕ່ລະປະເທດສະມາຊິກອາຊຽນ ກ່ຽວກັບ ຄວາມເປັນແກນກາງ, ເຈົ້າການ ແລະ ນຳພາຂອງອາຊຽນ ໃນການຮ່ວມມືດ້ານສິດທິມະນຸດກັບຄຸ່ຮ່ວມມືພາຍນອກ.

 

            ຄະນະກຳມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ສ້າງຕັ້ງຂຶ້ນພາຍໃຕ້ມາດຕາ 14 ຂອງກົດບັດອາຊຽນເປັນອົງກອນຫຼັກຂອງອາຊຽນໃນການຮ່ວມມືເພື່ອສົ່ງເສີມແລະປົກປ້ອງສິດທິມະນຸດຢູ່ອາຊຽນ, ຄະນະກໍາມາທິການເຄື່ອນໄຫວພາຍໃຕ້ ພາລະບົດບາດ (TOR) ຊຶ່ງຖືກຮັບຮອງເອົາໂດຍກອງປະຊຸມລັດຖະມົນຕີຕ່າງປະເທດໃນປີ 2009.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485862
ມື້ນີ້161
ມື້ວານ206
ອາທິດນີ້898
ເດືອນນີ້5167