ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XV ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-24 ມັງກອນ 2018 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ແພງສະຫວັນ ແກ້ວປະເສີດ, ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ, ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ແລະ ຝ່າຍຈີນ ນຳໂດຍ ທ່ານ ນາງ ຫວາງເຫວີນລີ້, ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ.ຈີນ, ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ຈີນ-ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ແຂວງທີ່ມີຊາຍແດນຕິດຈອດກັບ ສປ ຈີນ.
ສອງຝ່າຍໄດ້ພ້ອມກັນສັງເກດຕີລາຄາຄືນຜົນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XIV ໃນໄລຍະຜ່ານມາ, ເຊິ່ງເຫັນວ່າ: ສະພາບການຢູ່ຕາມບໍລິເວນຊາຍແດນລະຫວ່າງສອງປະເທດມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ, ກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສອງປະເທດໄດ້ຮ່ວມກັນກວດກາລາດຕະເວນຊາຍແດນ ແລະ ກວດກາຫຼັກໝາຍຊາຍແດນຢ່າງເປັນປົກກະຕິ, ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກໍ່ໄດ້ຮັບການແກ້ໄຂຢ່າງທັນການ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນໄດ້ມີການພົບປະ ແລະ ປະສານສົມທົບກັນຢ່າງເປັນປົກກະຕິ; ສອງຝ່າຍໄດ້ດຳເນີນການສຶກສາອົບຮົມປະຊາຊົນທີ່ອາໄສຢູ່ຕາມບໍລິເວນຊາຍແດນຂອງສອງປະເທດໃຫ້ເຄົາລົບນັບຖື “ສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ” ທີ່ສອງຝ່າຍໄດ້ຮັບຮອງເອົາແລ້ວ.
ເພື່ອແນໃສ່ເຮັດໃຫ້ວຽກງານການຮ່ວມມື ແລະ ຄຸ້ມຄອງຊາຍແດນລະຫວ່າງສອງປະເທດໃຫ້ມີປະສິດ ທິຜົນກວ່າເກົ່າ, ສອງຝ່າຍໄດ້ເຫັນດີເອກກະພາບກັນແຜນການຈັດຕັ້ງປະຕິບັດວຽກງານໃນປີ 2018 ແລະ ຈະຕ້ອງໄດ້ເພີ່ມທະວີເອົາໃຈໃສ່ໃນການແລກປ່ຽນຂໍ້ມູນຂ່າວສານ, ເຜີຍແຜ່ໂຄສະນາ ແລະ ສຶກສາອົບຮົມສົນທິສັນຍາ, ອະນຸສັນຍາໃຫ້ແກ່ເຈົ້າໜ້າທີ່ ແລະ ປະຊາຊົນຢູ່ຕາມບໍລິເວນຊາຍແດນ, ສະກັດກັ້ນການລັກລອບຂ້າມຊາຍແດນຜິດກົດໝາຍ, ການຂຸດຄົ້ນເຄື່ອງປ່າຂອງດົງ, ການລ່າສັດປ່າການລ້ຽງສັດຂ້າມແດນ, ການຄ້າຂາຍເຖື່ອນ, ການຄ້າຢາເສບຕິດ, ການຄ້າມະນຸດ, ການກໍ່ອາດສະຍາກຳຂ້າມຊາດ ແລະ ປະກົດການຫຍໍ້ທໍ້ອື່ນໆ. ແນໃສ່ປົກປັກຮັກສາຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການເຄື່ອນໄຫວດຳລົງຊີວິດຂອງປະຊາຊົນທີ່ຢູ່ຕາມບໍລິເວນຊາຍແດນຂອງສອງປະເທດໃຫ້ສະດວກສະບາຍຍິ່ງໆຂຶ້ນ.
ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ເປັນການປະກອບສວ່ນເຂົ້າໃນການຮ່ວມມື ລາວ-ຈີນ ທີ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ເປັນຄູ່ຮ່ວມສະຕາກຳສັງຄົມນິຍົມທີ່ບໍ່ສາມາດທັບມ້າງໄດ້ ພ້ອມທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ເປັນຊາຍແດນຕົວແບບຢ່າງແທ້ຈິງ.