ໃນຕອນຄ່ຳຂອງວັນທີ 15 ທັນວາ 2017, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນາລັດ ອິນໂດເນເຊຍ ໄດ້ຈັດງານສະເຫຼີມສະຫຼອງວັນສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອິນໂດເນເຊຍ ຄົບຮອບ 60 ປີ ຂຶ້ນ ທີ່ ນະຄອນ ຫຼວງຈາກາຕາ, ສ.ອິນໂດເນເຊຍ. ເປັນກຽດເຂົ້າຮ່ວມງານດັ່ງກ່າວ ແລະ ຂຶ້ນກ່າວຄຳເຫັນຕາງໜ້າໃຫ້ລັດຖະບານ ອິນໂດເນເຊຍ ໂດຍແມ່ນທ່ານ ນາງ ໂກຟີຟາ ອັນດາ ປາຣາວານຊາ (Khofifah Indar Parawansa), ລັດຖະມົນຕີກະຊວງສະຫວັດດີການສັງຄົມ, ທ່ານ ອັບດູນຣາມານ ໂມຮາມັດ ຟາເຮັຍ (Abdulrahman Mohammad Fachir), ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ດຣ. ມັກຕີ ນາຕາເລກາວາ (Dr. Marty Natalegawa), ອາດີດລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ພ້ອມດ້ວຍພະນັກງານການນຳຂັ້ນສູງ ແລະ ບັນດາຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລາກິດ ຂອງ ອິນໂດເນເຊຍ, ທູຕານຸທູດ, ຜູ້ຕາງໜ້າຖາວອນປະເທດຕ່າງໆ ປະຈໍາອາຊຽນ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ອິນໂດເນເຊຍ ຈຳນວນ 400 ກວ່າທ່ານ.
ໃນພິທີດັ່ງກ່າວ, ທ່ານ ນາງ ພາວັນ ນວນທະສິງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ.ອິນໂດເນເຊຍ ໄດ້ຂຶ້ນກ່າວຄຳເຫັນ ໂດຍເໜັ້ນເຖິງຄວາມໝາຍສຳຄັນປະຫວັດສາດ ຂອງ ວັນສະຖາປະນາ ສປປ ລາວ, ວັນທີ 2 ທັນວາ 1975, ເຊິ່ງເປັນວັນທີ່ປະຊາຊົນລາວບັນດາເຜົ່າຍາດໄດ້ເອກະລາດຢ່າງສົມບູນ, ມີອະທິປະໄຕແລະເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ພາຍຫລັງການຕໍ່ສູ້ຢ່າງພິລະອາດຫານ ແລະ ການເສຍສະຫລະ ອັນສູງສົ່ງຕ້ານພວກລ່າເມືອງຂຶ້ນແລະຈັກກະພັດຜູ້ຮຸກຮານ ຂອງ ປະຊາຊົນບັນດາເຜົ່າ ໃນຫຼາຍທົດສະຫວັດທີ່ຜ່ານມາ. ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນຜົນສຳເລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 42 ປີທີ່ຜ່ານມາ ໂດຍສະເພາະເສດຖະກິດມີການພັດທະນາຢ່າງຕໍ່ເນື່ອງດ້ວຍຈັງວະການເຕີບໂຕທີ່ໝັ້ນຖ່ຽງ, ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງໃຫ້ດີຂຶ້ນເປັນກ້າວໆ.
ພ້ອມດຽວກັນນີ້, ທ່ານທູດເຮົາຍັງໄດ້ຕີລາຄາໂດຍສັງເຂບກ່ຽວກັບຜົນສໍາເລັດທີ່ພົ້ນເດັ່ນ ຂອງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ ທີ່ມີມູນເຊື້ອອັນຍາວນານໃນໄລຍະ 60 ປີທີ່ຜ່ານມາ ເຊິ່ງໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆ, ເປັນຕົ້ນໄດ້ມີການແລກປ່ຽນການຢ້ຽມຢາມຂອງການນຳສູງສຸດນຳກັນຢ່າງເປັນປົກກະຕິ ໂດຍສະເພາະແມ່ນການຢ້ຽມຢາມຢ່າງເປັນທາງການຢູ່ອິນໂດເນເຊຍຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນເດືອນ ຕຸລາ 2017 ທີ່ຜ່ານມາ ໄດ້ປະສົບຜົນສຳເລັດອັນຈົບງາມ ເຊິ່ງໃນໂອກາດດັ່ງກ່າວ ໄດ້ມີການລົງນາມເອກະສານສຳຄັນກ່ຽວກັບການຮ່ວມມືນຳກັນ ລະຫວ່າງ ຂະແໜງການຕ່າງໆຈຳນວນ 5 ສະບັບ, ການຮ່ວມມືດ້ານເສດຖະກິດການຄ້າ ກໍມີທ່າອ່ຽງຂະຫຍາຍຕົວຂຶ້ນເປັນກ້າວໆ ເຮັດໃຫ້ມູນຄ່າການຄ້າສອງຝ່າຍໃນປີ 2016 ສາມາດບັນລຸໄດ້ເຖິງ 10,07 ລ້ານໂດລາສະຫະລັດ, ເພີ່ມຂືຶ້ນ 17,7% ເມື່ອທຽບໃສ່ປີ 2015. ໃນດ້ານການພັດທະນາຊັບພະຍາກອນມະນຸດ, ລັດຖະບານ ອິນໂດເນເຊຍ ໄດ້ສືບຕໍ່ໃຫ້ທຶນການສຶກສາໃນລະ ດັບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກຢ່າງຕໍ່ເນື່ອງ ເຊິ່ງມາເຖິງປັດຈຸບັນມີນັກສຶກສາລາວທີ່ຮຽນຈົບຈາກອິນໂດເນເຊຍແລ້ວ ຈຳນວນ 120 ຄົນ ແລະ ໄດ້ໃຫ້ທຶນຝຶກອົບຮົມໄລຍະສັ້ນແກ່ພະນັກງານລາວຈາກຂະແໜງການຕ່າງໆເປັນຈຳນວນຫລາຍ. ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ດ້ານອື່ນໆ ກໍມີການຂະຫຍາຍຕົວດີຂຶ້ນເປັນກ້າວໆ.
ນອກຈາກນັ້ນ, ໃນພິທີດັ່ງກ່າວ ສະຖານທູດຍັງໄດ້ຈັດການວາງສະແດງຮູບພາບກ່ຽວກັບການພົວພັນຮ່ວມມືລາວ-ອິນໂດເນເຊຍ, ການວາງສະແດງເຄື່ອງຫັດຖະກຳຜ້າໄໝລາວ, ສະແດງສີລະປະວັນນະຄະດີ ໂດຍນັກສຶກສາລາວ ທີ່ພວມສຶກສາ ຢູ່ ອິນໂດເນເຊຍ, ເຜີຍແຜ່ໂຄສະນາການທອ່ງທ່ຽວລາວ, ອາຫານລາວ, ເບຍລາວ ແລະກາເຟມາຈາກລາວ ນໍາອີກດ້ວຍ.