ໃນວັນທີ 23 ມີນາ 2017, ທີ່ ກະຊວງການຕ່າງປະເທດ, ສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ນໍາໂດຍ ທ່ານ ນາງ ພອນເພັດ ບຸບຜາ, ຮອງປະທານກໍາມາທິການ ວັດທະນະທຳ-ສັງຄົມ, ສະມາຊິກ ສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດ ເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ລົງພົບປະກັບ ພະນັກງານກະຊວງການຕ່າງປະເທດ, ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ພະນັກງານວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີພົບປະ, ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຫ້ອງການການຕ່າງປະເທດ, ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວ ກັບການເຕີບໃຫຍ່ຂະຫຍາຍຕົວຂອງກະຊວງການຕ່າງປະເທດ ຊຶ່ງທ່ານໄດ້ກ່າວວ່າ:ກະຊວງການຕ່າງປະເທດ ແມ່ນອົງການຄຸ້ມຄອງລັດຂັ້ນສູນກາງໃນກົງຈັກຂອງລັດຖະບານ, ຊຶ່ງມີພາລະບົດບາດເປັນເສນາທິການຄົ້ນຄວ້າ ແລະ ນຳສະເໜີແນວທາງນະໂຍບາຍການຕ່າງປະເທດ ຕໍ່ສູນກາງພັກ ແລະ ລັດຖະບານ, ເປັນໃຈກາງໃນການປະສານງານຈັດຕັ້ງປະຕິບັດແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດ ຕາມຫຼັການຜ່ານປະຕູດຽວທົ່ວປະເທດ ມີຄວາມຮັບຜິດຊອບໃນການເຄື່ອນໄຫວປະຕິບັດໜ້າທີ່ ແລະ ຂອບເຂດສິດ ໃນການບໍລິຫານຕາມການມອບໝາຍ. ກະຊວງການຕ່າງປະເທດ ປະກອບມີ 1 ຫ້ອງການກະຊວງ, 13 ກົມ, 2 ຫ້ອງການ ແລະ 1 ສະຖາບັນທຽບເທົ່າກົມ, ມີຈຳນວນພະນັກງານທັງໝົດ 1006 ຄົນ; ປະຈຸບັນ, ສປປ ລາວ ໄດ້ສ້າງສາຍພົວພັນການທູດກັບ 139 ປະເທດ, ມີສຳນັກງານຕາງໜ້າການທູດຂອງ ສປປ ລາວ ປະຈຳຢູ່ຕ່າງປະເທດ 39 ແຫ່ງ ( ສະຖານທູດ 26 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ກົມສຸນໃຫຍ່ 9 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ ).
ທ່ານ ນາງ ພອນເພັດ ບຸບຜາ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດ ທີ VIII ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 1 ໃຫ້ພະນັກງານກະຊວງການຕ່າງປະເທດ ໄດ້ຮັບຊາບໃນນັ້ນໄດ້ຮັບຟັງຄຳຄິດຄຳເຫັນ, ຄຳສະເໜີຂອງບັນດາພະນັກງານຫຼັກແຫຼ່ງ ກໍຄືຜູ້ທີ່ມີສິດເລືອກຕັ້ງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ-ແຜນງົບປະມານແຫ່ງລັດ ແລະ ບັນຫາສັງຄົມຕ່າງໆຕື່ມອີກ.