ໃນວັນທີ 12 ມີນາ 2024, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງໄປພົບປະເຮັດວຽກຮ່ວມກັບ ທ່ານ ດາວເຮືອງ ນັນທາວົງ, ຮອງເຈົ້າແຂວງໆວຽງຈັນ ພ້ອມດ້ວຍຜູ້ຕາງຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງວຽງຈັນ ເພື່ອຮ່ວມກັນປຶກສາຫາລື, ກວດກາ ແລະ ເກັບກຳຂໍ້ມູນດ່ານທ້ອງຖິ່ນບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອກະກຽມຄວາມພ້ອມໃນການຍົກຂຶ້ນເປັນດ່ານສາກົນ.
ດ່ານທ້ອງຖິ່ນບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເປັນດ່ານຊາຍແດນທາງແມ່ນໍ້າຂອງ, ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 23 ກັນຍາ 1993, ຕັ້ງຢູ່ເຊິ່ງໜ້າກັບຈຸດຜ່ານແດນຖາວອນ (ດ່ານສາກົນ) ບ້ານໂຄກໄຜ່, ອໍາເພີປາກຊົມ, ຈັງຫວັດເລີຍ. ດ່ານທ້ອງຖິ່ນບ້ານວັງ ຕັ້ງຢູ່ຫ່າງຈາກເທດສະບານເມືອງໝື່ນປະມານ 39 ກິໂລແມັດ ແລະ ຫ່າງຈາກເທດສະບານແຂວງວຽງຈັນ 170 ກິໂລແມັດ ເປັນຈຸດດຽວກັນກັບບໍລິເວນທີ່ຄາດຄະເນຈະສ້າງຂົວມິດຕະພາບ ລະຫວ່າງ ແຂວງວຽງຈັນ - ຈັງຫວັດເລີຍ ໃນຕໍ່ໜ້າ. ການລົງໄປກວດກາ ແລະ ເກັບກໍາຂໍ້ມູນຄັ້ງນີ້ ເປັນການປະຕິບັດຕາມກົດໝາຍ ວ່າດ້ວຍ ຊາຍແດນແຫ່ງຊາດ ມາດຕາ 45, ດຳລັດ ວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ມາດຕາ 15 ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 471/ຫສນຍ, ລົງວັນທີ 23 ມີນາ 2023 ທີ່ເຫັນດີໃຫ້ແຂວງວຽງຈັນ ດຳເນີນການກໍ່ສ້າງດ່ານບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອກະກຽມຄວາມພ້ອມຍົກຂຶ້ນເປັນດ່ານສາກົນ, ຊຶ່ງຈະເປັນການປະກອບສ່ວນອຳນວຍຄວາມສະດວກໃນການບໍລິການ, ຊຸກຍູ້ສົ່ງເສີມການແລກປ່ຽນສິນຄ້າ, ການທ່ອງທ່ຽວ, ການເຂົ້າ-ອອກຂອງປະຊາຊົນ, ປະກອບສ່ວນສ້າງສາຍພົວພັນມິດຕະພາບທີ່ດີກັບປະເທດເພື່ອນບ້ານ, ບັນດາປະເທດໃນພາກພື້ນ ແລະ ສາກົນ. ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວ ແລະ ຍືນຍົງ, ໂດຍສະເພາະ ຊີວິດການເປັນຢູ່ຂອງປະຊາຊົນແຂວງວຽງຈັນ ກໍຄືປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມສົມບູນພູນສຸກຂຶ້້ນໄປເລື້ອຍໆ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີລິວິໄລ.
ໃນໂອກາດລົງເຄືືອນໄຫວເຮັດວຽກຄັ້ງນີ້ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການກໍ່ສ້າງດ່ານຈາກເຈົ້າໜ້າທີ່ຂອງແຂວງວຽງຈັນ ພ້ອມທັງຮັບຟັງການປະກອບຄວາມຄິດເຫັນຂອງບັນດາຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ໄດ້ໃຫ້ທິດຊີ້ນຳ ກ່ຽວກັບ ການກະກຽມຄວາມພ້ອມຍົກລະດັບດ່ານທ້ອງຖິ່ນບ້ານວັງ ຂຶ້ນເປັນດ່ານສາກົນນັ້ນ, ຈົ່ງຮີບຮ້ອນກໍ່ສ້າງພື້ນຖານໂຄງລ່າງຂອງດ່ານ, ການກະກຽມບຸກຄະລາກອນຂອງທຸກຂະແໜງການ, ເຄື່ອງມືອຸປະກອນຮັບໃຊ້ ແລະ ດ້ານອື່ນໆໃຫ້ຄົບເງື່ອນໄຂ ຕາມມາດຕະຖານທີ່ໄດ້ກຳນົດໄວ້ໃນດຳລັດ ວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ ເພື່ອໃຫ້ສາມາດເປີດເປັນດ່ານສາກົນໃນເວລາອັນໃກ້ນີ້.
************************************