ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີຕ່າງປະເທດ ຕ້ອນຮັບ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ

 

BfarewellWHO 1

 

ໃນ​ຕອນ​ບ່າຍ​​ວັນ​ທີ 27 ກຸມພາ 2024, ທີ່ ຫ້ອງຮັບແຂກກະຊວງ​ການ​ຕ່າງປະ​ເທດ,​ ທ່ານ ໂພໄຊ ໄຂຄໍາພິທູນ, ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕ້ອນຮັບ​ການເຂົ້າຢ້ຽມອຳລາຂອງ ທ່ານ ດຣ. ຫຍິງຣູ ຈາຄວາລິນ ໂລ (Dr. Ying-Ru Jacqueline LO), ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ ທີ່ສຳເລັດການປະຕິບັດໜ້າທີ່ເປັນຜູ້ຕາງໜ້າຢູ່ ສປປ ລາວ.​

 

ໃນ​ໂອກາດ​ດັ່ງກ່າວ, ທ່ານ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ​ໄດ້​ສະ​ແດງ​ຄວາມ ​ຊົມ​ເຊີຍ​ທ່ານ ຜູ້ຕາງໜ້າຂອງ​ອົງການ WHO ທີ່ໄດ້ປະຕິບັດໜ້າທີ່ຢ່າງມີຜົນສຳເລັດ ເຊິ່ງເຮັດ​ໃຫ້ການ​ພົວພັນຮ່ວມມື ​ລະຫວ່າງ ສປປ ລາວ ແລະ ອົງການອະນາໄມໂລກ ສືບຕໍ່​ມີ​ໝາກຜົນ​​ຍິ່ງຂຶ້ນໃນໄລຍະຜ່ານມາ ພ້ອມທັງສະ​ແດງ​ຄວາມ​ຂອບ​ໃຈ​ ອົງ​ການ WHO ທີ່ໄດ້ໃຫ້​ການ​ຊ່ວຍ​ເຫຼືອ​ແກ່ ສ​ປ​ປ ລາວ ໃນ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ກັບ ​ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ 3: ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ປພຍ 13: ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໂດຍສະເພາະແມ່ນ 3 ບູລິມະສິດໃນການຮ່ວມມື: 1. ສົ່ງເສີມຄວາມທົນທານ ແລະ ຄວາມຍືນຍົງ ຂອງລະບົບສາທາລະນະສຸກ ເພື່ອຮັບປະກັນການເຂົ້າເຖິງລະບົບສາທາລະນະສຸກແບບທົ່ວເຖິງ, 2. ໃຫ້ການປົກປ້ອງຊຸມຊົນຈາກພະຍາດລະບາດ ແລະ ເຫດການສຸກເສີນດ້ານສາທາລະນະສຸກ, ແລະ 3. ໃຫ້ການປົກປ້ອງສຸຂະພາບຈາກການປ່ຽນແປງດິນຟ້າອາກາດ ແລະ ບັນດາໄພຂົ່ມຂູ່ດ້ານສິ່ງແວດລ້ອມ. ນອກຈາກນີ້, ສປປ ລາວ ແລະ ອົງການອະນາໄມໂລກ ໄດ້ຈັດຕັ້ງປະຕິບັດ ກິດຈະກຳຕ່າງໆ ກ່ຽວກັບການຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ, ໄດ້ຮ່ວມກັນ ພັດທະນາຍຸດທະສາດການຮ່ວມມືລະຫວ່າງອົງການ WHO ແລະ ສປປ ລາວ ສຳລັບສົກປີ 2024-2028, ເຊິ່ງໄດ້ຖືກຮັບຮອງຢ່າງເປັນທາງການໃນເດືອນ ກຸມພາ 2024 ນີ້. ຍຸດທະສາດດັ່ງກ່າວ ຈະຊ່ວຍສະໜັບສະໜູນໃຫ້ແກ່ວຽກງານຂອງກະຊວງສາທາລະນະສຸກ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງພາຍໃນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ສະພາແຫ່ງຊາດ. ພ້ອມດຽວກັນນັ້ນ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງລັດຖະບານ ກໍ່ຄື ກະຊວງການຕ່າງປະເທດ ທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການປະຕິບັດວຽກງານຂອງອົງການ WHO ໃນອະນາຄົດ; ແລະ ໄດ້ອວຍພອນໄຊ ໃຫ້ ທ່ານ ດຣ. ຫຍິງຣູ ຈາຄວາລິນ ໂລ ຈົ່ງມີຄວາມຜາສຸກ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ໃນໂອກາດ​ດຽວ​ກັນ​ນີ້,​ ທ່ານ ດຣ. ຫຍິງຣູ ຈາຄວາລິນ ໂລ ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອົບ​ອຸ່ນ​ຂອງ ທ່ານ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ລັດຖະບານ ​ແຫ່ງ ສປປ ລາວ ທີ່​ໄດ້​ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືເປັນຢ່າງດີຕະຫຼອດໄລຍະການປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ ຂອງຕົນ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ກັບມາຢ້ຽມຢາມ ສປປ ລາວ ອີກຄັ້ງ.

 

BfarewellWHO 2

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486133
ມື້ນີ້49
ມື້ວານ215
ອາທິດນີ້1169
ເດືອນນີ້5438