ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

 

   

     

20240128 ASEAN SOM 1

  

      

    

ໃນວັນທີ 28 ມັງກອນ 2024 ທີ່ ໂຮງແຮມ ພູແມນ, ນະຄອນຫຼວງພະບາງ, ທ່ານ ທອງຜ່ານ ສະຫວັນເພັດ,  ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າຫນ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຕີມໍແລັດສະເຕ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

  

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້ ໄດ້ທົບທວນ ແລະ ຮັບຊາບຄວາມຄືບໜ້າການສ້າງປະຊາຄົມອາຊຽນ ກໍຄືການຈັດຕັ້ງປະຕິບັດແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມອາຊຽນ ຊຶ່ງເຫັນວ່າໂດຍລວມມີຄວາມຄືບໜ້າເປັນຢ່າງດີ. ສປປ ລາວ ໃນນາມປະທານອາຊຽນ ໃນປີ 2024 ໄດ້ນຳສະເໜີບູລິມະສິດການເປັນປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.

  

ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງທີ່ໄດ້ຈັດຂຶ້ນໃນ ເດືອນກັນຍາ 2023 ທີ່ ອິນໂດເນເຊຍ, ລວມທັງຄວາມຄືບໜ້າໃນການກະກຽມວິໄສທັດປະຊາຄົມອາຊຽນ 2045 ໂດຍສະເພາະແມ່ນການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. ພ້ອມນີ້, ກໍໄດ້ປຶກສາກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ.

   

  

  

20240128 ASEAN SOM 2

20240128 ASEAN SOM 3

   

    

ໃນໂອກາດນີ້, ກອງປະຊຸມ ຍັງໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືລະຫວ່າງ ອາຊຽນ ກັບ ພາຍນອກ, ພ້ອມທັງປຶກສາຫາລືການສະເໜີເປັນຄູ່ຮ່ວມມືຂອງອາຊຽນ. ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ຢໍ້າຄືນຄວາມສຳຄັນໃນການຮັດແໜ້ນຄວາມເປັນແກນກາງຂອງອາຊຽນ ໃນການເສີມຂະຫຍາຍການຮ່ວມມືກັບພາຍນອກ. ສປປ ລາວ ໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ໄດ້ລາຍງານຄວາມຄືບໜ້າຂອງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ, ປະເທດ ອົດສະຕຣາລີ.

  

ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ທີ່ຈະຈັດຂຶ້ນໃນວັນທີ 29 ມັງກອນ 2024.

   

--------------------------

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486269
ມື້ນີ້185
ມື້ວານ215
ອາທິດນີ້1305
ເດືອນນີ້5574