ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ວຽກງານການຕ່າງປະເທດ ໃຫ້ແກ່ບັນດາແຂວງພາກກາງ ແລະ ພາກໃຕ້

  

  

20230112 DFM TP at CPS 2

  

    

ໃນວັນທີ 12 ມັງກອນ 2024, ທີ່ ນະຄອນປາກເຊ, ແຂວງຈໍາປາສັກ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການຕ່າງປະເທດ ໃຫ້ແກ່ພະນັກງານກ່ຽວຂ້ອງຈາກບັນດາແຂວງພາກກາງ ແລະ ພາກໃຕ້, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີທ່ານຫົວໜ້າຫ້ອງການກະຊວງ, ຄະນະກົມ, ວິຊາການຂອງກະຊວງການຕ່າງປະເທດທີ່ກ່ຽວຂ້ອງ ຂື້ນເຜີຍແຜ່ບັນດາຫົວຂໍ້ຕ່າງໆທີ່ຕິດພັນກັບວຽກງານຂອງຕົນ ແລະ ມີຄະນະຜູ້ແທນຈາກບັນດາແຂວງພາກກາງ ແລະ ພາກໃຕ້ ເຂົ້າຮ່ວມລວມທັງໝົດ 46 ທ່ານ.

  

ໃນໂອກາດດນີ້, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນເຖິງສະພາບການພາກພື້ນ ແລະ ສາກົນ ທີ່ກໍາລັງມີການຜັນແຜຢ່າງໄວວາ ແລະ ສະຫຼັບສັບຊ້ອນ, ເຊິ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ ສປປ ລາວ, ໃນຂະນະດຽວກັນວຽກງານການຕ່າງປະເທດ ກໍ່ກໍາລັງເຕີບໃຫຍ່ ແລະ ມີຄວາມຕິດພັນກັບທຸກຂະແໜງການແຕ່ສູນກາງຮອດທ້ອງຖິ່ນໃນທົ່ວປະເທດ, ໂດຍສະເພາະການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ນີ້. ບັນດາພະແນກການຕ່າງປະເທດ ໄດ້ມີບົດບາດສໍາຄັນໃນການເປັນເສນາທິການໃຫ້ການນຳແຂວງ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານການຕ່າງປະເທດຢູ່ບັນດາແຂວງຂອງຕົນ, ພ້ອມກັນນັ້ນກໍເປັນຂົວຕໍ່ການເຄື່ອນໄຫວວຽກງານການຕ່າງປະເທດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ. ດັ່ງນັ້ນ, ກອງປະຊຸມຄັ້ງນີ້ ຈຶ່ງມີຈຸດປະສົງເພື່ອເພີ່ມຂີດຄວາມສາມາດໃຫ້ພະນັກງານທີ່ຮັບຜິດຊອບວຽກງານພົວພັນຮ່ວມມືກັບຕ່າງປະເທດຢູ່ບັນດາແຂວງ ໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການພົວພັນຕ່າງປະເທດ ເປັນແຕ່ລະໄລຍະ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດໃຫ້ມີຄວາມເປັນເອກະພາບກັນທົ່ວປະເທດ, ທັງເປັນໂອກາດອັນດີ ທີ່ໄດ້ປຶກສາຫາລື, ແລກປ່ຽນຂໍ້ມູນ ແລະ ຄໍາຄິດເຫັນຕ່າງໆ ລະຫວ່າງ ກະຊວງການຕ່າງປະເທດ ກັບ ບັນດາແຂວງພາກພາກກາງ ແລະ ພາກໃຕ້ ໃຫ້ວຽກງານການຕ່າງປະເທດ ມີຄວາມໂລ່ງລ່ຽນ, ສ້າງຄວາມເຂົ້າໃຈເລິກເຊິ່ງ ແລະ ແກ້ໄຂບັນຫາຂ້ອງຄາຕ່າງໆ ແນໃສ່ເຮັດໃຫ້ການປະສານສົມທົບໃນການເຄື່ອນໄຫວວຽກງານການຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ.

  

  

  

20230112 DFM TP at CPS 4

  

  

ກອງປະຊຸມໄດ້ມີການຂຶ້ນນໍາສະເໜີບົດ ແລະ ມີການແລກປ່ຽນຄໍາຄິດເຫັນຂອງບັນດາຜູ້ເຂົ້າຮ່ວມ ຢ່າງກົງໄປກົງມາ ໃນຫຼາຍຫົວຂໍ້ສໍາຄັນ ເປັນຕົ້ນ: ການວິເຄາະຕີລາຄາສະພາບການສາກົນທີ່ພົ້ນເດັ່ນ ແລະ ທ່າຂະຫຍາຍໃນຕໍ່ໜ້າ; ການປັບປຸງຂອດປະສານງານລະຫວ່າງ ກະຊວງ ແລະ ທ່ອງຖິ່ນ; ວຽກງານຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຮັດວຽກນໍາອົງການຈັດຕັ້ງສາກົນ; ການພົວພັນຮ່ວມມືສອງຝ່າຍກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບບັນດາແຂວງພາກກາງ ແລະ ພາກໃຕ້; ການຕິດຕາມ, ລາຍງານ ແລະ ຕອບໂຕ້ຂ່າວໂຈມຕີ ສປປ ລາວ ຂອງສື່ອອນລາຍ ທີ່ພົວພັນກັບຕ່າງປະເທດ; ການໂຄສະນາເຜີຍແຜ່ຜົນການເຄື່ອນໄຫວວຽກງານການຕ່າງປະເທດຂອງສູນກາງ ແລະ ທ້ອງຖິ່ນ; ການຄຸ້ມຄອງການເຄື່ອນໄຫວວຽກງານການຂ່າວຂອງຕ່າງປະເທດຢູ່ ສປປ ລາວ; ການຄຸ້ມຄອງຄົນຕ່າງປະເທດທີ່ມາເຄື່ອນໄຫວຢູ່ ສປປ ລາວ; ການອອກໜັງສືຜ່ານແດນໃຫ້ພົນລະເມືອງລາວ ແລະ ອື່ນໆ.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486257
ມື້ນີ້173
ມື້ວານ215
ອາທິດນີ້1293
ເດືອນນີ້5562