ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄັ້ງທີ 5

   

    

 

20240115 Lao ROK 5th HLPC 1

    

   

ໃນຕອນບ່າຍຂອງວັນທີ 15 ມັງກອນ 2024, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ໄດ້ມີກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 5 ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ, ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອງ ບຽວ ວອນ (Mr. Chung Byung-won), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ເກົາຫຼີ, ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ.

  

ໃນໂອກາດນີ້, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເປັນປະທານຮ່ວມໃນກອງປະຊຸມຄັ້ງນີ້, ຖືເປັນໂອກາດອັນດີທີ່ສອງຝ່າຍໄດ້ປຶກສາຫາລືກັນ ໃນການເພີ່ມທະວີຮັດ​ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນ​ດີງາມ ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນກວ່າເກົ່າ, ໂດຍສະເພາະໃນໄລຍະທີ່ສອງປະເທດກະກຽມສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 2025 ທີ່ຈະມາເຖິງນີ້, ເຊິ່ງເປັນການຢືນຢັນຄືນເຖິງຄວາມມຸ້ງໝັ້ນຂອງສອງປະເທດ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ສ. ເກົາຫຼີ ໃຫ້ໄດ້ຮັບການພັດທະນາສູງຂຶ້ນກວ່າເກົ່າ.

  

  

 

20240115 Lao ROK 5th HLPC 520240115 Lao ROK 5th HLPC 4

20240115 Lao ROK 5th HLPC 3

  

    

ໃນກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄຶນການພົວພັນຮ່ວມມືໃນໄລຍະຜ່ານ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ຕະຫຼອດ​ໄລຍະ​ຜ່ານມາ, ເຊິ່ງໄດ້ສ້າງຂຶ້ນບົນພື້ນຖານຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະ ກັນ ຢູ່ເວທີພາກພື້ນ ແລະ ສາກົນ; ການນໍາຂັ້ນສູງຂອງສອງປະເທດ ກໍ່ໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິມາໂດຍຕະຫຼອດ ແລະ ມີທ່າອ່ຽງເພີ່ມຂຶ້ນ, ລວມເຖິງການແລກປ່ຽນລະຫວ່າງປະຊາຊົນ ກໍ່ເຊັ່ນດຽວກັນ. ມາຮອດເດືອນສິງຫາ 2023, ການລົງທຶນຂອງ ສ. ເກົາຫລີ ຢູ່ ສປປ ລາວ ມີມູນຄ່າປະມານ 758 ລ້ານ ໂດລາສະຫະລັດ, ໃນຈໍານວນ 312 ໂຄງການ ແລະ ຈັດຢູ່ໃນອັນດັບ 04 ຂອງການລົງທຶນຂອງຕ່າງປະເທດ ຢູ່ ສປປ ລາວ. ພ້ອມກັນນີ້, ສອງຝ່າຍ ໄດ້ປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ, ການຮ່ວມມືດ້ານການພັດທະນາ, ການປ່ຽນແປງດິນຟ້າອາກາດ, ວັດທະນະທໍາ-ສັງຄົມ, ແຮງງານ, ກົງສຸນ,​ ການສຶກສາ ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສາກົນ ໂດຍສະເພາະ ການພົວພັນຮ່ວມມືໃນຂອບ ອາຊຽນ-ສ.ເກົາຫຼີ, ແມ່ນໍ້າຂອງ-ສ.ເກົາຫຼີ, ອົງການສະຫະປະຊາຊາດ (ສປຊ) ແລະ ການຮ່ວມມືສາກົນໃນຂອບອື່ນໆ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ.

  

ໂອກາດດຽວກັນນີ້, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ຕີລາຄາສູງ ພ້ອມທັງສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼຶອ ແລະ ສະໜັບສະໜູນອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ສ. ເກົາຫຼີ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍຜ່ານໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA), ໂຄງການກູ້ຢືມຈາກກອງທຶນຮ່ວມມືດ້ານການພັດທະນາເສດຖະກິດ (EDCF), ເຊິ່ງໄດ້ສຸມໃສ່ຂະແໜງການທີ່ເປັນບູລິມະສິດຂອງ ສປປ ລາວ ເປັນຕົ້ນແມ່ນ ການພັດທະນາ​ຂະແໜງສາທາລະນະ​ສຸກ, ການເກັບກູ້ລະເບີດບໍ່ທັນແຕກ (UXO), ການ​ພັດທະນາ​ຊົນນະບົດ, ການພັດທະນາ​ຊັບພະຍາກອນ​ມະ​ນຸດ ຂອງ ສປປ ລາວ ແລະ ອື່ນໆ.

  

ໃນຂະນະດຽວກັນ, ທ່ານ ຈອງ ບຽວ ວອນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອູ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ແກ່ ສ. ເກົາຫຼີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕະຫຼອດມາ, ແລະ ຍັງໄດ້ຢືນຢັນຄືນຄໍາໝາຍໝັ້ນຂອງ ສ. ເກົາຫຼີ ໃນການສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ແກ່ ສປປ ລາວ ໂດຍສະເພາະໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສໍາເລັດອັນງົບງາມ.

  

  

  

20240115 Lao ROK 5th HLPC 6

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ບຽວ ວອນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ເກົາຫຼີ

  

 

20240115 Lao ROK 5th HLPC 7

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ  ພົບປະກັບ ທ່ານ ຈອງ ບຽວ ວອນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ເກົາຫຼີ

 

  

ໃນວັນດຽວກັນ, ທ່ານ ຈອງ ບຽວ ວອນ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ຍັງຖືໂອກາດພົບປະກັບ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອປຶກສາຫາລືກ່ຽວກັບວຽກງານອາຊຽນ.

  

  

  

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486169
ມື້ນີ້85
ມື້ວານ215
ອາທິດນີ້1205
ເດືອນນີ້5474