ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການມອບ-ຮັບ ຫຼັກໝາຍຊາຍແດນຈໍາລອງ ທີ່ໂຮງຮຽນທະຫານຊາຍແດນ 712

 

20240110 HandingoverBorderPole 01

 

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2024 ທີ່ໂຮງຮຽນທະຫານຊາຍແດນ 712, ເມືອງທ່າພະບາດ, ແຂວງບໍລິຄໍາໄຊ ໄດ້ມີພິທີ ມອບ-ຮັບ ຫຼັກໝາຍຊາຍແດນຈໍາລອງຂຶ້ນ ລະຫວ່າງ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແລະ ທ່ານ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດ ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ຜູ້ຕາງໜ້າຂອງແຂວງບໍລິຄໍາໄຊເຂົ້າຮ່ວມໃນພິທີດັ່ງກ່າວ.

 

20240110 HandingoverBorderPole 02

 

ການກໍ່ສ້າງຫຼັກໝາຍຊາຍແດນຈໍາລອງດັ່ງກ່າວ ແມ່ນເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ ກ່ຽວກັບວຽກງານຄຸ້ມຄອງຊາຍແດນ ໃນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃຫ້ແກ່ບັນດານາຍທະຫານ, ນັກຮົບທີ່ມາຮຽນຢູ່ໂຮງຮຽນທະຫານຊາຍແດນ ນອກຈາກນັ້ນ ກໍຍັງເປັນການເຜີຍແຜ່ໃຫ້ຜູ້ທີ່ມີຄວາມສົນໃຈຢູ່ໃນສັງຄົມເຫັນໄດ້ຫຼັກໝາຍຊາຍແດນຈໍາລອງ ທີ່ມີຂະໜາດ ແລະ ຮູບແບບຄື ແລະ ເທົ່າກັບຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງ. ການກໍ່ສ້າງນີ້ໄດ້ກໍ່ສ້າງຫຼັກໝາຍຊາຍແດນຈໍາລອງຂອງ 05 ປະເທດ ທີ່ມີຊາຍແດນຮ່ວມກັບ ສປປ ລາວ (ສສ ຫວຽດນາມ, ສປ ຈີນ, ຣາຊາອະນາຈັກກໍາປູເຈຍ, ສສ ມຽນມາ ແລະ ຣາຊາອະນາຈັກໄທ), ຊຶ່ງຫຼັກໝາຍດັ່ງກ່າວຫຼໍ່ດ້ວຍເບຕົງເສີມເຫຼັກ-ທາສີ ພ້ອມດ້ວຍຕິດເຄື່ອງໝາຍກາຊາດ, ຕົວໜັງສື ແລະ ສັນຍາລັກຕ່າງໆໃສ່ຕາມແບບສະເພາະຂອງແຕ່ລະຫຼັກໝາຍຊາຍແດນຂອງ ສປປ ລາວ ກັບບັນດາປະເທດ ທີ່ມີຊາຍແດນຕິດຈອດລວມຈໍານວນຫຼັກໝາຍຈໍາລອງທີ່ກໍ່ສ້າງທັງໝົດ 11 ຫຼັກໝາຍ.

 

20240110 HandingoverBorderPole 03

 

ໃນພິທີດັ່ງກ່າວ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ການນໍາກະຊວງການຕ່າງປະເທດມອບຫຼັກໝາຍຈໍານວນດັ່ງກ່າວໃຫ້ຜູ້ຕາງໜ້າຈາກກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດ ແລະ ໄດ້ມອບຕໍ່ໃຫ້ໂຮງຮຽນທະຫານຊາຍແດນ 712 ໂດຍມີຜູ້ຕ່າງໜ້າຈາກກົມກ່ຽວຂ້ອງຂອງສອງກະຊວງ ແລະ ຕາງໜ້າຂອງແຂວງບໍລິຄໍາໄຊ ເຂົ້າຮ່ວມເປັນສັກຂີພິຍານ.

 

ໃນໂອກາດດຽວກັນ ການນໍາຂອງກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຂອງແຂວງບໍລິຄໍາໄຊ ແລະ ຜູ້ເຂົ້າຮ່ວມພິທີກໍໄດ້ເຄື່ອນໄຫວຢ້ຽມຢາມໂຮງຮຽນດັ່ງກ່າວ.

 

*********************************

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486152
ມື້ນີ້68
ມື້ວານ215
ອາທິດນີ້1188
ເດືອນນີ້5457