ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຄະນະ ພົບປະ ແລະ ເຮັດວຽກຢູ່ ສສ. ຫວຽດນາມ ໃນລະຫວ່າງວັນທີ 26-30 ທັນວາ 2023.

 

Lao Viet visit

Lao Viet visit2

 

ໂດຍ​ຕອບ​ສະ​ໜອງຕາມຄໍາເຊີນຂອງສະຫາຍ ນາງ ​ເລ​ ທິ ຖູ່​ ຮັ່ງ, ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ, ປະທານ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ທ່ານ ຕິ່ງ ສຸກ​ສັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ພ້ອມ​ດ້ວຍ​ຄະ​ນະຈາກ​ກົມ​ພົວ​ພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ໄດ້​ເດີນທາງໄປຢ້ຽມຢາມ​ ສ​ສ. ຫວຽດ​ນາມ, ເພື່ອ​​ເຂົ້າ​ຮ່ວມກອງປະ​ຊຸມພົບປະ​ສອງ​ຝ່າຍ​ ລະ​ຫວ່າງ ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ເພື່ອ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ແລະ ຄະ​ນະ​ກຳ​ມະ​ການ​ພົວ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ປະ​ເທດ, ໃນລະຫວ່າງ ວັນທີ 26-30 ທັນ ວາ 2023, ເພື່ອ​ສືບ​ຕໍ່​ຜັນ​ຂະ​ຫຍາຍ ແລະ ການ​ຮ່ວມ​ໃນ​ການຈັດ​ຕັ້ງ​ປະຕິບັດບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ (MOU) ຂອງ​ສອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວໃຫ້ໄດ້ຮັບໝາກ​ຜົນ ແລະ ມີປະ​ສິດ​ທິຜົນສູງຂຶ້ນກວ່າເກົ່າ.

ໃນ​​ໂອກາດ​ດັ່ງກ່າວ, ​ສະ​ຫາຍ ຕິ່ງ​ ສຸກ​ສັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ​ໄດ້​​ນໍາ​​ເອົາ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ (ຄພລຕ) ມາ​ຍັງສະ​ຫາຍ ນາງ ເລ ທິ ຖູ່ ຮັ່ງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​​ເທດ​ແຫ່ງ ສສ. ຫວຽດນາມ, ປະທານ​ຄະນະ​ກໍາມະການ​ແຫ່ງ​ລັດ​ເພື່ອ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​, ພ້ອມ​ທັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ​ຕໍ່ການ​ເຊື້ອ​ເຊີນ ​ແລະ ຕ້ອນຮັບອັນ​ອົບ​ອຸ່ນ​​ທີ່​ໄດ້​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​​ຄະ​ນະ​ຜູ້​ແທນ​ຂອງ ສ​ປ​ປ ລາວ.

 

ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ລະ​ຫວ່າງ ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ເພື່ອ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ແລະ ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ປະ​ເທດ ປະ​ຈຳ​ປີ 2023, ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ແລະ ຖອດ​ຖອນ​ບົດ​ຮຽນ​ຮ່ວມ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ​ໃນຫຼາຍ​ບັນ​ຫາທີ່​ສຳ​ຄັນ, ໂດຍ​ສະ​ເພາະ​ແມ່ນວຽກ​ງານການ​ໂຄ​ສະ​ນາ ແລະ ​ເຜີຍ​ແຜ່, ​ວຽກ​ງານການ​ຂົນ​ຂວາຍ ແລະ ຍາດ​ແຍ່ງ, ວຽກ​ງານ​ດ້ານ​ນິ​ຕິ​ກຳ ​ແລະ ວຽກ​ງານ​ອື່ນທີ່​ຕິດ​ພັນ​ກັບ​ຄົນ​ເຊື້ອ​ຊາດຫວຽດນາມ ​ແລະ ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ, ພ້ອມທັງ​​ໄດ້​ມີການທົບທວນຄືນ​ເລື່ອງການຈັດຕັ້ງປະຕິບັດ MOU  ຂອງ​ສອງ​ຄະນະ​ກໍາມະການ,​ ເພື່ອ​ແນ​ໃສ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດຂອງສອງ ຄະນະກຳມະການດັ່ງ​ກ່າວ. ກອງ​ປະ​ຊຸມ​ຄັ້ງ​ນີ້, ໄດ້​ດຳ​ເນີນ​ໄປດ້​ວຍ​ບັນ​ຍາ​ກາດ​ທີ່​່ເຕັມ​ໄປ​ດ້ວຍ​ໄມ​ຕິ​ຈິດ​ມິດ​ຕະ​ພາບ ແລະ ສະ​ໜິດ​ສະ​ໜົມ​ຖານ​ອ້າຍ​ນ້ອງ, ຊຶ່ງ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຂອງ​ສອງ​ພັກ​ສອງ​ລັດ ກໍ​ຄື ສອງ​ ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ເພື່ອຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ແລະ ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ປະ​ເທດ.

 

​ນອກ​ຈາກນັ້ນ, ໃນ​ໂອ​ກາດ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ ສ​ສ. ຫວຽດ​ນາມ ຄັ້ງ​ນີ້, ​ສະ​ຫາຍ ຕິ່ງ ສຸກສັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ພ້ອມ​ດ້ວຍ​ຄະ​ນະ ຍັງໄດ້ເຂົ້າ​ຢ້ຽມ​ຂ່ຳ​ນັບ​ສະ​ຫາຍ ບຸຍ ແທັງ ເຊິນ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສສ. ​ຫວຽດ​ນາມ, ເຂົ້າຢ້ຽມຂ່ຳນັບສະຫາຍ ຮວ່າງ ມິງ ເກືອງ, ຮອງປະທານສະພາປະຊາຊົນແຂວງຫາຍຟອງ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມພາຍ​ໃຕ້​ຫົວ​ຂໍ້ “ເສີມຂະຫຍາຍແຫຼ່ງກຳ ລັງແຮງຂອງຊາວ ຫວຽດນາມຢູ່ຕ່າງປະເທດ, ເຊື່ອມຕໍ່ທ້ອງຖິ່ນ ແລະ ວິສາຫະກິດ” ​ນຳ​ອີກດ້ວຍ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486308
ມື້ນີ້4
ມື້ວານ220
ອາທິດນີ້1344
ເດືອນນີ້5613