ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານວິຊາການ ລະຫວ່າງ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລ ຢູນນານ, ສປ. ຈີນ

 

IFAyunanSigned 1

IFAyunanSigned 2

 

ໃນວັນທີ 13 ທັນວາ 2023, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍ ການຮ່ວມມືດ້ານວິຊາການ ລະຫວ່າງ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລ ຢູນນານ, ສປ. ຈີນ. ສໍາລັບຝ່າຍລາວ ໃຫ້ກຽດລົງນາມໂດຍ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ສ່ວນ ມະຫາວິທະຍາໄລ ຢູນນານ ຂອງ ສປ. ຈີນ ໃຫ້ກຽດຕາງໜ້າລົງນາມໂດຍ ທ່ານ ສຈ Chen Keqing, ຮອງປະທານຂອງ ມະຫາວິທະຍາໄລ ຢູນນານ, ໂດຍມີ    ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເປັນສັກຂີພະຍານ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານ ຈາກ ສະຖາບັນການຕ່າງປະເທດ, ພ້ອມດ້ວຍຜູ້ຕາງໜ້າຈາກ ສະຖານເອກອັກຄະລັດຖະທູດ ສປ. ຈີນ ປະຈໍາ ສປປ ລາວ ເຂົ້າຮ່ວມທັງໝົດ 100 ທ່ານ.

 

ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ບໍ່ພຽງແຕ່ເປັນການເສີມຂະຫຍາຍການຮ່ວມມື ແລະ ຮັດແໜ້ນການພົວພັນທີ່ມີມູນເຊື້ອແບບເພື່ອນມິດ ລະຫວ່າງ ສອງສະຖາບັນ ກໍ່ຄື ສອງປະເທດ ແລະ ຍັງເປັນການສ້າງກົນໄກການຮ່ວມມື ກັບ ມະຫາວິທະຍາໄລ ຢູນນານ ເພື່ອແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນ ໃນການຄົ້ນຄວ້າບັນຫາພົ້ນເດັ່ນ, ແລກປ່ຽນທັດສະນະ, ຂໍ້ມູນຂ່າວສານດ້ານວິຊາການ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນນັ້ນ, ກໍ່ເພື່ອເປັນການສ້າງໃຫ້ມີນິຕິກໍາຮ່ວມກັນ ເພື່ອເປັນເອກະສານອ້າງອີງ ໃຫ້ແກ່ທັງສອງຝ່າຍ ໃນການພົວພັນຮ່ວມມືກັນໃນອານາຄົດ.

 

ນອກຈາກເຊັນບົດບັນທຶກຄວາມເຂົ້າໃຈແລ້ວ ສະຖາບັນການຕ່າງປະເທດ ແລະ ມະຫາວິທະຍາໄລ ຢູນນານ ຍັງຈັດກອງປະຊຸມສໍາມະນາຮ່ວມກັນ ພາຍໃຕ້ຫົວຂໍ້: ການທູດປະເທດໃກ້ຄຽງຂອງ ສປ. ຈີນ “China’s Neighborhood Diplomacy” ເນື່ອງຈາກວ່າປີນີ້ເປັນປີແຫ່ງການສ້າງຕັ້ງການທູດປະເທດໃກ້ຄຽງຂອງ ສປ. ຈີນ ຄົບຮອບ 10 ປີ, ເຊິ່ງເປັນໂອກາດດີໃຫ້ແກ່ຜູ້ເຂົ້າຮ່ວມຮັບຮູ້ ກ່ຽວກັບ ຜົນສໍາເລັດດ້ານຕ່າງໆ ລວມທັງແນວທາງນະໂຍບາຍຂອງ ສປ. ຈີນ ຕໍ່ກັບບັນດາປະເທດໃກ້ຄຽງ ແລະ ທັງເປັນການເປີດໂອກາດແລກປ່ຽນຄໍາເຫັນຄໍາເຫັນ ລະຫວ່າງ ນັກຄົ້ນຄວ້າ, ຜູ້ບັນຍາຍຈາກ ສປ.​ ຈີນ ແລະ ຜູ້ເຂົ້າຮ່ວມ ຂອງລາວທີ່ມາຈາກກົມກອງພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງອ້ອມຂ້າງທີ່ກ່ຽວຂ້ອງ ກໍຄື ຜູ້ຕາງໜ້າຈາກ ສະຖານທູດຈີນ ປະຈໍາ ສປປ ລາວ. ການຈັດສໍາມະນາຄັ້ງນີ້ ເປັນກິດຈະກໍາທໍາອິດ ພາຍຫຼັງມີເຊັນ MoU ຮ່ວມກັນ, ເຊິ່ງທັງສອງຝ່າຍ ຈະສືບຕໍ່ປຶກສາຫາລື ກ່ຽວກັບ ການຮ່ວມມືໃນຕໍ່ໜ້າ ລວມທັງບັນຫາຕ່າງໆທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ ເປັນຕົ້ນ:​ ໂຄງການເຮັດບົດຄົ້ນຄວ້າຮ່ວມ, ໂຄງການຈັດຝຶກອົບຮົມຮ່ວມ, ຈັດກອງປະຊຸມສໍາມະນາດ້ານວິຊາການຮ່ວມ ແລະ ອື່ນໆ. ການຈັດສອງກິດຈະກໍາດັ່ງກ່າວນີ້, ແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍບົນເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນຮ່ວມກັນໃນຄັ້ງນີ້ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ທັງສອງສະຖາບັນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487180
ມື້ນີ້15
ມື້ວານ191
ອາທິດນີ້842
ເດືອນນີ້573