ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືຮ່ວມ ສປປ ລາວ-ສ.ເກົາຫຼີ ກ່ຽວກັບ ການເຊື່ອມຈອດ: ພື້ນຖານໂຄງລ່າງແບບຍືນຍົງ ແລະ ຕາຂ່າຍໄຟຟ້າໃນອາຊຽນ

 

810 0970

810 0996

 

ໃນຕອນເຊົ້າຂອງວັນທີ 08 ທັນວາ 2023, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມປຶກສາຫາລືຮ່ວມ ສປປ ລາວ-ສ.​ເກົາຫຼີ ກ່ຽວ​ກັບ​ການ​ເຊື່ອມ​ຈອດ: ພື້ນຖານ​ໂຄງ​ລ່າງແບບ​ຍືນ​ຍົງ ​ແລະ ຕາ​ຂ່າຍ​ໄຟຟ້າ​ໃນ​ອາ​ຊຽນ ທີ່ ນະຄອນຫລວງວຽງຈັນ, ເຊິ່ງກອງປະຊຸມຄັ້ງນີ້ເປັນກິດຈະກຳຮ່ວມລະຫວ່າງສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ແລະ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສ. ເກົາຫຼີ ປະຈໍາອາຊຽນ ທີ່ ຈາກາກຕາ, ໂດຍລັດຖະບານ ສ. ເກົາຫຼີ ໃຫ້ການສະໜັບສະໜູນໃນການຈັດກອງປະຊຸມ ເຊິ່ງຈັດຂຶ້ນໃນຮູບແບບປະສົມ (ແບບເຊິ່ງໜ້າ ແລະ ແບບທາງໄກ), ມີຜູ້ເຂົ້າຮ່ວມຈາກບັນດາກະຊວງຂະແໜງການຕ່າງໆ ພ້ອມທັງຜູ້ຕາງໜ້າຈາກບັນດາສຳນັກງານປະຈໍາອາຊຽນ ທີ່ຈາກາກຕາ ແລະ ກອງເລຂາອາຊຽນຫຼາຍກວ່າ 50 ທ່ານ.

 

ຈຸດປະສົງຂອງກອງ​ປະ​ຊຸມ​ຄັ້ງນີ້ ​ແມ່ນເພື່ອນໍາໃຊ້ເວທີດັ່ງກ່າວແລກປ່ຽນຄໍາຄິດເຫັນຮ່ວມກັນ ກ່ຽວກັບການສົ່ງເສີມການເຊື່ອມຈອດໃນອາຊຽນ  ໂດຍການເຊື່ອມສານຂໍ້ລິເລີ່ມເພື່ອຄວາມສາມັກຄີ ອາຊຽນ-ສ. ເກົາຫຼີ  ແລະ ຂໍ້ລິເລີ່ມການເຊື່ອມຈອດອາຊຽນ ດ້ານຕາຂ່າຍພະລັງງານ ແລະ ໂຄງລ່າງພື້ນຖານທີ່ຍືນຍົງ, ແນໃສ່ການຍົກລະດັບການເຊື່ອມຈອດໃນຫຼາຍຂົງເຂດພາຍໃນອາຊຽນ ຜ່ານແຜນແມ່ບົດ ວ່າດ້ວຍການເຊື່ອມຈອດອາຊຽນ (MPAC) 2025 ແລະ ບັນດາຂໍ້ລິເລີ່ມອື່ນໆຂອງອາຊຽນ. ໂອກາດນີ້, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ໃຫ້ກຽດເຂົ້າຮ່ວມພົບປະສອງຝ່າຍ ກັບທ່ານ ລີ ຈັງ ກຶນ, ເອກອັກຄະລັດຖະທູດ ແຫ່ງ ສ. ເກົາຫຼີ ປະຈໍາ ອາຊຽນ,  ໂດຍໄດ້ຕີລາຄາສູງຕໍ່ບົດບາດຂອງ ສ. ເກົາຫຼີ, ເຊິ່ງເປັນໜຶ່ງໃນຄູ່ຮ່ວມມືທີ່ສຳຄັນຂອງອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງສະເໜີຕົ້ນ ສະເໝີປາຍຕໍ່ຄວາມເປັນແກນກາງຂອງອາຊຽນ. ການພົວພັນ ອາຊຽນ-ສ.ເກົາຫຼີ ໄດ້ປະກອບສ່ວນສຳຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ເພື່ອສ້າງພາກພື້ນໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

 

ກອງປະຊຸມຄັ້ງນີ້, ມີຜູ້ບັນຍາຍຈາກກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ, ສ. ເກົາຫລີ ແລະ ກອງເລຂາອາຊຽນ ຂື້ນນໍາສະເໜີບົດບັນຍາຍ ເພື່ອຖ່າຍທອດຄວາມຮູ້, ຄວາມເຂົ້າໃຈ ແລະ ປະສົບການ ກ່ຽວກັບຂະແໜງພະລັງງານ ແລະ ໂຄງລ່າງພື້ນຖານແບບຍືນຍົງ, ເຊິ່ງບັນດາຜູ້ເຂົ້າຮ່ວມຮັບຟັງທີ່ມາຈາກກະຊວງຂະແໜງການກ່ຽວຂ້ອງ ໄດ້ປະກອບຄໍາຄິດເຫັນແລກປ່ຽນ ຕໍ່ຫົວຂໍ້ທີ່ນຳສະເໜີຢ່າງກົງໄປກົງມາ ແລະ ມີເນື້ອໃນ ອັນໄດ້ເປັນການກະຕຸກຊຸກຍູ້ເພີ່ມທະວີການຮ່ວມມືລະຫວ່າງ ສ. ເກົາຫຼີ ແລະ ອາຊຽນ ກໍຄື ສປປ ລາວ ໃນຂະແໜງພະລັງງານ ແລະ ໂຄງລ່າງພື້ນຖານທີ່ຍືນຍົງໃຫ້ມີທ່າແຮງຂະຫຍາຍໂຕສູງຍິ່ງຂຶ້ນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487193
ມື້ນີ້28
ມື້ວານ191
ອາທິດນີ້855
ເດືອນນີ້586