ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ 43 ແລະ ການກະກຽມໃຫ້ແກ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

 

ASEAN Vangvieng

ASEAN Vangvieng2

 

ໃນວັນທີ 07 ທັນວາ 2023, ທ່ານ ບຸນເຫລືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມເຜີຍແຜ່ກອງປະຊຸມເຜີຍແຜ່ຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ 43 ແລະ ການກະກຽມໃຫ້ແກ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ເຊິ່ງກອງປະຊຸມຄັ້ງນີ້ ເປັນໜື່ງໃນກິດຈະກຳທີ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນໂດຍສູນອາຊຽນ-ຍີ່​ປຸ່ນ ປະຈຳສົກປີ 2023 ໂດຍມີ​ຜູ້ຕາງ​ຫນ້າຈາກເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ຫົວໜ້າເຈົ້າໜ້າທີ່ອາວຸໂສຈາກເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ, ບັນດາກະຊວງຂະແໜງການຕ່າງໆອ້ອມຂ້າງຈາກສູນກາງ ກໍຄື ບັນດາຈຸດປະສານງານວຽກງານອາຊຽນຂອງ ສປປ ລາວ ຫຼາຍກວ່າ 75 ທ່ານ ເຂົ້າ​ຮ່ວມ.

ຈຸດປະສົງຂອງກອງ​ປະ​ຊຸມ​ຄັ້ງນີ້ ​ແມ່ນເພື່ອເຜີຍແຜ່ກອງປະຊຸມເຜີຍແຜ່ຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ 43 ແລະ ການກະກຽມໃຫ້ແກ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍມີຜູ້ຕາງ​ຫນ້າຈາກ 3 ເສົາຄໍ້າປະ​ຊາ​ຄົມ​ອາ​ຊຽນ ​ຂຶ້ນ​ບັນ​ລະ​ຍາຍ​ສະ​ຫລຸບ​ການ​ເຄື່ອນ​ໄຫວ​​ວຽກ​ງານອາ​ຊຽນຄື: ກົມອາຊຽນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ຂຶ້ນເຜີຍແຜ່​ສະ​ຫລຸບ​ວຽກ​ງານເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ລວມ​ທັງ ຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ 43 ແລະ ກອງປະຊຸມທີ່ກ່ຽວຂ້ອງ, ການກະກຽມໃຫ້ແກ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ເຊິ່ງໂອກາດນີ້, ທ່ານ ຮອງຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໃນນາມກອງເລຂາອາຊຽນແຫ່ງຊາດ ໄດ້ແຈ້ງໃຫ້ທີ່ປະຊຸມຊາບ ກ່ຽວກັບ ການກະກຽມຄວາມພ້ອມໃຫ້ແກ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ເຊິ່ງ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 3 ພາຍໃຕ້ຄໍາຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ (ASEAN: Enhancing Connectivity and Resilience) ໂດຍ ການເປັນປະທານອາຊຽນຂອງ ສປປ ລາວ ຈະເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 01 ມັງກອນ 2024 ມີເປົ້າໝາຍສຸມໃສ່ຄວາມສາມັກຄີ ແລະ ຄວາມເປັນແກນກາງຂອງອາຊຽນ, ການຮ່ວມມືພາຍໃນອາຊຽນ, ອາຊຽນກັບບັນດາຄູ່ຮ່ວມມືພາຍນອກ, ເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງໃນອາຊຽນ. ພ້ອມນີ້, ກໍມີຜູ້ຕາງໜ້າຈາກເສົາຄໍ້າປະຊາຄົມເສດຖະກິດ ແລະ ເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໄດ້ຂຶ້ນບັນລະຍາຍ​ສະ​ຫລຸບ​ວຽກ​ງານການເຄື່ອນໄຫວທີ່ຮັບຜິດຊອບພາຍໃຕ້ເສົາຄໍ້າຂອງຕົນ.

 

ໃນ​ກອງ​ປະ​ຊຸມ​ຄັ້ງນີ້,  ຜູ້ຕາງໜ້າຈາກບັນດາກະຊວງຂະແໜງການກ່ຽວຂ້ອງ ກໍຄື ບັນດາຈຸດປະສານງານອາຊຽນ ໄດ້ແຈ້ງໃຫ້ກອງປະຊຸມຊາບ ກ່ຽວກັບ ການກະກຽມຄວາມພ້ອມຂອງພາກສ່ວນຕົນຮັບຜິດຊອບ ກໍຄື ໄດ້ປະກອບຄໍາຄິດເຫັນ ທັງຂໍ້ສະເໜີ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃຫ້ທີ່ປະຊຸມຊາບ ເພື່ອສືບຕໍ່ກະກຽມຄວາມພ້ອມຮອບດ້ານໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານອາຊຽນ ແມ່ນເປັນກິດຈະກໍາໜຶ່ງທີ່ຈັດຂຶ້ນທຸກປີ ທີ່ໄດ້ຮັບການສະໜັບສະໜູນຈາກ ສູນອາຊຽນ-ຍີ່ປຸ່ນ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487156
ມື້ນີ້182
ມື້ວານ210
ອາທິດນີ້818
ເດືອນນີ້549