ໃນວັນທີ 10 ພະຈິກ 2023 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງທ່ານ Pablo Kang, ຫົວໜ້າໜ່ວຍງານກະກຽມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ເພື່ອສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ, ຊຶ່ງຈະຈັດຂຶ້ນໃນວັນທີ 4-6 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ.
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ແລະ ທ່ານຫົວໜ້າໜ່ວຍງານກະກຽມ ຂອງອົດສະຕຣາລີ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການກະກຽມດ້ານພາລະທິການ ແລະ ດ້ານເນື້ອໃນ ສໍາລັບກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດດັ່ງກ່າວ. ໃນນີ້, ສປປ ລາວ ໃນນາມປະເທດປະສານງານອາຊຽນ-ອົດສະຕຣາລີ ໄດ້ສະແດງຄວາມໝາຍໝັ້ນໃນການເຮັດວຽກຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ອົດສະຕຣາລີ ເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດດັ່ງກ່າວ ມີຜົນສໍາເລັດຢ່າງຈົບງາມ.
ພ້ອມນີ້, ທ່ານ ຮອງລັດຖະມົນຕີ ໄດ້ຖືໂອກາດສະແດງຄວາມຂອບໃຈຕໍ່ລັດຖະບານ ອົດສະຕຣາລີ ສໍາລັບການຊ່ວຍເຫຼືອອັນລໍ້າຄ່າໃນການກະກຽມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂັວນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” (ASEAN: Enhancing Connectivity and Resilience).