ໃນຕອນເຊົ້າຂອງວັນທີ 25 ເມສາ 2023, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໄປເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກຳຂອງ ພະນະທ່ານ ອາລເບີດ ເອຟ ເດວ ໂຣຊາຣິໂອ, ອະດີດລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ຟີລິບປິນ, ເຊິ່ງມີເນື້ອໃນດັ່ງນີ້:
“ໃນນາມລັດຖະບານ, ປະຊາຊົນ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ຄວາມເສຍໃຈອັນສຸດຊຶ້ງ ຕໍ່ການມໍລະນະກຳຂອງ ພະນະທ່ານ ອາລເບີດ ເອຟ ເດວ ໂຣຊາຣິໂອ, ອາດີດລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ຟີລິບປິນ ເຊິ່ງເປັນການສູນເສຍຢ່າງໃຫຍ່ຫຼວງຂອງປະຊາຊົນຟີລິບປິນ.
ພະນະທ່ານ ອາລເບີດ ເອຟ ເດວ ໂຣຊາຣິໂອ ເປັນຜູ້ນໍາທີ່ມີຄວາມຄິດສ້າງສັນ ແລະ ຮັກສັນຕິພາບ. ພ້ອມກັນນັ້ນ, ດ້ວຍຄວາມເປັນເຈົ້າການຂອງພະນະທ່ານ ໄດ້ເຮັດໃຫ້ການພົວພັນ ລະຫວ່າງ ສປປ ລາວ- ຟີລິບປິນ ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນເຊິ່ງໄດ້ນຳເອົາຜົນປະໂຫຍດມາສູ່ສອງປະເທດພວກເຮົາ.
ຂ້າພະເຈົ້າເຊື່ອໝັ້ນວ່າ ປະຊາຊົນຟີລິບປິນເພື່ອນມິດ ພ້ອມທັງຄອບຄົວຂອງພະນະທ່ານ ຈະຜ່ານຜ່າຄວາມຫຍຸ້ງຍາກນີ້ໄດ້.”