ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ສໍາເລັດການຢ້ຽມຢາມທາງການປະເທດຍີ່ປຸ່ນ

  

  

20230301 07 DFM PX visit JP

  

         

ໃນ​ລະ​ຫວ່າງວັນ​ທີ 01 - 07 ມີ​ນາ 2023 ​ຜ່ານ​ມາ ທ່ານ ໂພ​ໄຊ ໄຂ​ຄຳ​ພິ​ທູນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາ​ວ ໄດ້​ເດີນ​ທາງໄປ​ຢ້ຽມ​ຢາມທາງການ ຢູ່ ປະ​ເທດ​ຍີ່​ປຸ່​ນ ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ກະ​ຊວງ​ຕ່າງ​ປະ​ເທດ​ຍີ່​ປຸ່ນ.   

         

ໃນ​ໂອ​ກາດ​ຢ້ຽມ​ຢາມ​ປະ​ເທດ​ຍີ່​ປຸ່ນ​ຄັ້ງ​ນີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໂພໄຊ ໄຂຄໍາພິທູນ ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງຝ່າຍຍີ່ປຸ່ນ ທ່ານ ທາ​ເກ​ອິ ຊຸນ​ຊຶ​ເກະ, ຮອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ (Mr. TAKEI Shunsuke, State Minister for Foreign Affairs of Japan), ເຊິ່ງສອງ​ຝ່າຍ ໄດ້ຕີ​ລາ​ຄາ​ສູງ​ຕໍ່​ໝາກ​ຜົນ​ຂອງ​ການ​ພົວ​ພັນ ແລະ ການ​ຮ່ວມ​ມື ​ລະ​ຫວ່າງ ສ​ປ​ປ ລາວ ແລະ ຍີ່​ປຸ່ນ ໃນ​ໄລ​ຍະ​ຜ່ານ​ມາ ແລະ ເຫັນດີເປັນເອກະພາບໃນການສືບຕໍ່ປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເປັນໃຈກາງ ແລະ ເປັນຂົວຕໍ່ສໍາລັບການພົວພັນ ແລະ ການຮ່ວມມືຂອງສອງປະເທດ, ໂດຍສະເພາະ ການສືບຕໍ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການຍົກລະດັບໃນປີ 2015 ຜ່ານມາ ໃຫ້ເຂົ້້າສູ່ລວງເລິກ ແລະ ກວ້າງຂວາງຍິ່ງຂຶ້ນ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຊຸກຍູ້ສົ່ງເສີມການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງ ການນໍາຂັ້ນສູງຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ການສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍ່ຄືການຄ້າສອງຝ່າຍ ລາວ-ຍີ່ປຸ່ນ, ການລົງທຶນຂອງພາກທຸລະກິດຍີ່ປຸ່ນ ຢູ່ ສປປ ລາວ ເພີ່ມຂຶ້ນໃນຕໍ່ໜ້າ,​ ລວມທັງການສົ່ງເສີມການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ສປປ ລາວ ແລະ ຍີ່ປຸ່ນ, ໂດຍສະເພາະ ການສົ່ງເສີມການທ່ອງທ່ຽວຂອງສອງປະເທດ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດສົນທິສັນຍາທາງອາກາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການລົງນາມໃນປີ 2015 ໃຫ້ເປັນຮູບປະທໍາເທື່ອລະກ້າວ.​

         

ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດເພື່ອກະກຽມຄວາມພ້ອມໃຫ້ແກ່ການສະເຫຼີມສະຫຼອງການພົວພັນ ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແລະ ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ສະໄໝພິເສດ ທີ່ຈະຈັດຂຶ້ນ ຢູ່ ປະເທດຍີ່ປຸ່ນ ໃນເດືອນທັນວາ 2023, ​ການສືບຕໍ່ສະໜັບສະໜູນ ຂອງ ຍີ່ປຸ່ນ ສໍາລັບການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ແລະ ການຂຶ້ນແຜນຮ່ວມກັນໃນການຈັດບັນດາກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (05 ມີນາ 1955) ຄົບຮອບ 70 ປີ ໃນປິ 2025, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສໍາລັບການເປັນເຈົ້າພາບການຈັດງານວາງສະແດງໂລກຂອງປະເທດຍີີ່ປຸ່ນ ຢູ່ ແຂວງໂອຊາກາ ໃນປີ 2025 (World EXPO 2025 Osaka) ທີ່ຈະມາເຖິງນີ້ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ.  

         

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໂພໄຊ ໄຂຄໍາພິທູນ ຍັງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ປະເທດຍີ່ປຸ່ນ ທີ່ຍາມໃດກໍ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນແຕ່ລະໄລຍະ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ,​ ໂຄງລ່າງພື້ນຖານ, ກະສິກໍາ-ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ. ສໍາລັບຝ່າຍຍີ່ປຸ່ນ ແມ່ນໄດ້ຢືນຢັນຄໍາໝາຍໝັ້ນໃນການສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະ ການສືບຕໍ່ພິຈາລະນາຢ່າງຕັ້ງໜ້າຕໍ່ບັນດາຂໍ້ສະເໜີຂອງຝ່າຍລາວ.   

         

ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືຫຼາຍຝ່າຍ, ​ກໍ່ຄືການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ແລະ ຍັງໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

         

ນອກ​ຈາກການພົບປະສອງຝ່າຍແລ້ວ, ຝ່າຍຍີ່ປຸ່ນ ຍັງໄດ້ຈັດໃຫ້ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໂພໄຊ ໄຂຄໍາພິທູນ ພົບ​ປະ ແລະ ເຮັດວຽກ​ກັບ​ພາກ​ສ່ວນ​ຕ່າງໆຂອງຍີ່ປຸ່ນທັງພາກສະພາ, ພາກລັດ ແລະ ພາກທຸລະກິດ ເປັນ​ຕົ້ນ​ແມ່ນ ປະທານຄະນະມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ; ຮອງລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກໍາ, ຜູ້ຮັບຜິດຊອບວຽກງານ EXPO; ຮອງຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (ອົງການ JICA); ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ເຂດຕາເວັນຕົກສ່ຽງເໜືອຍີ່ປຸ່ນ; ເຈົ້ານະຄອນກຽວໂຕ ແຂວງກຽວໂຕ; ເຈົ້ານະຄອນທາກາຢາມະ ແຂວງໂທຢາມະ; ປະທານມູນນິທິກອງທຶນການສຶກສາ YAMADA OSAMITSU, ປະທານກິຕິມະສັກສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຄາວາຊາກິ, ອະດີດປະທານສະມາຄົມມິດຕະພາບ ຄາວາຊາກິ-ລາວ; ກົງສຸນກິຕິມະສັກ ແຫ່ງ ສປປ ລາວ ປະຈໍາ ກຽວໂຕ ແຂວງກຽວໂຕ;​ ສະມາຄົມມິດຕະພາບ ຄັນໄຊ-ລາວ; ບັນດາບໍລິສັດຂອງຍີ່ປຸ່ນທີ່ກໍາລັງດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ມີຄວາມສົນໃຈເຂົ້າມາລົງທຶນ ຢູ່ ສປປ ລາວ ເປັນຕົ້ນແມ່ນ ບໍລິສັດ HITACHI ZOSEN ຈໍາກັດ;  ບໍລິສັດ NITTETSU ຈໍາກັດ; ບໍລິສັດ SORAMITSU ຈໍາກັດ; ບໍລິສັດ ONODERA USER RUN ຈໍາກັດ ແລະ ບໍລິສັດ YUSEN LOGISTIC ຈໍາກັດ ແລະ ບໍລິສັດອື່ນໆ.

        

ສປປ ລາວ ແລະ ຍີ່ປຸນ ໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 05 ມີນາ 1955 (ປີ 2023 ຄົບຮອບ 68 ປີ). ສປປ ລາວ ແມ່ນ 1 ໃນ 4 ປະເທດທໍາອິດທີ່ປະເທດຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາຮ່ວມມື ແລະ ຊ່ວຍເຫຼືອໃນປີ 1965 ແລະ ມາຮອດປັດຈຸບັນ ໄດ້ມີອາສາສະໝັກຍີ່ປຸ່ນຫຼາຍກວ່າ 1.041 ເທື່ອຄົນ (ປີ 2022 ມີ 20 ທ່ານ) ແລະ ຊ່ຽວຊານຍີ່ປຸ່ນ ຫຼາຍກວ່າ 4.500 ເທື່ອຄົນ (ປີ 2022 ມີ 45 ທ່ານ) ມາປະຕິບັດໜ້າທີ່ ຢູ່ ສປປ ລາວ. ປະເທດຍີ່ປຸ່ນ ໄດ້ກາຍເປັນປະເທດຄູ່ຮ່ວມພັດທະນາອັນດັບຕົ້ນທີ່ໃຫ້ໄດ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ສະເຫຼ່ຍ 90-100 ລ້ານໂດລາສະຫະລັດຕໍ່ປີ, ເຊິ່ງໃນປິ 2022 ຜ່ານມາ ສະເພາະຂອບການຮ່ວມມືສອງຝ່າຍ, ປະເທດຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ມູນຄ່າຫຼາຍກວ່າ 5 ຕື້ 320 ລ້ານເຢນ (ຫຼື ຫຼາຍກວ່າ 44 ລ້ານໂດລາສະຫະລັດ), ​ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ການປັບປຸງຕຶກອາຄານຂອງສະຖາບັນການສຶກສາ, ການກະກຽມຄວາມພ້ອມເພື່ອຮັບມືກັບໄພພິບັດທາງທໍາມະຊາດ, ການເກັບກູ້ລະເບີດບໍ່ທັນແຕກ (UXO), ການສະໜັບສະໜູນ ສປປ ລາວ ໃນການກະກຽມການເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ທີ່ຈະມາເຖິງນີ້ ແລະ ການຍົກລະດັບການພັດທະນາພື້ນຖານໂຄງລ່າງ. ການລົງທຶນຂອງພາກທຸລະກິດຍີ່ປຸ່ນ ຢູ່ ສປປ ລາວ ແມ່ນຈັດຢູ່ໃນ ອັນດັບທີ 14 ມີ 106 ໂຄງການ ມູນຄ່າການລົງທຶນ 121 ລ້ານໂດລາສະຫະລັດ ແລະ ມີບໍລິສັດຍີ່ປຸ່ນຫຼາຍກວ່າ 165 ບໍລິສັດ ກໍາລັງດໍາເນີນທຸລະກິດ ຢູ່ ສປປ ລາວ. ສໍາລັບການຄ້າສອງຝ່າຍ ລາວ-ຍີ່ປຸ່ນ ໃນປີ 2022 ຜ່ານມາ ມີມູນຄ່າ 278 ລ້ານໂດລາສະຫະລັດ, ເຊິ່ງໃນັ້ນການສົ່ງອອກໄປປະເທດຍີ່ປຸ່ນ ມີມູນຄ່າ 131 ລ້ານໂດລາສະຫະລັດ ແລະ ການນໍາເຂົ້າຈາກປະເທດຍີ່ປຸ່ນ ມີມູນຄ່າ 147 ລ້ານໂດລາສະຫະລັດ. 

   

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486330
ມື້ນີ້26
ມື້ວານ220
ອາທິດນີ້1366
ເດືອນນີ້5635