ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາ ‘‘ເວທີປຶກສາຫາລືແລກປ່ຽນບົດຮຽນດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ໃຫ້ແກ່ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ’’

  

  

WhatsApp Image 2023 01 19 at 091055 1

WhatsApp Image 2023 01 19 at 091106

  

  

ໃນວັນທີ 19 ມັງກອນ 2023, ທີ່ແຂວງ ຊຽງຂວາງ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມ ‘‘ເວທີປຶກສາຫາລືແລກປ່ຽນບົດຮຽນດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ໃຫ້ແກ່ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ’’, ໂດຍການເປັນປະທານຮ່ວມຂອງທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸນໂຮມ ເທດທານີ, ຮອງເລຂາພັກເເຂວງ, ປະທານສະພາປະຊາຊົນເເຂວງຊຽງຂວາງ. ກອງປະຊຸມຄັ້ງນີ້ເປັນຫນຶ່ງໃນກິດຈະກໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ 8 ແຂວງພາກເໜືອຂອງ ສປປ ລາວ ເຂົ້າຮ່ວມຄື: ແຂວງຊຽງຂວາງ, ຫົວພັນ, ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ.

   

ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ທີ່ກ່ຽວຂ້ອງຕ່າງໆແນໃສ່ເພື່ອສ້າງສະພາບແວດລ້ອມທີ່ດີ່ ແລະ ວາງທິດທາງໃນການແກ້ໄຂຂໍ້ຫຍຸ້ງຍາກຕ່າງໆຂອງວຽກງານການຄ້າ ແລະ ການລົງທຶນທັງຂອງ ສປປ ລາວ ກັບພາກພື້ນ ແລະ ສາກົນເພື່ອສົ່ງເສີມການຮ່ວມມືໃນຂອບດັ່ງກ່າວ ໂດຍສະເພາະ ໃນຂອບການຮ່ວມມືກັບບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານ ແຜນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ເພື່ອຊອກຫາວິທີທາງແກ້ໄຂຊ່ອງວ່າງທີ່ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເປັນຕົ້ນ: ຂອດການປະສານງານລະຫວ່າງຂະແໜງການພາກລັດດ້ວຍກັນ, ການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ, ການປະສານງານລະຫວ່າງຂະແໜງການຂອງລັດກັບກັບພາກທຸລະກິດ, ຫຼຸດຜ່ອນຂອດທີ່ບໍ່ຈໍາເປັນ ໃນການເຮັດທຸລະກໍາທາງການຄ້າເພື່ອເຮັດວຽກງານການຄ້າມີຄວາມສະດວກ ແລະ ວ່ອງໄວຂຶ້ນກ່ວາເກົ່າ.

   

ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ ແລະ ສ້າງສັນ, ບັນດາວິທະຍາກອນ ແລະ ສໍາມະນາກອນຈາກຂະແໜງການກ່ຽວຂ້ອງໄດ້ມີການຂຶ້ນບັນຍາຍແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງຢ່າງຕັ້ງໜ້າກ່ຽວກັບ ການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກດ້ານການຄ້າ, ພ້ອມທັງຕີລາຄາຄືນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີໃນການແກ້ໄຂບັນຫາຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວເພື່ອເປັນທິດທາງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ.

 

  

 

 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404071
ມື້ນີ້9
ມື້ວານ264
ອາທິດນີ້482
ເດືອນນີ້6111