ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາເຜີຍແຜ່ ກ່ຽວກັບ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ, ກົດໝາຍ ແລະ ນິຕິກໍາພາຍໃນ ທີ່ກ່ຽວຂ້ອງກັບວຽກງານການສະກັດກັ້ນ ແລະ ຕ້ານການຄ້າມະນຸດ

20221223 Seminar Phongsaly

 

20221223 Seminar Phongsaly 02

 

ໃນວັນທີ 23 ທັນວາ 2022, ກະຊວງການຕ່າງປະເທດ (ກົມສົນທິສັນຍາ ແລະ ກົດໝາຍ ໃນນາມສະມາຊິກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ) ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ ກ່ຽວກັບ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ, ກົດໝາຍ ແລະ ນິຕິກໍາພາຍໃນ ທີ່ກ່ຽວຂ້ອງກັບວຽກງານການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ແກ່ພະນັກງານບາງຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ ແລະ ເມືອງຂອງ ແຂວງ ຜົ້ງສາລີ ທີ່ ຫ້ອງວ່າການປົກຄອງແຂວງ ຜົ້ງສາລີ ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ເຂົ້າຮ່ວມກ່າວຄຳເຫັນຂອງ ທ່ານ ຄຳເຫລັກ ໃຈອີສານ, ຮອງເຈົ້າແຂວງ ແຂວງ ຜົ້ງສາລີ.

ຈຸດປະສົງຂອງກອງປະຊຸມສຳມະນາເຜີຍແຜ່ ແມ່ນເພື່ອເຜີຍແຜ່ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ນິຕິກຳພາຍໃນທີ່ກ່ຽວຂ້ອງກັບວຽກງານການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ໄດ້ຮັບການເສີມຂະຫຍາຍສູ່ລວງເລິກໃຫ້ແກ່ພະນັກງານບາງຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ແຂວງ ບ່ອນທີ່ມີຊາຍແດນຕິດຈອດກັບຕ່າງປະເທດ ແລະ ບ່ອນທີ່ມີຄວາມສ່ຽງຕໍ່ຂະບວນການຄ້າມະນຸດ. ພ້ອມກັນນັ້ນ, ກອງປະຊຸມຍັງເປັນເວທີໃຫ້ບັນ ດາພະນັກງານຂະແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງ ໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນທາງດ້ານວິຊາການ ຍົກລະດັບຄວາມເຂົ້າໃຈດ້ານວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍສະເພາະການປະສານງານລະຫວ່າງເມືອງ, ແຂວງ ແລະ ສູນກາງ ຕາມກົນໄກທີ່ມີຢູ່ໃຫ້ມີຄວາມໂລ່ງລ່ຽນ ແລະ ວ່ອງໄວ ມີປະສິດ ທິພາບ ແລະ ປະສິດທິຜົນ ເພື່ອຮັບປະກັນການປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ແລະ ໃຫ້ສາມາດນຳເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍ.

 

ກອງປະຊຸມສຳມະນາເຜີຍແຜ່ດັ່ງກ່າວມີນັກວິທະຍາກອນຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມນຳສະເໜີບົດໃນຫົວຂໍ້ທີ່ພົວພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກ່ຽວຂ້ອງກັບຂະແໜງການຂອງຕົນໃນວຽກງານການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ລວມທັງການຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ (ຍິງ 22 ທ່ານ).

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486035
ມື້ນີ້166
ມື້ວານ168
ອາທິດນີ້1071
ເດືອນນີ້5340