ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາ ພາຍໃຕ້ໂຄງການຂອງ ສະຖາບັນ ເພື່ອສັນຕິພາບ ແລະ ຄວາມປອງດອງຂອງອາຊຽນ ພາຍໃຕ້ຫົວຂໍ້ (ປະສົບການພາຍຫລັງການເກິດຄວາມຂັດແຍ້ງ ແລະ ການເຕົ້າໂຮມຄວາມສາມັກຄີ ພາຍໃນຂອງພາກພື້ນອາຊີຕາເວັນອອກສຽງໃຕ້

 

ASEAN IPR Training1ASEAN IPR Training3

ASEAN IPR Training2

 

ໃນວັນທີ 15-16 ທັນວາ 2022, ທີ່ ນະຄອນຫຼວງວຽງຈັນ, ສະຖາບັນການຕ່າງປະເທດ, ສໍານັກງານຜູ້ຕ່າງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອາຊຽນ ແລະ ສະຖາບັນ ເພື່ອສັນຕິພາບ ແລະ ຄວາມປອງດອງ ຂອງ ອາຊຽນ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານ ສ.ເກົາຫຼີ ໄດ້ເປັນເຈົ້າພາບຮ່ວມກັນ ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້:   ປະສົບການພາຍຫລັງການເກິດຄວາມຂັດແຍ້ງ ແລະ ການເຕົ້າໂຮມຄວາມສາມັກຄີພາຍໃນ ຂອງພາກພື້ນອາຊີຕາເວັນອອກສຽງໃຕ້-ASEAN-IPR Training: Leg 3 Training-Post-Conflict and Reintegration Experience in Southeast Asia: Focus on Reconciliation Models , ໂດຍການໃຫ້ກຽດເປັນປະທານຮ່ວມພິທີເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ກອງປະຊຸມສໍາມະນາດັ່ງກ່າວ,  ມີຜູ້ເຂົ້າຮ່ວມທັງໝົດ 100 ທ່ານ ທີ່ມາຈາກຫຼາຍພາກສ່ວນ ເຊັ່ນ: ກະຊວງການຕ່າງປະ ເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງອ້ອມຂ້າງສູນກາງ, ບັນດາສະຖາບັນຄົ້ນຄວ້າຂອງ ສປປ ລາວ, ນັກການທູດ ແລະ ນັກຄົ້ນຄວ້າຫນຸ່ມນ້ອຍຈາກບັນດາປະເທດສະມາຊິກອາຊຽນ.

 

ກອງປະຊຸມສໍາມະນາ “ປະສົບການພາຍຫລັງການເກີດຄວາມຂັດແຍ້ງ ແລະ ການເຕົ້າໂຮມຄວາມສາມັກຄີພາຍໃນ  ຂອງພາກພື້ນອາຊີຕາເວັນອອກສຽງໃຕ້” ແມ່ນໜື່ງໃນສາມກອງປະຊຸມ ທີ່ໄດ້ຮັບການສະໜັບສະໜຸນຈາກກອງທຶນຮ່ວມອາຊຽນ-ເກົາຫຼີ, ເຊິ່ງໃນເບື້ອງຕົ້ນ ແມ່ນມີແຜນຈະຈັດກອງປະຊຸມສໍາມະນາດັ່ງກ່າວ ໃນທ້າຍປີ 2021, ແຕ່ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ໂຄງການດັ່ງກ່າວ ຖືກເລື່ອນມາຈັດໃນທ້າຍປີ 2022. ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈທົ່ວໄປ ກ່ຽວກັບ ບັນຫາຄວາມຂັດແຍ່ງ ໂດຍອີງໃສ່ຫລັກທິດສະດີ, ການສ້າງສັນຕິພາບ ແລະ ການເຕົ້າໂຮມຄວາມສາມັກຄີພາຍໃນ, ສົ່ງເສີມຄວາມເຂົ້າໃຈໃຫ້ ເລິກເຊິ່ງ ກ່ຽວກັບ ບັນຫາສົງຄາມເຢັນ ທີ່ສົ່ງຜົນກະທົບຕໍ່ພາກພື້ນ ແລະ ສາກົນ ໃຫ້ແກ່ນັກການທູດໜຸ່ມນ້ອຍ ແລະ ນັກຄົ້ນຄວ້າຂອງບັນດາປະເທດສະມາຊິກອາຊຽນ. ຜູ້ເຂົ້າຮ່ວມກອງປະຊຸມສໍາມະນາດັ່ງກ່າວ ຈະໄດ້ຮັບຟັງການບັນຍາຍ ແລະ ແລກປ່ຽນປະສົບການ-ຄໍາຄິດຄໍາເຫັນ ກ່ຽວກັບ ບັນຫາຄວາມ​ຂັດ​ແຍ່ງ​ ​ແລະ ສະພາບການພາຍ​ຫຼັງ​ມີຄວາມ​ຂັດ​ແຍ້ງ​, ສົງຄາມເຢັນໃນອາຊີຕາເວັນອອກສຽງໃຕ້, ປະສົບການ ແລະ ກໍລະນີສຶກສາຕ່າງໆ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຈາກຜູ້ບັນຍາຍທີ່ມີຄວາມຮູ້ ແລະ ມີປະສົບການ ຈາກຫລາຍປະເທດໃນພາກພື້ນ ແລະ ສາກົນ. ພ້ອມດຽວກັນ, ຄະນະຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້ ຍັງຈະໄດ້ເດີນທາງໄປຢ້ຽມຢາມ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ເພື່ອບັນຍາຍ ກ່ຽວກັບ ພາລະບົດບາດຂອງ ສະຖາບັນ ສັນຕິພາບ ແລະ ຄວາມປອງດອງອາຊຽນ ໃຫ້ແກ່ບັນດາຄູອາຈານ ແລະ ນັກສຶກສາ ຂອງຄະນະດັ່ງກ່າວອີກດ້ວຍ.

 

ກອງປະຊຸມສໍາມະນາດັ່ງກ່າວ ໄດ້ປະກອບສ່ວນສໍາຄັນ ໃນການສ້າງຂີດຄວາມສາມາດ ໃຫ້ແກ່ນັກການທູດ ແລະ ນັກຄົ້ນຄວ້າໜຸ່ມນ້ອຍຂອງບັນດາປະເທດສະມາຊິກອາຊຽນ ກໍຄື ສປປ ລາວ ໃຫ້ມີຄວາມຮູ້ຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ສະພາບຄວາມຂັດແຍ້ງໃນພາກພື້ນ, ວິທີທາງ ແລະ ຄວາມພະຍາຍາມ ເພື່ອນໍາໄປສູ່ການສ້າງຄວາມປອງດອງຊາດ ແລະ ສ້າງສັນຕິພາບໃນປະເທດ, ການສ້າງສາ ແລະ ຮັກສາສັນຕິພາບ ໃນພາກພື້ນ ພ້ອມທັງຊ່ວຍສົ່ງເສີມບົດບາດຂອງ ສປປ ລາວ ໃນເວທີສາ ກົນໃນການຮັດແໜ້ນ ແລະ ເຊື່ອມໂຍງເຄື່ອຂ່າຍນັກຄົ້ນຄວ້າຂອງ ສປປ ລາວ ກັບ ບັນດາສະຖາບັນຄັງປັນສາກົນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486035
ມື້ນີ້166
ມື້ວານ168
ອາທິດນີ້1071
ເດືອນນີ້5340