ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປາຖະກະຖາ ພາຍໃຕ້ຫົວຂໍ້: 6 ທົດສະວັດ ແຫ່ງການພົວພັນ ລາວ-ມົງໂກລີ, ປະຫວັດສາດ ແລະ ຍຸກສະໄໝໃໝ່

 

Lao MongoSemina1Lao MongoSemina3

Lao MongoSemina2

 

ໃນຕອນບ່າຍຂອງວັນທີ 13 ທັນວາ 2022, ສະຖາບັນການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ມົງໂກລີ ປະຈໍາລາວ ໄດ້ຈັດພິທີປາຖະກະຖາຂຶ້ນ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຄົບຮອບ 60 ປີ (12 ກັນຍາ 1962-12 ກັນຍາ 2022), ພາຍໃຕ້ຫົວຂໍ້: 6 ທົດສະວັດ ແຫ່ງການພົວພັນ ລາວ-ມົງໂກລີ, ປະຫວັດສາດ ແລະ ຍຸກສະໄໝໃໝ່ ໂດຍໃຫ້ກຽດເປັນປະທານກ່າວເປີດພິທີຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ, ເຊິ່ງບັນຍາຍໂດຍ ທ່ານ ບຽມບາຊູເຣັນ ຈຳສຣັງ (J. BYAMBASUREN), ເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາລາວ. ນອກນີ້, ຍັງມີບັນດາຜູ້ເຂົ້າຮ່ວມຈາກ ຄະນະຜູ້ແທນ ແລະ ພະນັກງານ ສະຖານທູດມົງໂກລີ, ນັກສຶກສາ ແລະ ຄົນເຊື້ອຊາດມົງໂກລີ, ຄະນະກົມພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຜູ້ຕ່າງໜ້າຈາກບັນດາກະຊວງອ້ອມຂ້າງສູນກາງ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ຈໍານວນທັງໝົດ 120 ທ່ານ.

 

ຈຸດປະສົງຂອງພິທີປາຖະກະຖາໃນຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນໃນຂະບວນການສະເຫຼີມ ສະຫຼອງປີແຫ່ງການພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ມົງໂກລີ ຄົບຮອບ 60 ປີ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ. ພ້ອມນັ້ນ, ກໍ່ເປັນການແລກປ່ຽນທັດສະນະຮ່ວມກັນ ດ້ານນະໂຍບາຍການຕ່າງປະເທດ ທີ່ທັງສອງຝ່າຍ ລາວ ແລະ ມົງໂກລີ ຮ່ວມກັນຈັດຕັ້ງປະຕິບັດ ຕະຫຼອດ 60 ປີ ທີ່ຜ່ານມາ ແລະ ມີຄວາມຊົງຈໍາ ທີ່ດີດ້ານການທູດຮ່ວມກັນ ຢ່າງສະເໝີຕົ້ນສະເໝີປາຍ. ນອກນີ້, ຍັງເປັນການຮັບຟັງນະໂຍບາຍການຕ່າງປະເທດຂອງມົງໂກລີ ຕໍ່ພາກພື້ນ ອາຊຽນ ກໍຄື ສປປ ລາວ.

 

ພິທີປາຖະກະຖາໃນມື້ນີ້ ເປັນໜຶ່ງໃນ 12 ກິດຈະກໍາຮ່ວມກັນ ລະຫວ່າງ ລາວ-ມົງໂກລີ ເພື່ອຮັດແໜ້ນການຮ່ວມມືຂອງສອງຊາດ. ສະນັ້ນ, ໃນພິທີກ່າວເປີດກອງປະຊຸມ, ທັງສອງຝ່າຍ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງສອງຊາດ ທີ່ເປັນທັງປະຫວັດສາດ ແລະ ການຮ່ວມມືກັນພັດທະນາໃນຍຸກສະໄໝໃໝ່ ຕະຫຼອດ 6 ທົດສະວັດ ຜ່ານມາ ແລະ ຈະສືບຕໍ່ຮັດແໜ້ນຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຕໍ່ໜ້າ  ອັນໄດ້ສະແດງອອກ ຈາກການເດີນທາງຢ້ຽມຢາມສັນທະວະໄມຕີ ແລະ ພົບປະທາງລັດຖະການຂອງ ການນໍາຂັ້ນສູງສອງຝ່າຍ ລາວ-ມົງໂກລີ ຢ່າງເປັນປົກກະຕິ, ເພື່ອປຶກສາຫາລື ແລະ ແລກປ່ຽນບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນ ນີ້, ທ່ານ J. BYAMBASUREN, ເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາ ລາວ ກໍຄື ຜູ້ບັນຍາຍ ຍັງໄດ້ ເລົ່າຄືນປະຫວັດສາດທີ່ດີງາມຂອງສອງຊາດ ແລະ ເຜີຍແຜ່ແນວທາງນະໂຍບາຍການຮ່ວມມືໃນດ້ານຕ່າງໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອເປັນແຮງຊຸກຍູ້ ແລະ ສະໜັບກະໜູນກັນໃນເວທີພາກພື້ນ ແລະ ສາກົນ ຢ່າງຕໍ່ເນື່ອງ; ດ້ານການສຶກສາ ລັດຖະບານ ມົງໂກລີ ກໍໄດ້ເອົາໃຈໃສ່ຊຸກຍູ້ການພັດທະນາຊັບພະຍາກອນມະນຸດ ໂດຍໄດ້ໃຫ້ທຶນ ແກ່ນັກຮຽນລາວເປັນປະຈໍາທຸກປີ ໃນຫຼາຍສາຂາວິຊາ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຕໍ່ໄປໃນອະນາຄົດ.

 

ພິທີປາຖະກະຖາດັ່ງກ່າວ ໄດ້ດຳເນີນໄປ ແລະ ຈົບລົງຢ່າງສະຫງ່າງາມ, ທ່າມກາງບັນຍາກາດ ແຫ່ງຄວາມຊົງຈໍາ ແລະ ການທູດ ທີ່ມີຄວາມໝາຍສໍາຄັນ ເຊິ່ງຈະເປັນບ່ອນອີງໃນການພົວພັນຮ່ວມມື ລະຫວ່າງ ລາວ-ມົງໂກລີ ສືບໄປໃນຕໍ່ໜ້າ. ນອກນີ້, ວາລະສຸດທ້າຍ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ S. ENKHBOLD, ລັດຖະມົນຕີກະຊວງສາທາລະນະສຸກ ມົງໂກລີ, ພ້ອມດ້ວຍ ທ່ານ ເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາລາວ ແລະ ບັນດາກົມພາຍໃນກະຊວງການຕ່າງປະເທດ, ກະຊວງອ້ອມຂ້າງສູນກາງ ແລະ ຂະແໜງການກ່ຽວຂ້ອງອື່ນໆ ທີ່ໄດ້ມາຮ່ວມຮັບຟັງ 6 ທົດສະວັດ ແຫ່ງການພົວພັນການທູດ ທີ່ມີປະຫວັດສາດອັນດີງາມ ແລະ ການຮ່ວມມືໃນຍຸກສະໄໝໃໝ່ ຂອງສອງຊາດ ທີ່ຈະຍັງຄົງສືບຕໍ່ ແລະ ຍາວນານຕໍ່ໆໄປ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485833
ມື້ນີ້132
ມື້ວານ206
ອາທິດນີ້869
ເດືອນນີ້5138