ໃນວັນທີ 7-8 ທັນວາ 2022, ກະຊວງການຕ່າງປະເທດ ຮ່ວມກັບ ອົງການສະຫະປະຊາຊາດ (ສປຊ) ແລະ ສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາ ວ່າດ້ວຍການສົ່ງເສີມບົດບາດຊາວໜຸ່ມ, ສັນຕິພາບ ແລະ ຄວາມໝັ້ນຄົງ ທີ່ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມກ່າວເປີດກອງປະຊຸມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ, ທ່ານ Michael Tene, ຮອງເລຂາທິການໃຫຍ່ອາຊຽນ, ແລະ ທ່ານ Khaled Khiari, ຜູ້ຊ່ວຍເລຂາທິການໃຫຍ່ອົງການ ສປຊ, ຜູ້ຮັບຜິດຊອບວຽກການເມືອງ ແລະ ການສ້າງສັນຕິພາບ ແລະ ມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກອາຊຽນ, ສປຊ ແລະ ບັນດານັກຊ່ຽວຊານຈາກພາກພື້ນ ແລະ ສາກົນ ຫຼາຍກວ່າ 70 ທ່ານ.
ກອງປະຊຸມດັ່ງກ່າວ ແມ່ນແນໃສ່ເພື່ອຮັດແໜ້ນການຮ່ວມມືລະຫວ່າງ ອາຊຽນ-ສປຊ ໂດຍຜ່ານການຈັດຕັ້ງປະຕິບັດກິດຈະກໍາຮ່ວມກັບ ສະຖາບັນສັນຕິພາບ ແລະ ຄວາມປອງດອງອາຊຽນ, ໂດຍເນັ້ນໃສ່ວຽກງານຊາວໜຸ່ມ ຊຶ່ງຖືເປັນວຽກງານໜຶ່ງທີ່ສໍາຄັນໃນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງອາຊຽນ. ພ້ອມດຽວກັນນີ້, ກໍເພື່ອເປັນການຜັນຂະຫຍາຍຄວາມໝາຍໝັ້ນຕໍ່ກັບວາລະກ່ຽວກັບຊາວໜຸ່ມ, ສັນຕິພາບ ແລະ ຄວາມໝັ້ນຄົງ ທີ່ສອດຄ່ອງກັບຍັດຕິສະພາຄວາມໝັ້ນຄົງຂອງອົງການ ສປຊ 2250, 2419 ແລະ 2535.
ກອງປະຊຸມສໍາມະນາໃນຄັ້ງນີ້ ເປັນການເປີດໂອກາດອັນດີໃຫ້ແກ່ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ແລກປ່ຽນຄໍາຄິດຄໍາເຫັນ ແລະ ການປະຕິບັດທີ່ດີ ກ່ຽວກັບການມີສ່ວນຮ່ວມ ກໍຄື ບົດບາດຂອງຊາວໜຸ່ມໃນວຽກງານການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຈາກຫຼາຍພາກພື້ນ ແລະ ຍັງຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດວາລະກ່ຽວກັບ ຊາວໜຸ່ມ, ສັນຕິພາບ ແລະ ຄວາມໝັ້ນຄົງຕາມຍັດຕິສະພາຄວາມໝັ້ນຄົງ ຂອງອົງການ ສປຊ. ພ້ອມນີ້, ກອງປະຊຸມກໍໄດ້ເນັ້ນຢໍ້າການມີສ່ວນຮ່ວມຂອງຊາວໜຸ່ມຢ່າງເປັນຮູບປະທໍາ,ຫ້າວຫັນ ແລະ ສ້າງສັນ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ເພາະຊາວໜຸ່ມເປັນກອງກໍາລັງສໍາຄັນ ແລະ ເປັນອະນາຄົດຂອງທຸກປະເທດ ແລະ ວົງຄະນາຍາດສາກົນ. ກອງປະຊຸມໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບ ກົນໄກໃນການສ້າງຂີດຄວາມສາມາດ ແລະ ການຮ່ວມມືເພື່ອສົ່ງເສີມບົດບາດຊາວໜຸ່ມໃນການແກ້ໄຂ ແລະ ຮັບມືກັບບັນດາສິ່ງທ້າທາຍຕ່າງໆໃນອານາຄົດ.