ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້ົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

    

   

20221117 DFM Viet 1

20221117 DFM Viet 2

            

ໃນຕອນເຊົ້າຂອງວັນທີ 17 ພະຈິກ 2022, ທີ່ ກະຊວງການຕ່າງປະເທດ, ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ສະຫາຍ ຫວູ ແອັງ ຢຸງ, ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ ໃນໂອກາດສໍາເລັດການປະຕິບັດໜ້າຢູ່ ສປປ ລາວ.

       

ໃນໂອກາດນີ້, ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ສະ​ແດ​ງ​ຄວາມຊົມເຊີຍ ສະຫາຍ ຫວູ ແອັງ ຢຸງ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ດ້ວຍໝາກຜົນອັນຈົບງາມ, ເຊິ່ງຕະຫລອດໄລຍະການປະຕິບັດໜ້າທີ່ທາງການທູດ ເປັນເວລາ 3 ປີ ຢູ່ ສປປ ລາວ, ສະຫາຍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເປັນຂົວຕໍ່ປະສານງານການພົວພັນຮ່ວມມືໃນຫລາຍໆດ້ານ ລະຫວ່າງ ບັນດາແຂວງພາກກາງ ຂອງ ສປປ ລາວ ກັບ ບັນດາແຂວງຂອງ ຫວຽດນາມ ແລະ ປະກອບສ່ວນຊຸກຍູ້ຍົກສູງຄຸນນະພາບການພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ເປັນຕົ້ນ ປະກອບສ່ວນຊຸກຍູ້ການຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ ທີ່ຈັດຂຶ້ນຢູ່ແຂວງສະຫວັນນະເຂດ ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ ແລະ ອື່ນໆ.

       

ພ້ອມນີ້, ສະຫາຍ ໂພໄຊ ໄຂຄໍາພິທູນ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືແບບພິເສດ ໃກ້ຊິດສະໜິດສະໜົມຖານສະຫາຍອ້າຍນ້ອງ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ແຕກດອກອອກຜົນງົດງາມຂື້ນໄປເລື້ອຍໆ, ພ້ອມທັງໄດ້ສະແດງຄວາມຊົມ​ເຊີຍ ສະຫາຍ ຫວູ ແອັງ ຢຸງ ຕໍ່ຜົນງານການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລາວ-ຫວຽດນາມ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍຫລັງທີ່ ສະຫາຍ ຫວູ ແອັງ ຢຸງ ກັບຄືນປະເທດ, ສະຫາຍ ຈະສືບຕໍ່ເຄື່ອນໄຫວຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.

       

ໃນໂອກາດດຽວກັນນີ້, ສະຫາຍ ຫວູ ແອັງ ຢຸງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນການເຂົ້າຢ້ຽມອໍາລາໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ໂດຍສະເພາະ ກະຊວງການຕ່າງປະເທດລາວ ທີ່ໄດ້ໃຫ້ການຮ່ວມມືທີ່ດີ ແລະ ຊ່ວຍອໍານວຍຄວາມສະດວກ ຕະລອດໄລຍະເວລາທີ່ປະຕິບັດໜ້າທີ່ ຢູ່ ສປປ ລາວ, ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ພາຍຫຼັງກັບຄືນປະເທດ ຍັງຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ.

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487803
ມື້ນີ້49
ມື້ວານ194
ອາທິດນີ້165
ເດືອນນີ້1196