ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລົງເຄື່ອນໄຫວເຮັດວຽກ ຢູ່ ແຂວງອັດຕະປື

 

2022 10 14 PX Border

 

ໃນລະຫວ່າງວັນທີ 12-13 ຕຸລາ 2022, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສຊາຍແດນ ລາວ-ກໍາປູເຈຍ ພ້ອມດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງຈາກສູນກາງຈໍານວນຫນຶ່ງ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ແຂວງອັດຕະປື.​

 

ໃນໂອກາດການເຄື່ອນໄຫວໃນຄັ້ງນີ້ ຄະນະໄດ້ພົບປະ ແລະ ເຮັດວຽກຮ່ວມກັບຄະນະຮັບຜິດຊອບວຽກງານຊາຍແດນຂອງແຂວງ ຊຶ່ງນໍາໂດຍ ທ່ານ ທະນູໄຊ ບັນຊາລິດ, ​ຮອງເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ. ໃນການເຮັດວຽກຮ່ວມກັນຄັ້ງນີ້, ຄະນະຈາກສູນກາງ ແລະ ແຂວງ ໄດ້ປຶກສາຫາລືແລກປ່ຽນສະພາບຢູ່ຕາມບໍລິເວນຊາຍແດນລະຫວ່າງ ແຂວງອັດຕະປື ກັບ ປະເທດໃກ້ຄຽງ ເພື່ອແນໃສ່ສືບຕໍ່ຮັດແຫນ້ນການພົວພັນຮ່ວມມື ລະຫວ່າງ ແຂວງຊາຍແດນນໍາກັນ.

 

ຈາກນັ້ນ, ທ່ານຮອງລັດຖະມົນຕີ ພ້ອມຄະນະ ກໍ່ໄດ້ລົງຢ້ຽມຢາມ ແລະ ໂອ້ລົມອ້າຍນ້ອງທະຫານທີ່ປະຕິບັດຫນ້າທີ່ຢູ່ເຂດຫ່າງໄກສອກຫລີກທີ່ຂື້ນກັບແຂວງອັດຕະປື ໃຫ້ມີຄວາມອຸ່ນອ່ຽນທຸນທຽ່ງ ແລະ ຕັ້ງຫນ້າປະຕິບັດຫນ້າທີ່ການເມືອງຂອງເຂົາເຈົ້າດ້ວຍຄວາມຮັບຜິດຊອບ  ເພື່ອແນໃສ່ຮັບປະກັນຄວາມສະຫງົບຕາມບໍລິເວນຊາຍແດນກັບປະເທດໃກ້ຄຽງ. ພ້ອມນີ້ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ມອບອຸປະກອນເຕັກນິກ ແລະ ເຄື່ອງບໍລິໂພກຈໍານວນໜຶ່ງ.​ ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ກໍໄດ້ເຄື່ອນໄຫວຢ້ຽມຢາມເຂດຜະລິດກະສິກໍາ, ປູກຝັງ, ລ້ຽງສັດ ຄົບວົງຈອນຂອງ ບໍລິສັດທາໂກກະສິກໍາ  ຢູ່ ເມືອງໄຊເສດຖາ ຊຶ່ງເປັນໂຄງການລົງທຶນທີ່ໃຫຍ່ແຫ່ງຫນຶ່ງຈາກ ສສ.ຫວຽດນາມ ຢູ່ ແຂວງອັດຕະປື ທີ່ສາມາດຕອບສະຫນອງວຽກເຮັດງານທໍາໃຫ້ແກ່ພົນລະເມືອງແຂວງອັດຕະປື ແລະ ແຂວງອື່ນໆຂອງ ສປປ ລາວ ອີກດ້ວຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486520
ມື້ນີ້74
ມື້ວານ142
ອາທິດນີ້182
ເດືອນນີ້5825