ໃນຕອນເຊົ້າຂອງວັນທີ 17 ມີນາ 2022, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນໍາພາຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ສູນພັດທະນາ ແລະ ບໍລິການດ້ານກະສິກຳ ຫ້ວຍຊອນ-ຫ້ວຍຊົ້ວ (ຫຼັກ 22), ເຊິ່ງໄດ້ຮັບການຕ້ອນຮັບໂດຍ ທ່ານ ດວງຕາວັນ ສີສົມບັດ, ຫົວໜ້າສູນພັດທະນາ ແລະ ບໍລິການດ້ານກະສິກໍາ ຫ້ວຍຊອນ-ຫ້ວຍຊົ້ວ ພ້ອມດ້ວຍພະນັກງານພາຍໃນສູນ.
ໃນໂອກາດດັ່ງກ່າວ, ຄະນະໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງສູນ ໃນໄລຍະຜ່ານມາ, ຊຶ່ງໂຄງການສູນພັດທະນາ ແລະ ບໍລິການດ້ານການກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ ເປັນໂຄງການຮ່ວມມືເພື່ອການພັດທະນາ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ, ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 8 ເມສາ 1994 ເປັນຕົ້ນມາ. ສູນແຫ່ງນີ້ ໄດ້ສຸມໃສ່ການຜະລິດຂະຫຍາຍແນວພັນພືດ ແລະ ແນວພັນສັດ ເພື່ອສະໜອງແນວພັນໃຫ້ແກ່ຊາວກະສິກອນ, ຕະຫຼອດເຖິງການສ້າງຄອບຄົວຕົວແບບ ເພື່ອສົ່ງເສີມການປູກຝັງ ແລະ ລ້ຽງສັດໃນການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ. ນອກນີ້, ຍັງເປັນສະຖານທີ່ຖ່າຍທອດຄວາມຮູ້ໃຫ້ແກ່ຊາວກະສິກອນ ແລະ ຝຶກອົບຮົມໃຫ້ແກ່ວິຊາການ ແລະ ນັກສຶກສາຢ່າງເປັນປົກກະຕິ, ຊຶ່ງເປັນແຮງຍູ້ໜູນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນ ແລະ ບຸກຄະລາກອນຮຸ້ນໃໝ່ ຮັບໃຊ້ໃນຂະແໜງການຜະລິດທັນຍາຫານ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກ້າວໄປສູ່ການຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ ໂດຍຕອບສະໜອງຕໍ່ເປົ້າໝາຍແຫ່ງຊາດ ໃນການນໍາເອົາປະເທດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.
ໃນໂອກາດດຽວກັນນີ້, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນຖານະຫົວໜ້າເຈົ້າໜ້າທີ່ອາວຸໂສຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ - ໄທ ສະແດງຄວາມຊົມເຊີຍຜົນສໍາເລັດທີ່ສູນດັ່ງກ່າວຍາດມາໄດ້. ພ້ອມນີ້, ໄດ້ຢໍ້າຄືນຂໍ້ລິເລີ່ມຂອງ ປະທານ ໄກສອນ ພົມວິຫານ ແລະ ເຈົ້າຊີວິດ ແຫ່ງ ຣາຊະອານາຈັກໄທ ຣາຊະການທີ 9 ທີ່ໃຫ້ຄວາມສໍາຄັນໃນການສ້າງສູນແຫ່ງນີ້ ເພື່ອໃຫ້ກາຍເປັນສະຖານທີ່ຖ່າຍທອດຄວາມຮູ້ທາງດ້ານກະສິກໍາ ແນໃສ່ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ, ທັງເປັນການປະກອບສ່ວນເຂົ້າໃນການພັດທະເສດຖະກິດ-ສັງຄົມຂອງປະເທດ ຢ່າງມີໝາກຜົນ ແລະ ເປັນຮູບປະທໍາຢ່າງແທ້ຈິງ. ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ສູນສືບຕໍ່ສ້າງແຜນງານກິດຈະກໍາໃຫ້ສອດຄ່ອງກັບສະພາບຕົວຈິງ ໂດຍຈັດລຽງບູລິມະສິດແຜນວຽກທີ່ສໍາຄັນ ແລະ ຮີບດ່ວນ, ພ້ອມທັງເພີ່ມທະວີການປະສານງານຢ່າງກົມກຽວ ເພື່ອເຮັດໃຫ້ທຸກວຽກງານດໍາເນີນໄປຕາມແຜນງານແຕ່ລະດ້ານ ແລະ ໄດ້ຮັບໝາກຜົນຕາມຈຸດປະສົງ, ສິ່ງຈໍາເປັນແມ່ນມີການຕິດຕາມ ແລະ ປະເມີນຜົນເປັນແຕ່ລະໄລຍະ ເພື່ອໃຫ້ເຫັນໄດ້ໝາກຜົນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂ ແລະ ເຮັດໃຫ້ແຜນງານມີຄວາມສໍາເລັດ, ການພັດທະນາບຸກຄະລາກອນເປັນສ່ວນສໍາຄັນ ຈະເຮັດໃຫ້ບັນດາວຽກການພັດທະນາສູນໄປສູ່ຄວາມທັນສະໄໝ ກາຍເປັນສູນຕົວຢ່າງທີ່ດີເດັ່ນ ແລະ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງວິຊາການຕະລອດໄລຍະ 28 ປີ, ສູນແຫ່ງນີ້ ຈະສາມາດສືບຕໍ່ເປັນແຫຼ່ງຖ່າຍທອດຄວາມຮູ້ໃຫ້ແກ່ພະນັກງານວິຊາການ, ປະຊາຊົນບັນດາເມືອງ ແລະ ແຂວງອ້ອມຂ້າງທົ່ວປະເທດໄດ້ຢ່າງເຕັມສ່ວນ ແລະ ເຮັດໃຫ້ບັນດາແຜນການຕ່າງໆທີ່ວາງໄວ້ສາມາດດໍາເນີນໄປໄດ້ດ້ວຍຜົນສຳເລັດສູງຕາມເປົ້າໝາຍ ແລະ ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ກໍ່ຄືການປະກອບສ່ວນສໍາຄັນໃນການເປັນແຮງຍູ້ໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 9.
ຈາກນັ້ນ, ທ່ານ ຮອງລັດຖະມົນຕີ ແລະ ຄະນະ ໄດ້ຢ້ຽມຊົມພາຍໃນສູນ ແລະ ປູກຕົ້ນໄມ້ຈໍານວນໜຶ່ງ ເພື່ອເປັນສັນຍາລັກໃນໂອກາດຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້.
---------//---------