ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ທີ່ ນະຄອນຫລວງວຽງຈັນ ໄດ້ເປັນເຈົ້າພາບຮ່ວມກັບ ສູນຄົ້ນຄວ້າແນວຄິດການທູດ ສີ ຈິ້ນຜິງ ໃນການຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: "ຄວາມໝາຍຕໍ່ໂລກຂອງແນວຄິດການທູດ ສີ ຈິ້ນຜິງ", ໃນວັນທີ 25 ສິງຫາ 2021 ທີ່ ໂຮງແຮມ ແລນມາກ. ໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຈ່ຽງ ຈາຍຕົ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ຢູ ຈ່ຽງ, ຮອງຫົວໜ້າສະຖາບັນຄົ້ນຄວ້າບັນຫາສາກົນ ແຫ່ງ ປະເທດຈີນ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນດ້ານການຄຸ້ມຄອງພັກ ແລະ ບໍລິຫານລັດ ລະຫວ່າງທັງສອງປະເທດ ລາວ ແລະ ຈີນ. ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮ່ວມຮັບຟັງການບັນຍາຍຈາກ ບັນດານັກຄົ້ນຄວ້າຜູ້ຊົງຄຸນນະວຸດທິ ແລະ ທ່ານ ທູດ ອາວຸໂສ ຈາກທັງ ຝ່າຍ ລາວ ແລະ ຈີນ. ຫົວຂໍ້ການປຶກສາຫາລືແລກປ່ຽນຄຳຄິດເຫັນໃນກອງປະຊຸມຄັ້ງນີ້ ມີເນື້ອໃນກວມເອົາການພົວພັນຮ່ວມມືສອງຊາດ ລາວ-ຈີນ, ການເປັນຄູ່ຮ່ວມຊະຕາກຳ ຈີນ-ລາວ, ລາວ-ຈີນ ແລະ ການຫັນປ່ຽນຈາກປະຊາຄົມປະເທດອ້ອມຂ້າງ ໄປສູ່ປະຊາຄົມຊະຕາກຳມວນມະນຸດ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມສໍາມະນາ ຍັງໄດ້ຮ່ວມຮັບຟັງການເຜີຍແຜ່ ຄຳປາໄສຂອງ ທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ ໃນພິທີສະເຫຼີມສະຫຼອງວັນຄົບຮອບ 100 ປີ ຂອງການສ້າງຕັ້ງພັກຄອມມູນິດຈີນ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈຕໍ່ແນວທາງນະໂຍບາຍຂອງ ພັກຄອມມູນິດຈີນ ໃນການວາງທັດສະນະ ແລະ ນະໂຍບາຍການຕ່າງປະເທດ ຕໍ່ພາກພື້ນ ແລະ ສາກົນ.
ກອງປະຊຸມໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນສຳລັບ ສປປ ລາວ ໃນການກ້າວຂື້ນເປັນຄູ່ຮ່ວມຊະຕາກຳລາວຈີນ ນັບຕັ້ງແຕ່ປີ 2019 ຜ່ານມາ, ເພື່ອຮັດແໜ້ນຄວາມສາມັກຄີປອງດອງ ລະຫວ່າງ ສອງຊາດ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນ ແລະ ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການເຊື່ອມໂຍງເຊື່ອມຈອດໃນພາກພື້ນ, ດ້ານເສດຖະກິດ ການຄ້າ-ການລົງທຶນ ແລະ ດ້ານວັດທະນະທຳ-ສັງຄົມ ໃຫ້ປະກົດຜົນເປັນຈິງ ເພື່ອນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ ລາວ-ຈີນ.