ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມກອງປະຊຸມກາງສະໄໝລະດັບລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ (Non-Aligned Movement Mid-term Ministerial Conference), ພາຍໃຕ້ຫົວຂໍ້ “NAM at all the center of multilateral efforts in responding to global challenges” ໄດ້ຈັດຂື້ນໃນລະຫວ່າງວັນທີ 13-14 ກໍລະກົດ 2021 (ຜ່ານກອງປະຊຸມທາງໄກ), ພາຍໃຕ້ການເປັນປະທານຂອງປະເທດອາແຊັກໄບຊານ.
ກອງປະຊຸມໃນຄັ້ງນີ້ ໄດ້ມີ 63 ປະເທດເຂົ້າຮ່ວມກ່າວຄໍາເຫັນ ໃນນັ້ນ, ລະດັບລັດຖະມົນຕີ 48 ທ່ານ, ລະດັບທູດ ຫຼື ຜູ້ຕາງໜ້າ 13 ທ່ານ ແລະ ລະດັບຫົວໜ້າກົມ 01 ທ່ານ. ກອງປະຊຸມໄດ້ລາຍງານ ແລະ ທົບທວນຄວບຄືບໜ້າການຈັດຕັ້ງປະຕິບັດຕາມຜົນກອງປະຊຸມສຸດຍອດ NAM ໃນເດືອນຕຸລາ 2019 ແລະ ບັນດາກິດຈະກຳທີ່ປະຕິບັດພາຍໃຕ້ການເປັນປະທານ NAM ຂອງປະເທດ ອາແຊັກໄບຊານ ພ້ອມທັງສະແດງຄວາມຊົມເຊີຍຕໍ່ບົດບາດຂອງ NAM ໃນການລະດົມຄວາມພະຍາຍາມຂອງສາກົນໃນການແກ້ໄຂບັນຫາພະຍາດລະບາດ COVID-19. ໃນກອງປະຊຸມຄັ້ງນີ້ໄດ້ມີການຮັບຮອງຖະແຫຼງການທາງການເມືອງພາຍໃຕ້ຫົວຂໍ້ຂອງກອງປະຊຸມກາງສະໄໝ (Political Declaration: NAM at the center of multilateral efforts in responding global challenges), ຮັບຮອງຂໍ້ສະເໜີຂອງປະເທດ ອຸການດາ (Uganda) ທີ່ຈະເປັນປະທານ NAM ໃນສົກປີ 2023-2025, ທີ່ມີແຜນຈະຈັດກອງປະຊຸມກາງສະໄໝລະດັບລັດຖະມົນຕີ ທ້າຍເດືອນພຶດສະພາ 2023 ແລະ ການຈັດກອງປະຊຸມສຸດຍອດ ທ້າຍເດືອນພະຈິກ 2023; ແລະ ຮັບຮອງເອົາປະເທດລັດເຊຍ ເປັນປະເທດສັງເກດການຂອງ NAM.
ເນື່ອງໃນ ໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວບົດປາໄສໃນກອງປະຊຸມໂດຍຢ້ຳຄືນຄວາມສຳຄັນຂອງການຮ່ວມມືຂອງກຸ່ມ NAM ໃນໄລຍະທີ່ທົ່ວໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍທີ່ນັບມື້ນັບຊັບຊ້ອນ ແລະ ຍາກທີ່ຈະຄາດເດົາ ໂດຍສະເພາະສະຖານະການທີ່ທົ່ວໂລກກຳລັງຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19, ຂະບວນການບໍ່ຮ່ວມກຸ່ມຄວນຮັດແໜ້ນການຮ່ວມມື ແລະ ຍຶດໝັ້ນຫຼັກການແຫ່ງຄວາມເປັນເອກະພາບ, ຄວາມສາມັກຄີ, ຄວາມມີປະສິດທິຜົນ ແລະ ສົ່ງເສີມບົດບາດຂອງ NAM ໃນການພົວພັນສາກົນກໍ່ຄືໃນເວທີອົງການສະຫະປະຊາຊາດເພື່ອຊ່ວຍກັນຊອກວິທີການແກ້ໄຂຂໍ້ຂັດແຍ່ງຢ່າງສັນຕິວິທີ, ລຶບລ້າງຄວາມທຸກຍາກ
ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃຫ້ບັນລຸຜົນເປັນຈິງ. ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ປະເທດລັດເຊຍທີ່ເຂົ້າເປັນປະເທດສັງເກດການປະເທດທີ່ 18 ຂອງຂະບວນການບໍ່ຮ່ວມກຸ່ມ.
ຂະບວນການບໍ່ຮ່ວມກຸ່ມ (Non-Aligned Movement – NAM) ໄດ້ຮັບການສ້າງຕັ້ງຂື້ນໃນປີ 1961 ໂດຍບັນດາປະເທດກຳລັງພັດທະນາທີ່ບໍ່ຕ້ອງການຮ່ວມກຸ່ມ ຫຼື ເປັນປໍລະປັກກັບຝ່າຍໃດໃນໄລຍະສົງຄາມເຢັນ, ຈຸດປະສົງຫຼັກຂອງ NAM ແມ່ນເພື່ອຮັກສາຄວາມເປັນເອກະລາດ, ສະຖຽນລະພາບ, ອະທິປະໄຕ ແລະ ຄວາມໝັ້ນຄົງຂອງປະເທດສະມາຊິກ ໂດຍການຮ່ວມມືປະຕິບັດຕາມຫຼັກການບັນດຸງ (Bandung Principle) ທີ່ສົ່ງເສີມການຮ່ວມມື ແລະ ສັນຕິພາບຂອງໂລກ ເຊິ່ງປັດຈຸບັນມີປະເທດສະມາຊິກທັງໝົດ 120 ປະເທດ ແລະ ປະເທດສັງເກດການ 18 ປະເທດ.